ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສູງ ພັກເດໂມແຄຣັດ ຮັບຮອງເອົາ ຮ່າງກົດໝາຍວ່າດ້ວຍ ສະພາບອາກາດ ແລະ ພາສີ


ແຟ້ມພາບ - ແດດສ່ອງໃສ່ຫໍລັດຖະສະພາ ສະຫະລັດ ຫຼື U.S Capitol, ຢູ່ທີ່ Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ເມື່ອວັນທີ 9 ມິຖຸນາ 2022.
ແຟ້ມພາບ - ແດດສ່ອງໃສ່ຫໍລັດຖະສະພາ ສະຫະລັດ ຫຼື U.S Capitol, ຢູ່ທີ່ Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ເມື່ອວັນທີ 9 ມິຖຸນາ 2022.

ພັກເດໂມແຄຣັດ​ໃນສະພາສູງສະຫະລັດ ມີຄະແນນສຽງເກີນພັກຣີພັບບລີກັນທີ່ອອກສຽງ​ຄັດ​ຄ້ານຢ່າງເ​ປັນເອກະພາບ ໃນວັນອາທິດວານນີ້ ​ໂດຍ​ໄດ້​ຮັບ​ຜ່ານ ຮ່າງກົດໝາຍເພື່ອຮັບມືກັບການປ່ຽນແປງຂອງສະພາບອາກາດ ຫລຸດຜ່ອນຄ່າໃຊ້ຈ່າຍການຮັກສາສຸຂະພາບ ແລະ ເກັບພາສີເພີ້ມຕໍ່ບັນດາບໍລິສັດທີ່ໄດ້ຮັບກຳ ໄລສູງ.

ມາດຕະການດັ່ງກ່າວ ເປັນການລົດຕົ້ນແບບແຜນຮ່າງກົດໝາຍຂອງປະທານາ ທິບໍດີ ໂຈ ໄບເດັນ ທີ່ໄດ້ຢຸດສະງັກມາດົນນານ ກໍໄດ້ຮັບການຮັບຮອງຢ່າງວຸດວິດ ດ້ວຍຄະແນນສຽງ 51 ຕໍ່ 50 ໂດຍໄດ້ຖືກຕັດສິນຊີ້ຂາດ ດ້ວຍການລົງຄະແນນສຽງຂອງຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣິສ ຫຼັງຈາກທີ່ໄດ້ອະພິປາຍກັນຫຼາຍຊົ່ວໂມງ ແຕ່ມື້ແລງວັນເສົາ ຈົນເຂົ້າຮອດຕອນບ່າຍວັນອາທິດ ໃນກອງປະຊຸມທີ່ບໍ່ຄ່ອຍເຫັນມາກ່ອນ.

ຫຼັງຈາກທີ່ໄດ້ລົງຄະແນນສຽງຊີ້ຂາດ ທ່ານນາງໄດ້ຢືນຂຶ້ນ ແລະຕົບມືຊົມເຊີຍທ່າມກາງສຽງເຊຍຂອງບັນດາສະມາຊິກພັກເດໂມແຄຣັດ ສຳລັບການຮັບຜ່ານຮ່າງກົດໝາຍນັ້ນ. ສ່ວນບັນດາສະມາຊິກພັກຣີພັບບລີກັນຫຼາຍຄົນ ທີ່ຮູ້ດີວ່າ ພວກເຂົາໄດ້ຜ່າຍແພ້ ກໍໄດ້ພາກັນອອກໄປຈາກຫ້ອງປະຊຸມໄປແລ້ວ.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານຊັກ ຊູມເມີ (Chuck Schumer) ໄດ້ເອີ້ນຮ່າງກົດໝາຍນີ້ ວ່າ “ເປັນນຶ່ງໃນນິຕິກຳ ຂອງການອອກກົດໝາຍໃນສັດຕະວັັດທີ 21.”

ທ່ານເວົ້າອີກວ່າ “ສະພາສູງ ກຳລັງສ້າງປະຫວັດສາດ.”

ຮ່າງກົດໝາຍນີ້ຮຽກຮ້ອງໃຫ້ມີການລົງທຶນຂະໜາດໃຫຍ່ທີ່ສຸດທີ່ບໍ່ເຄີຍມີມາກ່ອນ ໃນການແກ້ໄຂຜົນກະທົບຂອງໂລກຮ້ອນ ດ້ວຍທຶນ 370 ຕື້ໂດລາ ເພື່ອສົ່ງເສີມການນຳໃຊ້ພະລັງງານສະອາດ, ຊຸກຍູ້ໃຫ້ຊາວອາເມຣິກັນຊື້ຍານພາຫະນະທີ່​ໃຊ້ໄຟຟ້າ ແລະຫລຸດຜ່ອນການປ່ອຍແກັສເຮັດໃຫ້ໂລກຮ້ອ​ນຂອງພວກໂຮງງານໃຫ້ໄດ້ເຖິງ 40 ເປີເຊັນ ພາຍໃນປີ 2030.

ຮ່າງກົດໝາຍດັ່ງກ່າວ ຍັງໄດ້ອະນຸມັດເປັນຄັ້ງທຳອິດ ໃຫ້ລັດຖະບານສະຫະລັດ ເຈລະຈາ ກັບພວກບໍລິສັດຜະລິດຢາ ເພື່ອຫລຸດລາຄາຂອງຢາຈຳນວນນຶ່ງ ສຳ ລັບພວກຜູ້ເຖົ້າຊາວອາເມຣິກັນ, ຂະຫຍາຍເງິນອຸດໜຸນປະກັນສຸຂະພາບໃຫ້ແກ່ປະຊາຊົນຫຼາຍລ້ານຄົນ ແລະເກັບພາສີຕ່ຳສຸດ 15 ເປີເຊັນ ຕໍ່ພວກບໍລິສັດພັນລ້ານໂດລາທັງຫຼາຍ ທີ່ໃນປັດຈຸບັນນີ້ ບໍ່ຈ່າຍຫຍັງເລີຍ. ຮ່າງກົດໝາຍນີ້ ຍັງໄດ້ເພີ້ມເຈົ້າໜ້າທີ່ພາສີຫຼາຍກວ່າ 87,000 ຄົນທີ່ຈະກວດກາພາສີຂອງສ່ວນບຸກຄົນ ແລະບໍລິສັດຕ່າງໆຕື່ມອີກ ເພື່ອຈັບພວກທີ່ສໍ້ໂກງພາສີແລະຫລຸດຜ່ອນການຂາດ ດຸນງົບປະມານ ທີ່ຊ້ຳເຮື້ອຂອງສະຫະລັດ ປະມານ 300 ຕື້ໂດລາ.

ມາດຕະການດັ່ງກ່າວ ລອດຈາກການທົດສອບທີ່ສຳຄັນໃນການລົງຄະແນນສຽງ ມາໄດ້ຢ່າງວຸດວິດ ໃນວັນເສົາ ດ້ວຍຄະແນນສຽງ 51 ຕໍ່ 50 ນັ້ນ ແລະດ້ວຍການລົງຄະແນນສຽງຂອງທ່ານນາງແຮຣິສ ເພື່ອຕັດສິນຊີ້ຂາດຄະແນນສຽງທີ່ຈາວກັນ ຫຼັງຈາກສະມາຊິກສະພາສູງຈາກພັກເດໂມແຄຣັດ ທັງໝົດ 50 ຄົນ ໄດ້ສະໜັບສະໜຸນ ຮ່າງກົດໝາຍ ແລະສະມາຊິກພັກຣີພັບບລີກັນ ທັງໝົດ 50 ຄົນ ຄັດຄ້ານຢ່າງເປັນເອກະພາບ. ບັນດາສະມາຊິກສະພາ ຕໍ່ມາ ໄດ້ສະເໜີໃຫ້ມີການດັດແກ້ ມາໄດ້ຫຼາຍຊົ່ວໂມງຂອງການອະພິປາຍ ທີ່ໂດຍສ່ວນຫຼາຍ ກໍໄດ້ລົ້ມແຫຼວ ຊຶ່ງສາມາດຄາດຄະເນໄດ້ ຈາກຄະແນນສຽງ 50 ຕໍ່ 50 ໂດຍທັງສອງພັກການເມືອງ ບໍ່ຍິນຍອມສະໜັບສະໜຸນຕໍ່ການດັດແປງຂອງຝ່າຍກົງກັນ ຂ້າມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້

US Senate Democrats Approve Climate, Tax Legislation
please wait

No media source currently available

0:00 0:02:25 0:00
XS
SM
MD
LG