ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ບັນລຸຂໍ້ຕົກລົງ ກ່ຽວ​ກັບ​ ການ​ຕິດ​ຊື່​ອາຫານ​ ທີ່ມີການດັດແປງພັນທຸກຳ


ບັນດາພະນັກງານ ວາງເຄື່ອງໃສ່ຮ້ານ ໃກ້ກັບປ້າຍ ທີ່ບອກເຖິງ ການ​ດັດ​ແປງ​ທາງ​ດ້ານ​ພັນທຸ​ກຳ ຫລື GMO.
ບັນດາພະນັກງານ ວາງເຄື່ອງໃສ່ຮ້ານ ໃກ້ກັບປ້າຍ ທີ່ບອກເຖິງ ການ​ດັດ​ແປງ​ທາງ​ດ້ານ​ພັນທຸ​ກຳ ຫລື GMO.

ສະພາ​ສູງ​ສະຫະລັດ​ໄດ້​ບັນລຸ​ຂໍ້​ຕົກລົງ ກ່ຽວ​ກັບ​ການ​ຕິດ​ຊື່​ອາຫານ​ທີ່​ມີ​ການ​ດັດ​ແປງ​ທາງ​ດ້ານ​ພັນທຸ​ກຳ ພຽງນຶ່ງ​ອາທິດກ່ອນ​ທີ່ກົດໝາຍ​ກ່ຽວ​ກັບ ​ການ​ດັດ​ແປງ​ທີ່​ເຄັ່ງ​ຄັດ​ກວ່າ​ເກົ່າ
ດ້ານພັນທຸກຳ​ຫຼື GMO ທີ່​ຈະ​ມີ​ຜົນ​ບັງຄັບໃຊ້​ຢູ່ທີ່​ລັດ Vermont​ ທາງ​ພາ​ກ​ຕາ​ເວັນ​ອອກ ສຽງເໜືອ ຂອງສະຫະລັດ.

ຮ່າງ​ກົດໝາຍ​ລັດຖະບານ​ກາງ ບໍ່​ສາມາດ​ມີ​ການ​ຮັບ​ຮອງ​ເອົາໂດຍ​ສະພາ​ຕໍ່າ​ຈົນ​ກວ່າຫລັງ​ຈາກ​ບັນດາ​ສະມາຊິກ​ກັບ​ຄືນ​ຈາກ​ການ​ພັກ​ລະດູ​ຮ້ອນ​ໃນ​ວັນ 5 ກໍລະ ກົດ. ​ແຕ່ຖ້າ​ຫາກ​ມີ​ການ​ຮັບຮ​ອງ​ເອົາ ກົດໝາຍ​ນີ້ຈະ​ມີ​ອຳ​ນາດເໜືອກົດໝາຍ​ລັດ Vermont ຊຶ່ງ​ໄດ້​ຈັດຕັ້ງ​ກົດ​ລະບຽບ​ເຮັດ​ໃຫ້​ງ່າຍ​ຂຶ້ນສຳລັບ​ບັນດາ​ບໍ​ສັດ​ອາຫານ​ປະຕິບັດ​ຕາມ​ໄດ້.

ບັນດາ​ບໍລິ​ສັດ​ໃນ​ລັດ Vermont ມີ​ກຳນົດ​ນຶ່ງ​ປີໃນ​ການ​ປະຕິບັດ​ຕາມ​ກົດໝາຍ ໃໝ່ຂອງ​ລັດ ທີ່​ຈະ​ມີ​ຜົນ​ບັງຄັບ​ໃຊ້ໃນ​ວັນ​ທີ 1 ​ເດືອນ​ກໍ​ລະ​ກົດນີ້. ລະຍະ​ນຶ່ງ​ປີ​ຂອງ​ການ​ກະກຽມໝາຍ​ຄວາມ​ວ່າ ກົດໝາຍ​ລັດຖະບານ​ກາງ​ສາ​ມາດມີ​ຜົນ​ບັງຄັບ​ໃຊ້ ​ກ່ອນ​ບັນດາ​ບໍລິສັດ​ຕ່າງໆ​ ພາກັນ​ປ່ຽນ​ຫໍ່​ເຄື່ອງ​ຂ​ອງ​ເຂົາ​ເຈົ້າ​ ຢູ່​ໃນ​ລັດ Vermont.

ກົດໝາຍ​ລັດ Vermont ​ໃຊ້​ໄດ້​ພຽງແຕ່ຜະ​ລິດ​ຕະພັນ​ທີ່​ຂາຍ​ຢູ່​ໃນ​ລັດ Vermont ​ເທົ່າ​ນັ້ນ ທີ່ຕ້ອງການ​ໃຫ້​ຜູ້​ຜະ​ລິດ ​ຕິດ​ປ້າຍ​ຊື່​ອາຫານ ທີ່​ບອກ​ເຖິງ​ການ​ດັດ​ແປງ​ດ້ານ​ພັນທຸ​ກຳ ດ້ວຍຄຳ​ເວົ້າ​ວ່າ “ຜະລິດ​ດ້ວຍ” ຫລື “​ຜະລິດ​ເປັນ ບາງ​ສ່ວນ​ດ້ວຍ” ການ​ດັດ​ແປງ​ພັນ​ທຸ​ກຳ.

ກົດ​ໝາຍ​ລັດຖະບານ​ກາງ ທີ່​ບັນດາ​ຜູ້​ສະໜັບສະໜູນ​ກ່າວ​ວ່າ ອາດ​ຈະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມສັບສົນຕື່ມ​ຕໍ່ວຽກຂອງ​ກົດໝາຍ​ລັດ ທີ່​ອາດ​ຈະ​ອະ​ນຸຍາດ​ໃຫ້​ບັນດາ​ຜູ້​ຜະລິດ​ອາຫານ​ທັງຫລາຍ ພາກັນ​ໃຊ້​ຄຳ​ເວົ້າ​ຕ່າ​ງໆ ສັນຍາ​ລັກ​ຜະລິດ​ຕະພັນ​ລັດຖະບານ​ກາງ ຫລືເສັ້ນເຄື່ອງ ໝາຍ ຫລື​ເລກ​ໂທລະສັບ ທີ່​ນຳ​ໄປ​ສູ່ການ​ຕິດ​ຕໍ່​ຫາ​ຂໍ້​ມູນ.

ບັນດາ​ຜູ້​ຕິຕຽນ​ຮ່າງ​ກົດໝາ​ຍລັດຖະບາ​ນກາງກ່າວ​ວ່າ ມັນ​ຈຳກັດ​ການ​ເຂົ້າ​ໄປ​ຫາ​ຂໍ້​ມູນ ​ໂດຍ​ທີ່​ບໍ່​ກຳນົດໄວ້​ໂດ​ຍກົງ​ຢູ່​ປ້າຍ​ຕິດ. ​ເຂົາ​ເຈົ້າ​ກ່າວ​ວ່າ ຄົນ​ຈຳ​ນວນ​ນຶ່ງ​ຈະບໍ່​ຕິດຕາມ​ກັບການ​ພົວພັນທາງ​ດ້ານ​ອີ​ເລັກ​ໂຕຣນິກ ​ແລະ​ເພາະສະ​ນັ້ນ ອາດ​ຈະ​ພາດ​ຂໍ້​ມູນ​ກໍ​ເປັນ​ໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG