ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາສູງ ສຫລ ຮັບຜ່ານ ງົບປະມານ ລັດຖະບານກາງ


ຕຶກຫໍລັດຖະສະພາສະຫະລັດ ໃນຕອນຂ້ອນແຈ້ງ ຂອງຄືນວັນທີ 22 ມີນາ 2013
ຕຶກຫໍລັດຖະສະພາສະຫະລັດ ໃນຕອນຂ້ອນແຈ້ງ ຂອງຄືນວັນທີ 22 ມີນາ 2013
ສະພາສູງສະຫະລັດໄດ້ຮັບຜ່ານງົບປະມານຂອງລັດຖະບານກາງ
ເປັນເທື່ອທຳອິດໃນຮອບ 4 ປີຊຶ່ງການຮັບຮອງເອົາດ້ວຍຄະແນນ ສຽງໃກ້ຄຽງກັນ 50 ຕໍ່ 49 ມີຂຶ້ນບໍ່ເທົ່າໃດຊົ່ວໂມງກ່ອນຕາເວັນຂຶ້ນ ໃນຕອນເຊົ້າວັນເສົາມື້ນີ້.

ສະມາຊິກສະພາສູງ ສັງກັດພັກເດໂມແຄຣັທ 4 ທ່ານ ໄດ້ຮ່ວມສົມ
ທົບກັບສະມາຊິກຂອງພັກຣີພັບບລີກັນທັງໝົດຢູ່ໃນສະພາສູງ ໃນ ການລົງຄະແນນສຽງຄັດຄ້ານ ຕໍ່ຮ່າງງົບປະມານສະບັບນີ້ ແຕ່ກໍບໍ່
ພຽງພໍທີ່ຈະຂັດຂວາງການຮັບຜ່ານຢູ່ໃນສະພາສູງທີ່ຄວບຄຸມໂດຍ
ພັກເດໂມແຄຣັທນັ້ນ.

ມະຕິດັ່ງກ່າວ ແມ່ນຊອກຫາຊ່ອງທາງເພື່ອຈະຂຶ້ນພາສີໃໝ່ເກືອບ
1 ພັນຕື້ໂດລາ ໃນໄລຍະ 10 ຕໍ່ໜ້າ ໂດຍຍົກເລີກການຜ່ອນຜັນ
ພາສີບາງຢ່າງ ໃຫ້ແກ່ຊາວອາເມຣິກັນທີ່ຮັ່ງມີ ແລະພ້ອມດຽວກັນ
ກໍຈະຕັດການໃຊ້ຈ່າຍ ຂອງລັດຖະບານລົງ ໃນວົງເງິນເກືອບທໍ່ໆ
ກັນ.

ມີການຕຳໜິຕິຕຽນບັນດາສະມາຊິກຂອງພັກເດໂມແຄຣັທໃນສະພາສູງທີ່ບໍ່ສາມາດຮັບຜ່ານ ງົບມານ ມາຕັ້ງແຕ່ປີ 2009.

ການຮັບຜ່ານເອົາຮ່າງງົບປະມານດັ່ງກ່າວ ແມ່ນກໍ່ໃຫ້ເກີດມີການແຂ່ງຂັນທາງການເມືອງກັບ ສະພາຕໍ່າສະຫະລັດ ທີ່ຄວບຄຸມໂດຍພັກຣີພັບບລີກັນ. ສະພາຕໍ່າໄດ້ຮັບຮອງເອົາຮ່າງງົບປະ ມານຂອງຕົນໃນມື້ວັນພະຫັດແລ້ວ ໂດຍໄດ້ຕັດການໃຊ້ຈ່າຍຂອງລັດຖະບານລົງປາສະຈາກ ການຂຶ້ນພາສີໃດໆທັງສິ້ນ.

ກ່ຽວຂ້ອງກັນ

XS
SM
MD
LG