ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຳມະການ ສະພາສູງ ຈະລົງຄະແນນສຽງ ຮັບຮອງເອົາ ການແຕ່ງຕັ້ງ ທ.ນ. ແຮສແປລ ມື້ນີ້


ທ່ານນາງ ຈີນາ ແຮສແປລ ຜູ້ຖືກສະເໜີຊື່ ໃຫ້ເຂົ້າຮັບຕຳແໜ່ງ ເປັນຫົວໜ້າ ອົງການສືບລັບ CIA ຄົນຕໍ່ໄປ ກຳລັງຍ່າງໄປປະຊຸມ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ພຶດສະພາ 2018.
ທ່ານນາງ ຈີນາ ແຮສແປລ ຜູ້ຖືກສະເໜີຊື່ ໃຫ້ເຂົ້າຮັບຕຳແໜ່ງ ເປັນຫົວໜ້າ ອົງການສືບລັບ CIA ຄົນຕໍ່ໄປ ກຳລັງຍ່າງໄປປະຊຸມ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ພຶດສະພາ 2018.

ຄາດກັນວ່າ ຄະນະກຳມະການສືບລັບຂອງສະພາສູງ ຈະລົງຄະແນນສຽງໃນວັນພຸດມື້ນີ້
ເພື່ອຮັບຮອງເອົາ ທ່ານນາງ ຈີນາ ແຮສແປລ ຜູ້ທີ່ໄດ້ຖືກສະເໜີຊື່ ໃຫ້ເຂົ້າຮັບຕຳແໜ່ງ
ເປັນຫົວໜ້າອົງການສືບລັບ CIA ຄົນຕໍ່ໄປ.

ການສະເໜີຊື່ຂອງທ່ານນາງນັ້ນ ໃນຂັ້ນຕໍ່ໄປ ກໍຈະຖືກສົ່ງໄປໃຫ້ ສະພາສູງຄົບຄະນະ
ພິຈາລະນາ ເຊິ່ງອາດຈະເປັນ ອາທິດໜ້າ ກໍເປັນໄດ້ ເພື່ອຮັບຮອງເອົາໃນຂັ້ນສຸດທ້າຍ.

ພັກຣີພັບບລີກັນ ເປັນຜູ້ກຳສຽງສ່ວນຫຼາຍຢູ່ໜ້ອຍນຶ່ງ ໃນສະພາສູງ ແຕ່ສະມາຊິກພັກ
ເດໂມແຄຣັດ 5 ທ່ານ ໃນສະພາສູງ ໄດ້ກ່າວໄປແລ້ວວ່າ ພວກເພິ່ນຈະລົງຄະແນນສຽງ
ເຫັນດີ ໃຫ້ແກ່ທ່ານນາງ ແຮສແປລ ຜູ້ທີ່ຈະເປັນແມ່ຍິງຄົນທຳອິດ ທີ່ຈະນຳພາອົງການ
ສືບລັບ CIA.

ທ່ານນາງແຮສແປລ ໄດ້ຂຽນໜັງສືສະບັບນຶ່ງເຖິງ ທ່ານ ມາຣ໌ກ ວອຣເນີ ສະມາຊິກ
ສະພາສູງ ຄົນສຳຄັນຂອງພັກເດໂມແຄຣັດ ຢູ່ໃນຄະນະກຳມະການສືບລັບວ່າ ອົງການ
CIA ບໍ່ຄວນນຳໃຊ້ວິທີການສອບສວນທີ່ຮຸນແຮງ ຫຼັງຈາກເກີດການໂຈມຕີຂອງພວກ
ກໍ່ການຮ້າຍ ໃນສະຫະລັດ ເມື່ອວັນທີ 11 ກັນຍາ 2001.

