ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ຮັບຮອງເອົາ ການແຕ່ງຕັ້ງ ເອກອັກຄະລັດຖະທູດ ສຫລ ຄົນໃໝ່ ປະຈຳມຽນມາ


ທ່ານ Scot Alan Marciel (ກາງ) ສົນທະນາກັບບັນດາ ເຈົ້າໜ້າທີ່ ກ່ອນກອງປະຊຸມເຈົ້າໜ້າທີ່ອະວຸໂສ ສະຫະລັດ - ອາຊ່ຽນ.
ທ່ານ Scot Alan Marciel (ກາງ) ສົນທະນາກັບບັນດາ ເຈົ້າໜ້າທີ່ ກ່ອນກອງປະຊຸມເຈົ້າໜ້າທີ່ອະວຸໂສ ສະຫະລັດ - ອາຊ່ຽນ.

ສະພາ​ສູງສະຫະລັດ ​ໄດ້​ໃຫ້ການ​ຮັບຮອງ​ເອົາ​ຢ່າງ​ເປັນ​ເອກ​ກະ
ສັນ ​ຕໍ່ ​ການແຕ່ງຕັ້ງ ນັກການທູດ​ອາ​ຊິີບ ທ່ານ Scot Alan
Marciel ​ໃຫ້ເຂົ້າຮັບ​ຕຳ​ແໜ່​ງ​ເປັນ ​ເອກ​ອັກຄະ​ລັດຖະທູດສະຫະ
ລັດ ປະຈຳມຽນມາ.

​ການ​ລົງ​ຄະ​ແນນ​ສຽງ ໃນ​ວັນ​ອັງຄານ​ວານ​ນີ້ ດ້ວຍ​ຄະ​ແນນ 90 ຕໍ່
0 ​ໄດ້​ຍົກ​ລະ​ດັບ ທ່ານ Marciel ຈາກ​ຕຳ​ແໜ່​ງລັດຖະມົນຕີຊ່ວຍ
ວ່າການ ກະຊວງ​ການຕ່າງປະ​ເທດຮັບຜິດຊອບ​ກິດຈະການ​ເອ
​ເຊຍຕາ​ເວັນ​ອອກ ຊຶ່ງ​ເປັນ​ໜ້າ​ທີ່ ທີ່​ທ່ານ​ໄດ້​ກຳ​ມາ ​ແຕ່​ປີ 2013.

ທ່ານ Marciel ຈະ​ເຂົ້າຮັບ​ໜ້າ​ທີ່ ເປັນເອກ​ອັກຄະ​ລັດຖະທູດ ​ແທນ
ທ່ານ Derek Mitchell ທີ່​ເຄີຍ​ຮັບແໜ່​ງທູດ​ຢຸູ່ຫວຽດນາມ ຟິລິບ​ປີນ ອິນ​ໂດ​ເນ​ເຊຍ ​ເທີ​ກີ ​ແລະ​ບຣາຊິ​ລມາ​ແລ້ວ.

ປະທານາທິບໍດີ Obama ​ໄດ້​ສ​ະ​ເໜີ​ແຕ່ງຕັ້ງທ່ານ Marciel ​ໃນ​ເດືອນ​ຕຸລາຜ່ານ​ມາ. ການ​ຮັບຮ​ອງ​ເອົາ​ການ​ແຕ່ງຕັ້ງທ່ານໂດຍສະພາ​ສູງ ​ໄດ້ເຮັດ​ໃຫ້​ຄວາມ​ເປັນ​ຫ່ວງຂອງ​ລັດຖະສະ
ພາ ​ຢຸດ​ລົງ​ເປັນ​ເວລາ​ສັ້ນໆ ທີ່ ຢ້ານວ່າທຳນຽບຂາວ ອາດ​ຈະ​ຜ່ອນ​ຜັນ​ການ​ລົງ​ໂທດທາງ
​ເສດຖະກິດ​ທີ່​ມີ​ມາ​ເປັນ​ເວລາ​ດົນນານຕໍ່ມຽນມາ ກ່ອນ​ທີ່​ປະ​ເທດ​ດັ່ງກ່າວ​ໄດ້​ປະຕິບັດຕາມ
​ຄຳ​ໝັ້ນ​ສັນ​ຍາຂອງ​ຕົນ​ຢ່າງ​ເຕັມທີ່ ​ທີ່​ຈະ​ປັບປຸງ​ສະພາບ​ການ​ເຄົາ ລົບ​ນັບຖືສິດທິ​ມະນຸດ​
ຢູ່​ພາຍ​ໃນ​ປະ​ເທດ.

​ແຕ່ວ່າໃນ​ວັນ​ອັງຄານ​ວານ​ນີ້ ຜູ້ນຳ​ສຽງ​ສ່ວນ​ຫລາຍ​ໃນສະພາ​ສູງ ທ່ານ Mitch
McConnell ​ໄດ້​ສັນລະ​ເສີນ ການ​ຮັບ​ໃຊ້​ຂອງທ່ານ Mitchell ​ແລະ​ຍິນ​ດີ​ຕ້ອນຮັບ ການ
​ເຂົ້າຮັບ​ໜ້າ​ທີ່​ໃໝ່​ຂອງ ທ່ານ Marciel.

XS
SM
MD
LG