ການບຸກໂຈມຕີຢ່າງຮ້າຍແຮງ ໃນປີ 2012 ຕໍ່ສະຖານກົງສຸນ
ອາເມຣິກັນທີ່ເມືອງ Benghazi ປະເທດ Libya ນັ້ນສາມາດ
ປ້ອງກັນໄດ້.
ລາຍງານສະບັບນຶ່ງ ທີ່ພິມເຜີຍແຜ່ໃນວັນພຸດວານນີ້ ໄດ້ຕໍານິ
ຕິຕຽນກະຊວງການຕ່າງປະເທດແລະປະຊາຄົມສືບລັບ ທີ່ບໍ່
ສາມາດເພີ້ມການຮັກສາຄວາມປອດໄພໃຫ້ພຽງພໍເພື່ອຮັບມື
ກັບໄພຂົ່ມຂູ່ຂອງພວກກໍ່ການຮ້າຍຢູ່ໃນຂົງເຂດ. ລາຍງານຍັງ
ໄດ້ກ່າວອີກວ່າ ກະຊວງການຕ່າງປະເທດ ໄດ້ປັບປຸງ ມາດຕະ
ການຮັກສາຄວາມປອດໄພ ພຽງເລັກນ້ອຍເທົ່ານັ້ນ ເຖິງແມ່ນວ່າ
ສະພາບການດ້ານຄວາມປອດໄພໄດ້ຊຸດໂຊມລົງຢ່າງຈະແຈ້ງແລະໄດ້ມີການ ຮ້ອງຂໍໃຫ້ເພີ່ມມາດຕະການຄຸ້ມກັນທາງດ້ານຄວາມປອດໄພໄປແລ້ວ ກໍຕາມ.
ລາຍງານຮ່ວມຈາກທັງສອງພັກການເມືອງ ກ່າວວ່າ ປະຊາຄົມສືບລັບໄດ້ເພີ້ມການຮັກສາ
ຄວາມປອດໄພຢູ່ບ່ອນເຮັດວຽກຂອງຕົນ ທີ່ຕັ້ງຢູ່ຕາງຫາກ ແຍກຈາກສະຖານກົງສຸນ
ໃນເມືອງ Benghazi ແຕ່ກະຊວງການຕ່າງປະເທດ ບໍ່ໄດ້ເຄື່ອນໄຫວແບບດຽວກັນນີ້
ຢູ່ທີ່ສະຖານກົງສຸນຂອງຕົນ.
ການໂຈມຕີຂອງພວກກໍ່ການຮ້າຍ ໄດ້ສັງຫານຊາວອາເມຣິກັນ 4 ຄົນ ຊຶ່ງຮວມທັງ
ເອກອັກຄະລັດຖະທູດສະຫະລັດປະຈໍາລີເບຍ ທ່ານ Christopher Stevens
ນໍາດ້ວຍ. ຍັງບໍ່ທັນມີຄວາມເຫັນໃດໆ ໃນທັນທີ ຈາກກະຊວງການຕ່າງປະເທດ
ສະຫະລັດເທື່ອ.
ລາຍງານຮ່ວມຈາກທັງສອງພັກການເມືອງ ໄດ້ສະແດງໃຫ້ເຫັນວ່າ ກອງທະຫານ
ສະຫະລັດ ບໍ່ໄດ້ຢູ່ໃນທ່າຕຽມພ້ອມ ເພື່ອຊ່ອຍເຫຼືອພວກທີ່ຖືກໂຈມຕີຢູ່ Benghazi
ແຕ່ລາຍງານໄດ້ຊີ້ໃຫ້ເຫັນວ່າ ກອງບັນຊາການໃນເຂດອາຟຣິກາໄດ້ສະເໜີສົ່ງຄະນະ
ຮັກສາຄວາມປອດ ໄພຂອງພວກທະຫານໄປຊ່ອຍ ແຕ່ທ່ານເອກອັກຄະລັດຖະທູດ
Stevens ໄດ້ປະຕິເສດ ບໍ່ເທົ່າໃດອາທິດ ກ່ອນການບຸກໂຈມຕີຂອງພວກກໍ່ການຮ້າຍນັ້ນ.