ວິທີການດັ່ງກ່າວ ໄດ້ເລີ້ມໃຊ້ພາຍໃຕ້ລັດຖະບານຂອງທ່ານຈອຣ໌ຈ ດັບເບິລຢູ ບຸສ ເຊິ່ງ ໃນເວລານັ້ນ ເປັນປະທານາທິບໍດີ ທີ່ອະນຸຍາດໃຫ້ໃຊ້ ວິທີເທນ້ຳໃສ່ໜ້າ ເຮັດໃຫ້ຄືກັບ
ຈົມນ້ຳຕາຍ ແລະມາດຕະການເຂັ້ມງວດອື່ນໆ ຕໍ່ຜູ້ທີ່ຕ້ອງສົງໄສເປັນຜູ້ກໍ່ການຮ້າຍ.
ສ່ວນພວກທີ່ຄັດຄ້ານຕໍ່ການໃຊ້ວິທີການນີ້ ເອີ້ນການກະທຳດັ່ງກ່າວວ່າ ເປັນການ
ທໍລະມານ ໃນຮູບແບບນຶ່ງ.

ທ່ານນາງ ແຮສແປລ ໄດ້ກ່າວກ່ຽວກັບ ການໃຊ້ວິທີການນີ້ ໃນໜັງສືສະບັບດັ່ງກ່າວວ່າ
“ບໍ່ຄວນເປັນວິທີນຶ່ງ ທີ່ອົງການ CIA ນຳມາປະຕິບັດ” ເຊິ່ງເປັນຂໍ້ຄິດເຫັນຂອງທ່ານ
ນາງ ທີ່ບໍ່ໄດ້ຖືກເປີດເຜີຍຕໍ່ມະຫາຊົນໃຫ້ຮັບຮູ້ ໃນລະຫວ່າງການພິຈາລະນາຮັບຮອງ
ເອົາທ່ານນາງ ເມື່ອສັບປະດາແລ້ວນີ້.

ທ່ານນາງໄດ້ຂຽນວ່າ “ໃນຂະນະທີ່ ຂ້າພະເຈົ້າຈະບໍ່ໄດ້ປະນາມ ການກະທຳ ຂອງ
ພວກຄົນເຫຼົ່ານັ້ນ ທີ່ຕ້ອງໄດ້ຕັດສິນໃຈ ແລະ ຂ້າພະເຈົ້າ ກໍໄດ້ເນັ້ນໜັກເຖິງ ການໄດ້
ມາຂອງຂໍ້ມູນລັບ ທີ່ມີຄຸນຄ່ານັ້ນ ວິທີການນີ້ ໃນທີ່ສຸດ ບໍ່ໄດ້ເຮັດໃຫ້ ພວກເຈົ້າໜ້າທີ່
ຂອງພວກເຮົາ ເສຍຫາຍ ແລະ ຖານະຂອງພວກເຮົາ ຢູ່ໃນໂລກ.”

ໃນລະຫວ່າງການໃຫ້ການນັ້ນ ທ່ານນາງແຮສແປລ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ເລີມ
ວິທີການດັ່ງກ່າວຄືນອີກ ຖ້າທ່ານນາງໄດ້ຖືກຮັບຮອງເອົາ.

ຫຼັງຈາກທີ່ໄດ້ອ່ານໜັງສືຂອງທ່ານນາງແລ້ວ ທ່ານວອຣເນີ ກໍໄດ້ອອຖະແຫລງການ
ສະບັບນຶ່ງ ທີ່ກ່າວວ່າ ທ່ານຈະສະໜັບສະໜູນ ທ່ານນາງແຮສແປລ ໃຫ້ເປັນຜູ້ອຳນວຍ
ການ ອົງການ CIA ຄົນຕໍ່ໄປ ໃນເວລາທີ່ຄະນະກຳມະການສືບລັບລົຄະແນນສຽງ
ຮັບຮອງເອົາທ່ານນາງ ໃນວັນພຸດມື້ນີ້.

Haspel CIA
please wait
Embed

No media source currently available

0:00 0:00:42 0:00

ອ່ານຂ່າວນີ້ຕື່ມ ເປັນພາອັງກິດ

XS
SM
MD
LG