ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະພາສູງສະຫະລັດ ອະນຸມັດຂໍ້ຕົກລົງ ເພດານໜີ້ສິນ


ຮູບຈາກໂທລະພາບຂອງສະພາສູງນີ້, ເປີດເຜີຍໃຫ້ເຫັນການລົງຄະແນນສຽງຂັ້ນສຸດທ້າຍ ດ້ວຍຄະແນນສຽງ 63 ຕໍ່ 36 ເພື່ອເພີ້ມເພດານໜີ້ສິນ ໃນວັນທີ 1 ມິຖຸນາ 2023, ຢູ່ທີ່ສະພາສູງ ໃນນະຄອນຫຼວງວໍຊິງຕັນ.
ຮູບຈາກໂທລະພາບຂອງສະພາສູງນີ້, ເປີດເຜີຍໃຫ້ເຫັນການລົງຄະແນນສຽງຂັ້ນສຸດທ້າຍ ດ້ວຍຄະແນນສຽງ 63 ຕໍ່ 36 ເພື່ອເພີ້ມເພດານໜີ້ສິນ ໃນວັນທີ 1 ມິຖຸນາ 2023, ຢູ່ທີ່ສະພາສູງ ໃນນະຄອນຫຼວງວໍຊິງຕັນ.

ສະພາສູງສະຫະລັດ ໄດ້ລົງຄະແນນສຽງໃນຕອນແລງວັນພະຫັດວານນີ້ 63 ຕໍ່ 36 ໃນການສະໜັບສະໜຸນ ຕໍ່ມາດຕະການ ທີ່ຈະອະນຸມັດໃຫ້ສະຫະລັດຍັງຄົງ ດໍາເນີນການຈ່າຍໜີ້ຂອງຕົນຕໍ່ໄປ. ສະຫະລັດ ຢູ່ໃນຂັ້ນ ທີ່ຈະບໍ່ມີເງິນ​ຈ່າຍໃນອີກ 4 ມື້ຕໍ່ໜ້ານີ້, ເຊິ່ງປັດຈຸບັນຮ່າງກົດໝາຍທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນສອງ​ພັກແມ່ນໄປເຖິງປະທານາທິບໍດີໂຈ ໄບເດັນ ເພື່ອໃຫ້ທ່ານເຊັນລົງນາມ.

“ແລງມື້ນີ້, ບັນດາສະມາຊິກສະພາສູງຈາກສອງພັກ ໄດ້ລົງມະຕິ ເພື່ອປົກປ້ອງຄວາມກ້າວໜ້າຂອງລະບົບເສດຖະກິດທີ່ຫຍຸ້ງຍາກ ທີ່ພວກເຮົາໄດ້ເຮັດມາ ແລະປ້ອງກັນການຜິດຊໍາລະໜີ້ຄັ້ງທໍາອິດຂອງສະຫະລັດ,” ທ່ານ ໄບເດັນ ກ່າວຢູ່ໃນຖະແຫຼງການ.

ສະມາຊິກສະພາຕໍ່າ ພາກັນລົງຄະແນນສຽງຢ່າງຖ້ວມລົ້ນໃນຕອນແລງວັນພຸດແລ້ວນີ້, ດ້ວຍການສະໜັບສະໜຸນຈາກສະມາຊິກສະພາ ຂອງພັກຣີພັບບຣິກັນ ແລະພັກເດໂມແຄຣັດ, ເພື່ອອະນຸຍາດໃຫ້ລັດຖະບານຍັງສາ​ມາດ​ກູ້ຢືມເງິນເພີ້ມຕື່ມໄດ້ອີກໃນ 18 ເດືອນຕໍ່ໜ້າ ເພື່ອໃຫ້ເປັນໄປຕາມພັນທະທາງການເງິນ, ເຊິ່ງເກີນຂີດຈໍາກັດຂອງໜີ້ ໃນປັດຈຸບັນ 31 ພັນ 400 ຕື້ໂດລາ.

ຮ່າງກົດໝາຍ ບໍ່ໄດ້ກໍານົດເພດານທາງການເງິນໃໝ່, ແຕ່ອໍານາດການກູ້ຢືມເງິນຈະຂະຫຍາຍໄປຈົນເຖິງວັນທີ 2 ມັງກອນ ປີ 2025, ເປັນເວລາສອງເດືອນລຸນຫຼັງການເລືອກຕັ້ງປະທານາທິບໍດີໃນທ້າຍປີໜ້ານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG