ສະພາສູງສະຫະລັດ ໃນວັນພະຫັດວານນີ້ ໄດ້ຮັບຮອງເອົາ ການສະເໜີແຕ່ງຕັ້ງ ທ່ານ
ນາງຈີນາ ແຮັສແປລ ເປັນຜູ້ອຳນວຍການແມ່ຍິງຄົນທຳອິດຂອງອົງການສືບລັບ CIA
ດ້ວຍຄະແນນ 54 ຕໍ່ 45 ສຽງເຮັດໃຫ້ຂັ້ນຕອນການສະເໜີທີ່ສັບສົນວຸ້ນວາຍສິ້ນສຸດ
ລົງ ທີ່ບັນດາສະມາຊິກສະພາສູງ ຕ້ອງໄດ້ຢ້ອນກັບຄືນ ໄປກວດເບິ່ງປະຕິບັດກ່ຽວກັບ
ສືບສວນທີ່ຜ່ານມາ ຂອງອົງການ CIA ນັ້ນ.
ສະມາຊິກພັກເດໂມແຄຣັດຫົກຄົນ ໄດ້ລົງຄະແນນສຽງເຫັນພ້ອມກັບການແຕ່ງຕັ້ງ
ທ່ານນາງແຮສແປລ ໃນຂະນະທີ່ສະມາຊິກສະພາສູງພັກຣີພັບບລິກກັນສອງທ່ານ
ບໍ່ເຫັນພ້ອມກັບການແຕ່ງຕັ້ງແທນທ່ານໄມຄ໌ ພອມປີໂອ ທີ່ໄດ້ຖືກຮັບຮອງໃຫ້ເປັນລັດ
ຖະມົນຕີຕ່າງປະເທດ ໃນເດືອນແລ້ວນີ້.
ຜູ້ນຳສະພາສູງສຽງສ່ວນຫຼາຍໃນສະພາສູງ ທ່ານມິຕຈ໌ ແມັກຄອນແນລ ທີ່ສັງກັດພັກ
ຣີພັບບລິກັນຈາກລັດເຄັນຕັກກີ ໄດ້ສັນລະເສີນ ທ່ານນາງແຮສແປລ ທີ່ເປັນພະນັກ
ງານມືອາຊີບຂອງອົງການ CIA ວ່າ “ເປັນທີ່ເໝາະສົມທີ່ສຸດ ເພື່ອປະເຊີນໜ້າກັບການ
ທ້າທາຍດ້ານຄວາມໝັ້ນຄົງແຫ່ງຊາດຂອງອາເມຣິກາ” ແລະກ່າວຕື່ມວ່າ ທ່ານນາງ
ຍັງ “ໄດ້ເປັນທີ່ເຄົາລົບ ແລະສັນລະເສີນຂອງບັນດາຜູ້ຊາຍ ແລະແມ່ຍິງ ໃນອົງການ
CIA.
ການເລືອກເອົາ ທ່ານນາງແຮັສແປລ ຂອງປະທານາທິບໍດີທຣໍາ ໄດ້ເຮັດໃຫ້ເກີດການ
ໂຕ້ແຍ້ງ ຍ້ອນທ່ານນາງເຄີຍເປັນຜູ້ກຳກັບນຳການສືບສວນພວກທີ່ຖືກກັກຂັງ ຫຼັງຈາກ
ການໂຈມຕີກໍ່ການຮ້າຍຢູ່ສະຫະລັດໃນວັນທີ 11 ເກັນຍາປີ 2001. ທ່ານນາງຍັງໄດ້
ຂຽນຢູ່ໃນບົດບັນທຶກອະນຸຍາດໃຫ້ອົງການສືບລັບ CIA ທຳລາຍ ວີດີໂອເທັບ ທີ່ສະ
ແດງໃຫ້ເຫັນໃນອັນທີ່ພວກນັກວິຊາການຫຼາຍທ່ານກ່າວວ່າເປັນການທາລຸນຕໍ່ພວກ
ທີ່ສົງໄສເປັນຜູ້ກໍ່ການຮ້າຍນັ້ນ.
ສະມາຊິກພັກເດໂມແຄຣັດ ທ່ານແພຕຣິກ ເລຮີ ຈາກລັດເວີມັນທ໌ ໄດ້ປະກາດບໍ່ເຫັນ
ພ້ອມ ກັບການແຕ່ງຕັ້ງທ່ານນາງແຮັສແປລ ບໍ່ດົນກ່ອນການລົງຄະແນນສຽງ ໂດຍເອີ້ນ
ປະຫວັດທີ່ຮູ້ຈັກບາງຢ່າງຂອງທ່ານນາງວ່າ “ເປັນທີ່ລົບກວນໃຈ.”
ທ່ານກ່າວຕື່ມວ່າ “ຂ້າພະເຈົ້າບໍ່ໄດ້ມີຄຳຖາມກ່ຽວກັບຄວາມໝັ້ນໝາຍຂອງທ່ານາງ
ແຮັສແປລ ທີ່ມີຕໍ່ຄວາມໝັ້ນຄົງຂອງປະເທດ. ແຕ່ຂ້າພະເຈົ້າມີຄຳຖາມ ກ່ຽວກັບຄວາມ
ສື່ຊັດຂອງທ່ານນາງ ຕໍ່ຫລັກຄຸນຄ່າຂອງປະເທດເຮົາ ທີ່ວ່າທຸກໆຄົນມີສິດທິທີ່ໂອນໃຫ້
ກັນບໍ່ໄດ້ຈຳນວນນຶ່ງ” ແລະທ່ານກ່າວຕື່ມອີກວ່າ ພື້ນຖານຂອງກຽດສັກສີມະນຸດຊາດ
“ແມ່ນເຂົ້າກັນບໍ່ໄດ້ ກັບການປະຕິບັດແບບໄຮ້ມະນຸດສະທຳ ຄືກັບການທໍລະມານ.”
ການຮັບຮອງເອົາທ່ານນາງແຮັສແປລ ມີຂຶ້ນນຶ່ງມື້ ຫຼັງຈາກຄະນະກຳມະການສືບລັບ
ສະພາສູງ ໄດ້ລົງຄະແນນສຽງ 10 ຕໍ່ 5 ເພື່ອສົ່ງການສະເໜີນີ້ໄປໃຫ້ສະພາສູງທັງໝົດ
ລົງຄະແນນ. ຢູ່ໃນການຮັບຟັງຄຳໃຫ້ການອາທິດແລ້ວນີ້ ທ່ານນາງແຮັສແປລ ໄດ້ກ່າວ
ຕໍ່ຄະນະກຳມະການວ່າ ການປະຕິບັດງານຂອງທ່ານນາງ ຫຼັງຈາກ ວັນທີ 11 ກັນຍາ
ໄດ້ຮັບການໜູນຫຼັງຈາກກະຊວງຍຸຕິທຳ ແລະໄດ້ເກີດຂຶ້ນໃນລະ ຍະທີ່ມີຄວາມຢ້ານ
ກົວຢ່າງຮ້າຍແຮງ ກ່ຽວກັບຄວາມໝັ້ນຄົງຂອງສະຫະລັດ.