ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາ​ສູງ ສຫລ ​ຮັບ​ຜ່ານ ​ໂຄງຮ່າງ​ງົບປະມານ ທີ່​ຈໍາກັດ ​ແລະ​ມີ​ໄລຍະ 2 ປີ (ວີດີໂອ)


US Senate Approves Two-year Budget
please wait

No media source currently available

0:00 0:02:51 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ສະພາ​ສູງສະຫະ​ລັດ​ໄດ້​ຮັບ​ຜ່ານ ​ໂຄງຮ່າງ​
ງົບປະມານ ທີ່​ຈໍາກັດແລະ​ມີ​ໄລຍະ 2 ປີ ເພື່ອ​ລະງັບໄພ​ຂົ່ມຂູ່​
ຂອງການປິດ​ລັດຖະບານກາງ​ລົງ ​ແລະຜ່ອນ​ຄາຍ​ການຕັດ​ງົບ
ປະມານ​ລົງ​ຢ່າງ​ໃຫຍ່ນັ້ນ.

ສະມາຊິກ​ສະພາສູງ ສັງກັດພັກຣິພັ​ບບລິ​ກັນ 9 ທ່ານ ​ໄດ້​ສົມທົບ​
ກັບ​ສະມາຊິກພັກ​ເດ​ໂມ​ແຄຣັດທັງ​ໝົດ ຮັບ​ຜ່ານ​ຮ່າງ​ງົບປະມານ
​ດັ່ງກ່າວ ​ດ້ວຍ​ຄະ​ແນນສຽງ​ 64 ສຽງ​ເຫັນ​ດີ ຕໍ່ 36 ສຽງຄັດຄ້ານ.

ຂໍ້​ຕົກລົງ​ດັ່ງກ່າວນັ້ນ​ແມ່ນ​ໄດ້ຖືກ​ຮັບ​ຜ່ານ​ ດ້ວຍຄະ​ແນນ​ສຽງ​
ເຫັນ​ດີ​ນໍາ​ຢ່າງ​ຖ້ວມ​ລົ້ນຈາກ​ສະພາ​ຕໍ່າໃນອາທິດ​ແລ້ວ​ນີ້ ​ແລະ​
ບັດ​ນີ້ ​ແມ່ນ​ຈະ​ຖືກ​ສົ່ງ​ຕໍ່​ໄປ​ຍັງ​ປະທານາທິບໍດີສະຫະລັດ
ທ່ານ​ບາຣັກ ​ໂອ​ບາ​ມາ ​ເພື່ອໃຫ້​ຮັບຮອງ​ເອົາ.

ທາງທໍານຽບຂາວ​ແມ່ນ​ສະໜັບສະໜູນ​ຮ່າງ​ກົດໝາຍ​ດັ່ງກ່າວ ​ແລະ​ເປັນທີ່​ຮັບປະກັນ​ວ່​າ
ທ່ານໂອ​ບາ​ມາ ກໍ​ຈະ​ລົງ​ນາມ​ຮັບ​ຜ່ານ ຢ່າງ​ແນ່​ນອນ.

​ໃນ​ຊ່ວງ​ໄລຍະ 3 ປີຜ່ານມາ​ນີ້ ສະພາ​ຕໍ່າ ທີ່ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງພັກຣິພັບບລິ​ກັນ
ແມ່ນ​ໄດ້ມີ​ການ​ຂັດ​ແຍ້​ງ​ກັນກັບ ​ທ່ານ​ ​ໂອ​ບາ​ມາ ທີ່ສັງກັດ​ພັກ​ເດ​ໂມ​ແຄຣັດ ​ແລະ​ຄອບ​ຄອງ
​ທໍານຽບຂາວມາເປັນ​ເວລາ 5 ປີ​ແລ້ວນັ້ນ​ ຍ້ອນ​ຂໍ້​ສະ​ເໜີ​ໃຫ້​ຕັດ​ການ​ໃຊ້​ຈ່າຍ​ລົງ​ຂອງ​ທ່ານ
ຊຶ່ງເປັນສາ​ເຫດ ​ນໍາ​ໄປ​ສູ່​ວິ​ກິດ​ການປະ​ເຊີນ​ໜ້າ​ທາງ​ດ້ານ​ການ​ເງິນ ​ແລະພາ​ໃຫ້​ມີ​ການ​ປິດ
​ບາງ​ພາກສ່ວນ​ຂອງ​ລັດ​ທະ​ບານ​ກາງ​ລົງ ​ເປັນ​ເວລາ 16 ​ມື້ ​ໃນ​ເດືອນ​ຕຸລາ ຜ່ານ​ມາ​ນີ້.
XS
SM
MD
LG