ການສະເໜີເພື່ອແຕ່ງຕັ້ງ ທ່ານແບຣັດ ຄາແວນໍ ໃຫ້ເຂົ້າກຳຕຳແໜ່ງຜູ້ພິພາກ ສາສານ
ສູງສຸດສະຫະລັດ ທີ່ຍັງຫວ່າງຢູ່ນັ້ນ ກຳລັງຄືບໜ້າກ້າວໄປຫາການລົງຄະແນນສຽງ
ຮອບຕັດສິນຊີ້ຂາດ ໃນວັນເສົາ ທີ່ຈະມາເຖິງນີ້.
ແຕ່ວ່າ ກ່ອນອື່ນໝົດ ຄາດກັນວ່າ ບັນດາສະມາຊິິກສະພາສູງຈະກວດເບິ່ງບົດລາຍງານຂອງອົງການສັນຕິບານກາງຫຼື FBI ໃນວັນພະຫັດມື້ນີ້ກ່ຽວກັບເລື້ອງ ກ່າວຫາທ່ານ ຄາ
ແວນໍ ວ່າ ທ່ານລວນລາມທາງເພດແມ່ຍິງຄົນນຶ່ງໃນສະໄໝທີ່ພວກເພິ່ນເປັນໄວໜຸ່ມໄວ
ສາວຢູ່ ແລະການກ່າວຫາວ່າ ທ່ານໄດ້ເປືອຍກາຍໃຫ້ແມ່ຍິງອີກຄົນນຶ່ງ ເບິ່ງໃນເວລາທີ່
ທ່ານເຂົ້າຮຽນໃນມະຫາວິທະຍາໄລ ປີທຳອິດ.
ທ່ານຄາແວນໍ ໄດ້ປະຕິເສດຕໍ່ການກ່າວຫາເຫລົ່ານັ້ນ.
ສິ່ງທີ່ມັກເຮັດໃຫ້ມີການສູ້ຢັນກັນຢ່າງແຮງກ່ຽວກັບການແຕ່ງຕັ້ງຜູ້ເຂົ້າໄປກຳຕຳແໜ່ງສານ
ທີ່ມີສະມາຊິກ 9 ທ່ານ ຕະຫລອດຊີວິດນັ້ນ ໄດ້ເຮັດໃຫ້ເກີດການແບ່ງແຍກກັນ ໃນສະພາ
ສູງ ທີ່ມີສະມາຊິິກສະພາສ່ວນໃຫຍ່ ມາຈາກພັກຣີພັບ ບລີກັນ ທີ່ກ່າວຫາສະມາຊິກພັກເດ
ໂມແຄຣັດວ່າ ເຮັດໃຫ້ມີການແກ່ຍາວເວລາ ອອກໄປ ໂດຍບໍ່ຈຳເປັນ ໃນຂະນະທີ່ພວກສັງ
ກັດພັກເດໂມແຄຣັດກັບເວົ້າວ່າ ພວກສັງກັດພັກຣີພັບບລີກັນ ຟ້າວເລັ່ງລັດ ຮັບຮອງເອົາ
ການແຕ່ງຕັ້ງທ່ານຄາແວນໍໂດຍປາດສະຈາກການພິຈາລະນາຢ່າງຖີ່ຖ້ວນຕໍ່ການກ່າວຫາ
ຕ່າງໆ ທີ່ມີຕໍ່ທ່ານ.
ທ່ານຊັກ ແກຣັສລີ ປະທານຄະນະກຳມະການຕຸລາການ ຂອງສະພາສູງ ກ່າວໃນຕອນ
ເຊົ້າວັນພະຫັດມື້ນີ້ວ່າ ທາງຄະນະກຳມະການໄດ້ຮັບລາຍງານການສືບສວນຂອງອົງ
ການ FBI ແລ້ວ ຊຶ່ງທ່ານເອງ ແລະຜູ້ນຳຂອງພັກເດໂມແຄຣັດ ທ່ານນາງໄດແອນ ໄຟ
ນສໄຕນ໌ ໄດ້ຕົກລົງກັນກ່ຽວກັບຂັ້ນຕອນການແລກປ່ຽນເພື່ອໃຫ້ສະມາຊິກຈາກທັງສອງ
ພັກການເມືອງໄດ້ເບິ່ງຂໍ້ມູນເຫຼົ່ານີ້ແບບເທົ່າທຽມກັນ.
ບົດລາຍງານຂອງອົງການ FBI ເປັນເລື້ອງທີ່ຕ້ອງຮັກສາ ໃຫ້ເປັນຄວາມລັບ ແລະພວກ
ສະມາຊິກສະພາສູງ ຕ້ອງໄດ້ອ່ານບົດລາຍງານດັ່ງກ່າວ ຢູ່ໃນຫ້ອງ ທີ່ໄດ້ຮັບການປ້ອງ
ກັນຄວາມປອດໄພ ແບບພິເສດ ຢູ່ໃນຕຶກລັດຖະສະພາ. ຍັງບໍ່ມີໃຜຮູ້ເທື່ອວ່າ ເອກະສານ
ອັນໃດຈະຖືກເປີດເຜີຍໃຫ້ປະຊາຊົນຮູ້ ຖ້າຫາກວ່າ ມີການເປີດເຜີຍເອກະສານເຫລົ່ານັ້ນ.
ທ່ານ ມິຈ ແມັກຄອນແນລ ໄດ້ໃຫ້ສັນຍາໃນຕອນແລງວັນພຸດວານນີ້ວ່າ ສະມາ
ຊິກສະພາສູງຈະໃຊ້ເວລາທົບທວນເບິ່ງເນື້ອໄນຂອງລາຍງານ ກ່ອນທີ່ຈະມີການ
ອະພິປາຍແລະລົງຄະແນນສຽງຢ່າງວ່ອງໄວ ເພື່ອຍຸຕິການອະພິປາຍກ່ຽວກັບຮັບ
ຮອງເອົາທ່ານຄາແວນໍ. ຂັ້ນຕອນການລົງຄະແນນສຽງດັ່ງກ່າວອາດຈະມີຂຶ້ນໃນ
ຕອນເຊົ້າວັນສຸກມື້ອື່ນ ແລະອາດຈະກຳນົດການລົງຄະແນນສຽງຂັ້ນສຸດທ້າຍໃສ່
ມື້ວັນເສົາ.
ໂຄສົກປະຈຳທຳນຽບຂາວ ທ່ານ ຣາຊ ຊາຈ໌ ກ່າວວ່າ ພາຍຫລັງທີ່ “ມີການທົບທວນ
ການສະເໜີແຕ່ງຕັ້ງ ບຸກຄົນທີ່ຈະເປັນ ຜູ້ພິພາກສາສານສູງສຸດສະຫະລັດ ຢ່າງຖີ່
ຖ້ວນທີ່ສຸດໃນປະຫວັດສາດແລ້ວ,” ທຳນຽບຂາວ “ແມ່ນມີຄວາມໝັ້ນໃຈຢ່າງເຕັມ
ປ່ຽມວ່າ” ທ່ານ ຄາແວນໍ ຈະໄດ້ຖືກຮັບຮອງເອົາ.