ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາສູງ ສະຫະລັດ ເລືອກຜູ້ນຳ ສຳລັບພັກ ເດໂມແຄຣັດ ແລະ ຣີພັບບລີກັນ


ສະມາຊິກສະພາສູງ ທ່ານ Chuck Schumer, ຈາກພັກເດໂມແຄຣັດ, ກາງ, ຮ່ວມກັບເພື່ອນຮ່ວມພັກເດໂມແຄຣັດ ຂອງທ່ານ, ກ່າວຕໍ່ບັນດານັກຂ່າວໃນລັດຖະ ສະພາ Capitol Hill ທີ່ນະຄອນຫຼວງ ວໍຊິງຕັນ ຫຼັງຈາກຖືກເລືອກໃຫ້ເປັນຜູ້ນຳສຽງສ່ວນນ້ອຍສະພາສູງສຳລັບກອງປະຊຸມລັດຖະສະພາສະໄໝທີ 115th, 16 ພະຈິກ, 2016.
ສະມາຊິກສະພາສູງ ທ່ານ Chuck Schumer, ຈາກພັກເດໂມແຄຣັດ, ກາງ, ຮ່ວມກັບເພື່ອນຮ່ວມພັກເດໂມແຄຣັດ ຂອງທ່ານ, ກ່າວຕໍ່ບັນດານັກຂ່າວໃນລັດຖະ ສະພາ Capitol Hill ທີ່ນະຄອນຫຼວງ ວໍຊິງຕັນ ຫຼັງຈາກຖືກເລືອກໃຫ້ເປັນຜູ້ນຳສຽງສ່ວນນ້ອຍສະພາສູງສຳລັບກອງປະຊຸມລັດຖະສະພາສະໄໝທີ 115th, 16 ພະຈິກ, 2016.

ຕຳແໜ່ງຜູ້ນຳ​ໃນສະພາສູງ ສະຫະລັດ ​ແມ່ນຖືກແຕ່ງຕັ້ງ​ແລ້ວສຳລັບສະ​ໄໝ​ປະຊຸມໃໝ່ທີ່ ຈະເລີ່ມຂຶ້ນໃນຕົ້ນເດືອນມັງກອນປີໜ້ານີ້, ​ເຊິ່ງສະທ້ອນໃຫ້ເຫັນຄວາມດຸ່ນດ່ຽງຂອງອຳ ນາດ ທີ່ໄດ້ຖືກພິຈາລະນາໃນ ການເລືອກຕັ້ງຈັດຂຶ້ນທົ່ວປະເທດ ໃນສັບປະດາທີ່ຜ່ານມາ.

ສະມາຊິກສະພາສູງອາວຸໂສຂອງພັກເດໂມແຄຣັດ ຈາກນະຄອນ ນິວຢອກ ທ່ານ Chuck Schumer ໄດ້ຖືກເລືອກໃຫ້ເປັນຜູ້ນຳສຽງສ່ວນນ້ອຍຢ່າງເປັນເອກະສັນໃນວັນພຸດວານ ນີ້. ທ່ານຈະສືບທອດຕຳແໜ່ງແທນ ສະມາຊິກສະພາສູງ ຈາກລັດ Nevada ທ່ານ Harry Reid, ຜູ້ທີ່ກຳລັງຈະອອກບຳນານ.

ທ່ານກ່າວວ່າ ທ່ານຮູ້ສຶກ “ຕ່ຳ​ຕ້ອຍ ແລະ ເປັນກຽດ” ໂດຍຕຳແໜ່ງ ດັ່ງກ່າວ, ແລະ ໄດ້ຊີ້ ໃຫ້ເຫັນຄວາມແຕກຕ່າງຫຼາກຫຼາຍຂອງລະດັບ ສະພາສູງພັກເດໂມແຄຣັດ, ທ່ານ Schumer ໄດ້ກ່າວວ່າ ພັກຂອງ ທ່ານແມ່ນພ້ອມແລ້ວທີ່ຈະເຮັດວຽກກັບທ່ານ Trump ແຕ່ກໍຈະ “ຄັດຄ້ານຕໍ່ປະທານາທິບໍດີທີ່ຖືກເລືອກໃໝ່ເຊັ່ນກັນ ເມື່ອໃດທີ່ຄຸນຄ່າ ຫຼື ຄວາມກ້າວໜ້າທີ່ພວກເຮົາໄດ້ເຮັດມາ ຕົກຢູ່ພາຍໃຕ້ການໂຈມຕີ.”

ນອກຈາກການເລືອກຕັ້ງທ່ານ Schumer ແລ້ວ, ພັກເດໂມແຄຣັດຍັງ​ໄດ້​ເລືອກ​ເອົາສະ ພາຊິກສະພາສູງ Dick Durbin ຈາກລັດ ອີລີນອຍ ເປັນຮອງຫົວໜ້າສຽງສ່ວນນ້ອຍ, ເ​ຊິ່ງ ປັນຕຳແໜ່ງໝາຍເລກ 2 ໃນສະພາສູງຂອງພັກ.

ສະມາຊິກສະພາສູງ ຈາກລັດວໍຊິງຕັນ ທ່ານນາງ Patty Murray ຈະດຳລົງຕຳແໜ່ງເປັນ ຜູ້ນຳ​ໝາຍ​ເລກ 3 ຂອງພັກເດໂມແຄຣັດ, ໃນການຍອມສະຫຼະການແຂ່ງຂັນ ໃຫ້ທ່ານ Durbin ແຕ່ຈະຮັບຜິດຊອບຕຳແໜ່ງໃໝ່ ເປັນຜູ້ຊ່ວຍຫົວໜ້າພັກເດໂມແຄຣັດ.

ໃນການສະ​ແດງ​ອອກຕໍ່ກຸ່ມຫົວກ້າວໜ້າໃນ​ພັກເດໂມແຄຣັດນັ້ນ, ທ່ານ Schumer ໄດ້ ເພີ້ມຊື່ສະມາຊິກສະພາສູງຈາກລັດ Vermont ທ່ານ Bernie Sanders ແລະ ທ່ານນາງ Elizabeth Warren ຈາກລັດ Massachusetts ​ເຂົ້າ​ໃນກຸ່ມຜູ້ນຳທີ່ຖືກຂະຫຍາຍອອກ ໃໝ່ນີ້.

ທ່ານນາງ Warren ຈະເປັນຮອງປະທານຂອງກອງປະຊຸມຫຼວງ ແລະ ທ່ານ Sanders ຈະຮັບຕຳແໜ່ງເປັນປະທານກອງປະຊຸມເຜີຍແຜ່. ທ່ານ Sanders ແມ່ນຜູ້ທີ່​ບໍ່​ສັງກັດ​ພັກ ​ແຕ່ເຂົ້າຮ່ວມກອງປະຊຸມ ກັບບັນດາສະມາຊິກພັກເດໂມແຄຣັດ ແລະ ໄດ້ລົງແຂ່ງຂັນກັບ ອະດີດລັດ ຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ​ໃນການຖືກສະເໜີຊື່​ເປັນ​ຜູ້​ສະໝັກເອົາຕຳແໜ່ງປະທານາທິບໍດີ.

ທ່ານ Sander ໄດ້ອະທິບາຍຕຳແໜ່ງຂອງທ່ານວ່າ ​ເປັນ​ຜູ້​ຮັບຜິດ ຊອບ​ໃນ​ “ການເຕົ້າ ໂຮມເອົາປະຊາຊົນຜູ້ໃຊ້ແຮງງານ, ຊາວໜຸ່ມຫຼາຍລ້ານຄົນມາລວມຕົວກັນ, ສະແດງ ໃຫ້ເຫັນວ່າ ລັດຖະບານໄດ້ເຮັດວຽກເພື່ອພວກເຮົາໝົດທຸກຄົນ.”

ສຳລັບພັກຣີພັບບລີກັນນັ້ນ, ສະມາຊິກສະພາສູງຈາກລັດ Kentucky ທ່ານ Mitch McConnell ຈະສືບຕໍ່ດຳລົງຕຳແໜ່ງຜູ້ນຳ​ພັກຂອງທ່ານ ຕໍ່ໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Senate Leadership Vote
please wait

No media source currently available

0:00 0:01:20 0:00

XS
SM
MD
LG