ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມກ້າວໜ້າ ຂອງຊຸດການຊ່ວຍເຫຼືອຕ່າງປະເທດ ໃນສະພາສູງສະຫະລັດ


ແຟ້ມພາບ - ຫໍລັດຖະສະພາ ທີ່ເຫັນໄດ້ຢູ່ໃນນະຄອນຫຼວງວໍຊິງຕັນ, ວັນທີ 14 ທັນວາ 2023.
ແຟ້ມພາບ - ຫໍລັດຖະສະພາ ທີ່ເຫັນໄດ້ຢູ່ໃນນະຄອນຫຼວງວໍຊິງຕັນ, ວັນທີ 14 ທັນວາ 2023.

ສະພາ​ສູງສະຫະລັດ ​ໄດ້ຮັບ​ຜ່ານ​ ການ​ລົງ​ຄະ​ແນນ​ສຽງຕາມຂັ້ນຕອນທີ່ສຳຄັນ ເພື່ອສະໜັບສະໜູນຄວາມກ້າວໜ້າຂອງຊຸດການຊ່ວຍເຫຼືອ​ຕ່າງປະເທດມູນຄ່າ 95 ຕື້​ໂດ​ລາ​ສະຫະລັດ​ໃຫ້​ແກ່​ຢູ​ເຄຣນ, ອິສຣາ​ແອ​ລ ​ແລະ​ໄຕ້​ຫວັນ, ​ແລະດຳ ເນີນ​ມາດ​ຕະການ ​ເພື່ອ​ໃຫ້ຜ່ານ​ການພິຈາລະນາໃນ​ສະພາ​ສູງ.

ຊະ​ຕາ​ກໍາ​ຂອງຊຸດການຊ່ວຍເຫຼືອດັ່ງກ່າວໃນ​ສະ​ພາ​ຕໍ່າ ທີ່ພັກຣີພັບບລີກັນມີສຽງສ່ວນຫຼາຍ ຍັງ​ຄົງ​ບໍ່​ແນ່​ນອນ.

ສະພາສູງທີ່ມີສຽງສ່ວນຫຼາຍຈາກພັກເດໂມແຄຣັດ ທີ່ນ້ອຍຫຼາຍ, ໄດ້ລົງຄະແນນສຽງ 67 ຕໍ່ 27 ສຽງ ໃຫ້ຍົກເລີກການຄວບຄຸມຕາມຂະບວນ ຕໍ່ການພິຈາລະ ນາຮ່າງກົດໝາຍດັ່ງກ່າວ, ເຮັດໃຫ້ເກືອບຈະແນ່ໃຈວ່າ ມັນຈະຜ່ານການລົງຄະ ແນນສຽງສ່ວນຫຼາຍ ແບບງ່າຍດາຍ ຄັ້ງຫຼ້າສຸດ ໃນອາທິດໜ້ານີ້.

ຢູ​ເຄ​ຣນ ຈະ​ໄດ້​ຮັບ​ເງິນ ຈຳນວນ 61 ຕື້​ໂດ​ລາ ເພື່ອເພີ້ມການ​ສະ​ໜອງດ້ານ​ລູກ​ສອນ​ໄຟ, ອາ​ວຸດ ແລະ​ຄວາມ​ຕ້ອງ​ການ​ທີ່​ສຳ​ຄັນ​ອື່ນໆ ທີ່ໝົດແລ້ວ ​ຄືນ​ໃໝ່ ໃນ​ຂະ​ນະ​ທີ່ຢູເຄຣນ ກ້າວ​ເຂົ້າ​ສູ່​ປີ​ທີ​ສາມ​ຂອງ​ສົງ​ຄາມ​ຕໍ່ຕ້ານ​ຣັດ​ເຊຍ. ກົດໝາຍ​ດັ່ງ ກ່າວ​ຍັງ​ລວມມີເງິນຈຳນວນ 14 ຕື້​ໂດ​ລາ​ສະຫະລັດ ສຳລັບ​ອິສຣາ​ແອລ, ເກືອບ 5 ຕື້​ໂດ​ລາ​ສະຫະລັດ​ ເພື່ອ​ສະໜັບສະໜູນ​ບັນດາພັນທະມິດ​ໃນ​ອິນ​ໂດ​ປາ​ຊີ​ຟິກ, ລວມທັງ​ໄຕ້​ຫວັນ, ​ແລະ​ການ​ຊ່ວຍ​ເຫຼືອ​ອື່ນໆ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG