ສະພາສູງສະຫະລັດ ໄດ້ເຫັນພ້ອມ ຢ່າງເປັນເອກກະສັນ ຕໍ່ການ
ສະເໜີຂອງປະທານາທິບໍດີ Barack Obama ໃຫ້ສະມາຊິກສະ
ພາສູງ Max Baucus ເປັນເອກອັກຄະລັດຖະທູດ ຄົນຕໍ່ໄປຂອງ
ສະຫະລັດ ປະຈໍາປະເທດຈີນ.
ທ່ານ Baucus ສະມາຊິກພັກເດໂມແຄຣັດທີ່ນິຍົມແນວທາງປານ
ກາງ ຈະໄປຮັບໜ້າທີ່ ແທນທ່ານ Gary Locke ຜູ້ທີ່ໄດ້ລາອອກ
ຈາກໜ້າທີ່ ໃນການເປັນເອກອັກຄະລັດຖະທູດ ປະຈໍາກຸງປັກກິ່ງ
ເພື່ອກັບຄືນມາຢູ່ກັບຄອບຄົວທີ່ລັດ Washington ທາງພາກຕາ
ເວັນຕົກສຽງເໜືອຂອງສະຫະລັດ.
ທ່ານ Baucus ອາຍຸ 72 ປີ ຊຶ່ງເປັນປະທານຄະນະກໍາມະການທີ່ພວມຈະພົ້ນຈາກຕຳແໜ່ງ
ດ້ານການເງິນ ທີ່ມີອິດທິພົນຂອງສະພາສູງ ທີ່ດູແລເລື່ອງການຄ້າແລະນະໂຍບາຍການເກັບພາສີນຳນັ້ນ. ທ່ານໄດ້ປະກາດແຜນແລ້ວວ່າ ຈະບໍ່ລົງ ສະມັກເລືອກຕັ້ງອີກ ໃນປີ 2015 ໃນ
ເວລາທ່ານ Obama ໄດ້ສະເໜີໃຫ້ທ່ານໄປຮັບໜ້າທີ່ທາງການທູດທີ່ມີຄວາມສໍາຄັນສູງເປັນ
ພິເສດໃນເດືອນທັນວາທີ່ຜ່ານມານີ້.
ໃນນາມຫົວໜ້າຄະນະກໍາມະການດ້ານການເງິນຂອງສະພາສູງ ທ່ານ Baucus ແມ່ນເປັນ
ສະຖາປະນິກຄົນສໍາຄັນໃນກົດໝາຍຮັກສາສຸຂະພາບທີ່ເປັນລາຍເຊັນຂອງປະທານາທິບໍດີ
ທີ່ຮູ້ກັນໃນນາມ Obamacare ນັ້ນ. ທ່ານຍັງເປັນນຶ່ງໃນ ບັນດາຜູ້ຈົງຮັກພັກດີຈຸທຳອິດຂອງປະທານາທິບໍດີ Obama ທີ່ໄດ້ເຕືອນໃນເວ ລາຕໍ່ມາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ
ດັ່ງກ່າວນັ້ນວ່າ ອາດເຕັມໄປດ້ວຍບັນຫາທີ່ທ້າທາຍຕ່າງໆຕໍ່ລັດຖະບານ.