ສະພາສູງສະຫະລັດໄດ້ລົງຄະແນນສຽງ 54 ຕໍ່ 45 ໃນວັນສຸກວານນີ້ ຮັບຮອງເອົາຜູ້ທີ່ປະທານາທິບໍດີ ດໍໂນລ ທຣໍາ ສະເໜີແຕ່ງຕັ້ງເປັນຜູ້ພິພາກສາສານສູງສຸດຄືທ່ານ
Neil Gorsuch ໃນການລົງຄະແນນສຽງ ທີ່ຕັດສິນຊີ້ຂາດ ຊຶ່ງສ່ວນໃຫຍ່ແລ້ວແມ່ນ
ເປັນໄປຕາມພັກຂອງໃຜລາວ.
ຮອງປະທານາທິບໍດີ Mike Pence ກໍໄດ້ໄປຮ່ວມເພື່ອເປັນປະທານກອງປະຊຸມສະ
ພາສູງ ໃນການລົງຄະແນສຽງ ຮັບຮອງເອົາການແຕ່ງຕັ້ງດັ່ງກ່າວ.ການລົງຄະແນນ
ສຽງຮັບຮອງເອົາການແຕ່ງຕັ້ງດັ່ງກ່າວ ມີຂຶ້ນນຶ່ງມື້ ຫລັງຈາກພັກຣີພັບບລິກັນໄດ້ໃຊ້
ສຽງສ່ວນຫລາຍຂອງຕົນນຳໃຊ້ “ທາງເລືອກນິວເຄລຍ” ປ່ຽນແປງກົດລະບຽບສະພາ
ສູງເພື່ອເອົາຊະນະການຂັດຂວາງໃນດ້ານລະບຽບການຂອງພັກເດໂມແຄຣັດ ໃນ
ການສະເໜີແຕ່ງຕັ້ງ ທີ່ຮູ້ກັນໃນພາສາອັງກິດວ່າ filibuster.
ໃນຂະນະທີ່ມີການສະແດງຄວາມເສຍໃຈກ່ຽວກັບຄວາມຈຳເປັນ ທີ່ຕ້ອງໄດ້ປ່ຽນແປງ
ກົດລະບຽບນັ້ນ ພັກຣີພັບບລິກັນ ກ່າວວ່່າ ຕົນບໍ່ມີທາງເລືອກ ແຕ່ຕ້ອງໄດ້ປະຕິບັດ.
ຜູ້ນຳສຽງສ່ວນຫຼາຍ ທ່ານ Micth McConnel ສະມາຊິກພັກຣີພັບບລິກັນຈາກ ລັດ Kenturkey ກ່າວວ່າ “ພວກເຮົາຈຳເປັນຕ້ອງໄດ້ຟື້ນຟູຫຼັກການແລະປະເພ
ນີຂອງສະພາສູງ ແລະຜ່ານຜ່າການຂັດຂວາງເພື່ອຖ່ວງເວລາແບບທີ່ບໍ່ເຄີຍມີມາກ່ອນ
ໂດຍລຳພັງພຽງພັກດຽວ.”
ສະມາຊິກສະພາສູງພັກຣີພັບບລິກັນຈາກລັດ Texas ທ່ານ John Cornyn ໃຫ້ຂໍ້ສັງ
ເກດວ່າ ການຂັດຂວາງເພື່ອຖ່ວງເວລາຕໍ່ການສະເໜີແຕ່ງຕັ້ງຜູ້ພິພາກສາສານສູງສຸດ
ແມ່ນເກືອບບໍ່ເຄີຍໄດ້ຍິນມາກ່ອນ ກ່ອນຈະມີການເລືອກເອົາຂອງປະທານາທິບໍດີ
Trump ໂດຍກ່າວວ່າ “ຄວາມຈິງແລ້ວພວກເຮົາໄດ້ຟື້ນ ຟູສະພາບການທີ່ມີຢູ່ກ່ອນ
ໜ້ານີ້.”
ພັກເດໂມແຄຣັດໄດ້ມີຄວາມເຫັນທີ່ແຕກຕ່າງ ກ່ຽວກັບເຫດການໃນມື້ວານນີ້.
ຜູ້ນຳສຽງສ່ວນນ້ອຍທ່ານ Chuck Schumer ສະມາຊິກພັກເດໂມແຄຣັດຈາກ ລັດ
New York ກ່າວວ່າ “ເວລາໃດທີ່ປະຫວັດສາດຊັ່ງຊາວ່າ ມີຫຍັງເກີດຂຶ້ນໃນຄວາມ
ຮັບຜິດຊອບການຕໍ່ການປ່ຽນແປງກົດລະບຽບນັ້ນ ຈະຕົກເປັນຂອງພັກ ຣີພັບບລິກັນ
ແລະການຮັບຜິດຊອບຂອງທ່ານ Mitch McConnell. ບໍ່ໃຜບັງ ຄັບໃຫ້ເຂົາເຈົ້າປະຕິ
ບັດ. ເຂົາເຈົ້າໄດ້ປະຕິບັດດ້ວຍຄວາມສະໝັກໃຈ.”