ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະນະກຳມະການຂອງສະພາສູງ ໄດ້ເນັ້ນໜັກເຖິງຄວາມລົ້ມແຫຼວດ້ານຂໍ້ມູນລັບ ແລະການຮັກສາຄວາມປອດໄພ ໃນການໂຈມຕີຕໍ່ລັດຖະສະພາ


ໃນພາບນີ້ ເມື່ອວັນທີ 6 ມັງກອຍ 2021, ສະແດງໃຫ້ເຫັນພວກສະໜັບສະໜຸນ ທ່ານດໍໂນລ ທຣຳ, ລວມມີ ທ້າວເຈກັອບ ເຊນສລີ (Jacob Chansley), ຢູ່ເບື້ອງຂວາ ໃສ່ໝວກທີ່ມີຂົນສັດ, ກຳລັງປະເຊີນໜ້າກັບເຈົ້າໜ້າທີ່ຕຳຫຼວດລັດຖະສະພາ ຢູ່ດ້ານນອກຫໍສະພາສູງ ພາຍໃນຕຶກລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ.
ໃນພາບນີ້ ເມື່ອວັນທີ 6 ມັງກອຍ 2021, ສະແດງໃຫ້ເຫັນພວກສະໜັບສະໜຸນ ທ່ານດໍໂນລ ທຣຳ, ລວມມີ ທ້າວເຈກັອບ ເຊນສລີ (Jacob Chansley), ຢູ່ເບື້ອງຂວາ ໃສ່ໝວກທີ່ມີຂົນສັດ, ກຳລັງປະເຊີນໜ້າກັບເຈົ້າໜ້າທີ່ຕຳຫຼວດລັດຖະສະພາ ຢູ່ດ້ານນອກຫໍສະພາສູງ ພາຍໃນຕຶກລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ.

ສອງຄະນະກຳມະການຂອງສະພາສູງສະຫະລັດ ໄດ້ອອກບົດລາຍງານຮ່ວມກັນສະບັບນຶ່ງໃນວັນອັງຄານວານນີ້ ທີ່ໄດ້ໃຫ້ລາຍລະອຽດເຖິງ “ຄວາມລົ້ມແຫຼວໃນດ້ານຂໍ້ມູນລັບແລະດ້ານການຮັກສາຄວາມປອດໄພ” ກ່ອນໜ້າແລະໃນລະຫວ່າງ ການໂຈມຕີ ເມື່ອວັນທີ 6 ມັງກອນ ຢູ່ທີ່ຫໍລັດຖະສະພາສະຫະລັດ ຫຼື Capitol.

ບົດລາຍງານນີ້ ກ່າວວ່າ “ໃນວັນທີ 6 ມັງກອນ 2021 ເປັນຂີດໝາຍບໍ່ພຽງແຕ່ການໂຈມຕີ ຢູ່ຕຶກຫໍລັດຖະສະພາເທົ່ານັ້ນ ມັນເປັນຂີດໝາຍຂອງການໂຈມຕີຕໍ່ປະຊາທິປະໄຕນຳດ້ວຍ. ອົງການຈັດຕັ້ງທັງຫຼາຍທີ່ຮັບຜິດຊອບໃນດ້ານການຮັກ ສາຄວາມປອດໄພແລະປົກປ້ອງພື້ນທີ່ຂອງລັດຖະສະພາ ແລະໝົດທຸກຄົນຢູ່ໃນສະຖານທີ່ໃນມື້ນັ້ນ ແມ່ນບໍ່ໄດ້ກຽມພ້ອມສຳລັບການໂຈມຕີຂະໜາດໃຫຍ່ ເຖິງແມ່ນໄດ້ຮັບຮູ້ເຖິງຄວາມເປັນໄປໄດ້ວ່າ ລັດຖະສະພາຈະຕົກເປັນເປົ້າໝາຍ ຂອງການກໍ່ຄວາມຮຸນແຮງກໍຕາມ.”

ຄະນະກຳມະການດ້ານຄວາມໝັ້ນຄົງພາຍໃນ ແລະກົດລະບຽບຂອງສະພາສູງ ໄດ້ເລີ້ມການສືບສວນສອບສວນໂດຍທັງສອງພັກການເມືອງ ໃນເດືອນກຸມພາ ໃນການຮັບຟັງການໃຫ້ການຈາກບັນດາຫົວໜ້າຂອງຕຳຫຼວດລັດຖະສະພາສະ ຫະລັດ ແລະອົງການບັງຄັບໃຊ້ກົດໝາຍອື່ນໆ ພ້ອມດ້ວຍບັນດາເຈົ້າໜ້າທີ່ທັງໃນປັດຈຸບັນແລະອະດີດ ຈາກກະຊວງປ້ອງກັນປະເທດ ແລະກະຊວງຮັກສາຄວາມປອດໄພພາຍໃນນຳດ້ວຍ. ຄະນະກຳມະການດັ່ງກ່າວໄດ້ກ່າວວ່າ ພວກເຂົາຍັງໄດ້ທົບທວນຄືນເອກະສານຫຼາຍພັນສະບັບ ແລະໄດ້ຮັບບົດລາຍງານທີ່ເປັນລາຍລັກອັກສອນຈາກເຈົ້າໜ້າທີ່ຕຳຫຼວດລັດຖະສະພາສະຫະລັດ 50 ຄົນ.

ທ່ານຈຊັກ ຊູມເມີ ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ໄດ້ກ່າວວ່າ ຄະນະກຳມະການຂອງສະພາສູງດັ່ງກ່າວນັ້ນ “ເຮັດວຽກໄດ້ດີເລີດ” ກ່ຽວກັບບົດລາຍງານ ແຕ່ທ່ານກ່າວຕື່ມວ່າ ຍັງມີເລື້ອງລາວທີ່ “ເລິກເຊິ່ງຫຼາຍກວ່ານັ້ນ” ໃນການຊອກຫາຄຳຕອບວ່າ ຜູ້ໃດເປັນຜູ້ຮັບຜິດຊອບສຳລັບການໂຈມຕີ.

ສ່ວນທ່ານມິດຈ໌ ແມັກຄອນແນລ ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ໄດ້ເອີ້ນບົດລາຍງານວ່າ “ຄົບຖ້ວນຮອບດ້ານ” ແລະ “ເປັນການຮ່ວມມືຈາກທັງສອງພັກການເມືອງ.”

ທ່ານໄດ້ກ່າວວ່າ “ສິ່ງທີ່ພວກເຮົາຕ້ອງການ ກໍແມ່ນຂໍ້ແກ້ໄຂທີ່ວ່ອງໄວ ຕໍ່ບັນຫາດ້ານຄວາມປອດໄພ ແລະຕາມຫາພວກຜູ້ທີ່ລະເມີດກົດໝາຍ ຊຶ່ງກະຊວງຍຸຕິທຳ ໄດ້ຄ້ຳປະກັນຕໍ່ຂ້າພະເຈົ້າວ່າ ກຳລັງດຳເນີນການຢ່າງເອົາຈິງເອົາຈັງແທ້ໆ.”

ບົດລາຍງານດັ່ງກ່າວ ໄດ້ກ່າວຕໍ່ໄປວ່າ “ປັດໄຈສຳຄັນ ທີ່ເຮັດໃຫ້ເກີດເຫດການໂສກນາດຕະກຳເມື່ອວັນທີ 6 ມັງກອນນັ້ນ ແມ່ນຄວາມລົ້ມແຫຼວຂອງປະຊາຄົມສືບລັບ ໃນການວິເຄາະ ປະເມີນຜົນ ແລະເຜີຍແຜ່ຂໍ້ມູນທັງຫຼາຍຢ່າງເໝາະສົມ ໄປໃຫ້ໜ່ວຍງານບັງຄັບໃຊ້ກົດໝາຍ ກ່ຽວກັບຄວາມອາດເປັນໄປໄດ້ສຳລັບການກໍ່ຄວາມຮຸນແຮງ ແລະໄພຂົ່ມຂູ່ຕ່າງໆທີ່ຮູ້ຈັກ ຕໍ່ລັດຖະສະພາ ແລະບັນດາສະມາຊິກຂອງສະພາ ໃນມື້ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG