ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສະຫະລັດ ອະນຸມັດ ແຜນການງົບປະມານ ມູນຄ່າ 3 ພັນ 5 ຮ້ອຍຕື້ໂດລາ


ຕຶກຫໍລັດຖະສະພາ ຫຼື US Capitol ແນມເຫັນໄດ້ ຢູ່ໃນນະຄອນຫຼວງວໍຊິງຕັນ ຂອງສະຫະລັດ.
ຕຶກຫໍລັດຖະສະພາ ຫຼື US Capitol ແນມເຫັນໄດ້ ຢູ່ໃນນະຄອນຫຼວງວໍຊິງຕັນ ຂອງສະຫະລັດ.

ສະພາສູງສະຫະລັດ ໄດ້ຮັບຜ່ານແຜນການງົບປະມານມູນຄ່າ 3 ພັນ 5 ຮ້ອຍຕື້ໂດລາ ຢ່າງວຸດວິດ ເມື່ອຕອນເຊົ້າວັນພຸດວານນີ້ ໂດຍມັນຈະສະໜອງໂຄງຮ່າງສຳລັບການໃຊ້ຈ່າຍເພື່ອຂະຫຍາຍດ້ານການບໍລິການແກ່ຄອບຄົວຫຼາຍຂຶ້ນ ເຊັ່ນດ້ານສຸຂະພາບ ການສຶກສາ ແລະໂຄງການດ້ານສະພາບແວດລ້ອມຕ່າງໆ.

ຊຸດງົບປະມານດັ່ງກ່າວ ລວມມີບູລິມະສິດຫຼາຍຢ່າງ ຂອງປະທານາທິບໍດີ ໂຈ ໄບເດັນ ແລະໄດ້ຮັບການສະໜັບສະໜຸນພຽງແຕ່ບັນດາສະມາຊິກສະພາສູງຈາກພັກເດໂມແຄຣັດຂອງທ່ານ ເທົ່ານັ້ນ ໃນການລົງຄະແນນສຽງ 50 ຕໍ່ 49.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານຊັກ ຊູເມີຣ໌ ໄດ້ກ່າວວ່າ ມະຕິງົບປະ ມານນີ້ ຈະ “ສະໜອງການລົງທຶນທີ່ເປັນປະຫວັດການ ໃນການສ້າງວຽກໃຫ້ແກ່ຊາວອາເມຣິກັນ ບັນດາຄອບຄົວຂອງຊາວອາເມຣິກັນ ແລະຕໍ່ສູ້ຕ້ານການປ່ຽນ ແປງຂອງດິນຟ້າອາກາດ.”

ທ່ານຊູເມີຣ໌ ໄດ້ຂຽນລົງທວີດເຕີໃນວັນພຸດວານນີ້ ວ່າ “ມັນຈະນຳພວກເຮົາໄປຕາມເສັ້ນທາງເພື່ອນຳໄປສູ່ການຫັນປ່ຽນຊົ່ວຫຼາຍລຸ້ນຄົນ ຕະຫຼອດເຖິງ ວິທີທີ່ເສດຖະກິດຂອງພວກເຮົາທຳງານແນວໃດສຳລັບຊາວອາເມຣິກັນໂດຍທົ່ວໄປ.”

ທ່ານມິດຈ໌ ແມັກຄອນແນລ ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ໄດ້ຍອມຮັບໃນກ່ານກ່າວຖະແຫລງຢູ່ທີ່ຫໍສະພາ ເມື່ອວັນອັງຄານຜ່ານມານີ້ ກ່ອນໜ້າການລົງຄະແນນສຽງວ່າ ພັກຣີພັບບລີກັນທີ່ມີສຽງສ່ວນນ້ອຍ ຂາດຄະແນນສຽງທີ່ຈະຢຸດຢັ້ງສຽງສ່ວນຫຼາຍຂອງພັກເດໂມແຄຣັດໄດ້ ແຕ່ທ່ານໄດ້ເອີ້ນຮ່າງກົດໝາຍນີ້ ວ່າ “ບໍ່ໜ້າເຊື່ອແທ້ໆເລີຍ.”

ທ່ານແມັກຄອນແນລ ໄດ້ກ່າວອີກວ່າ “ພວກຄົນຢາກຈະທຳທ່າວ່າ ອັນນີ້ເປັນພຽງການເຮັດວຽກແບບທຳມະດາ. ພຽງແຕ່ພວກເສລີນິຍົມ ເຮັດສິ່ງທີ່ເສລີຕ່າງໆ ໂດຍການໃຊ້ລະບຽບການຂອງສະພາສູງ. ຢ່າຫລົງກົນ ອັນນີ້ເປັນການເກັບພາ ສີແບບຊະຊາຍ ແລະການໃຊ້ຈ່າຍຕາມອຳເພີໃຈ ແບບທີ່ບໍ່ເຄີຍເຫັນມາກ່ອນ.”

ຮ່າງກົດໝາຍດັ່ງກ່າວ ຈະສະໜອງການສິດສອນໃຫ້ແກ່ພວກເດັກນ້ອຍກ່ອນຊັ້ນອະນຸບານທົ່ວໄປ ການຮຽນໃນວິທະຍາໄລຊຸມຊົນທີ່ບໍ່ເສຍເງິນ ຂະຫຍາຍການຮັກສາສຸຂະພາບໃຫ້ແກ່ພວກຜູ້ເຖົ້າອາເມຣິກັນ ແລະໃຫ້ທຶນການເບິ່ງແຍງເດັກ ນ້ອຍ. ມັນຍັງຈະໃຫ້ທຶນໃນການຕໍ່ສູ້ຕ້ານຜົນກະທົບຕ່າງໆຂອງການປ່ຽນແປງສະພາບອາກາດ ປ່ຽນແປງກົດໝາຍຄົນເຂົ້າເມືອງ ແລະພະຍາຍາມເຮັດໃຫ້ລາ ຄາຢາໝໍສັ່ງ ຕ່ຳລົງ.

ພັກເດໂມແຄຣັດວາງແຜນທີ່ຈະຈ່າຍໂຄງການຕ່າງໆ ດ້ວຍການເກັບພາສີເພີ້ມຂຶ້ນຕໍ່ພວກບໍລິສັດ ແລະບຸກຄົນທີ່ມີລາຍໄດ້ຫຼາຍກວ່າ 400,000 ໂດລາຕໍ່ປີ ໂດຍອະນຸຍາດໃຫ້ລັດຖະບານ ເຈລະຈາລາຄາຢາກັບຜູ້ຜະລິດຢາ ເກັບພາສີນຳເຂົ້າຂອງນ້ຳມັນເຊື້ອໄຟຄາບອນ ແລະສ້າງຄວາມເຂັ້ມແຂງການເກັບພາສີ ໂດຍອົງການບໍລິການເກັບພາສີລາຍໄດ້ ຫຼື IRS.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG