ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ສະຫະລັດ ໄດ້ຮັບຜ່ານງົບປະມານການໃຊ້ຈ່າຍ ພື້ນຖານໂຄງລ່າງ ມູນຄ່າ 1 ພັນຕື້ໂດລາ


ປະທານາທິບໍດີ ໂຈ ໄບເດັນ ສະແດງທ່າທີ ຂະນະທີ່ທ່ານຮັບເອົາຄຳຖາມຈາກບັນດາສະມາຊິກສື່ມວນຊົນ ຫຼັງຈາກທີ່ໄດ້ກ່າວຖະແຫລງ ກ່ຽວກັບຮ່າງກົດໝາຍວ່າດ້ວຍພື້ນຖານໂຄງລ່າງ ຂອງທັງສອງພັກການເມືອງ ຢູ່ທີ່ທຳນຽບຂາວ, ວັນທີ 10 ສິງຫາ 2021. ຮອງປະທານາທິບໍດີ ຄາມາລາ ແຮຣິສ ຢືນຟັງຢູ່ເບື້ອງຊ້າຍ.
ປະທານາທິບໍດີ ໂຈ ໄບເດັນ ສະແດງທ່າທີ ຂະນະທີ່ທ່ານຮັບເອົາຄຳຖາມຈາກບັນດາສະມາຊິກສື່ມວນຊົນ ຫຼັງຈາກທີ່ໄດ້ກ່າວຖະແຫລງ ກ່ຽວກັບຮ່າງກົດໝາຍວ່າດ້ວຍພື້ນຖານໂຄງລ່າງ ຂອງທັງສອງພັກການເມືອງ ຢູ່ທີ່ທຳນຽບຂາວ, ວັນທີ 10 ສິງຫາ 2021. ຮອງປະທານາທິບໍດີ ຄາມາລາ ແຮຣິສ ຢືນຟັງຢູ່ເບື້ອງຊ້າຍ.

“ມື້ນີ້ ພວກເຮົາໄດ້ພິສູດແລ້ວວ່າ ປະຊາທິປະໄຕ ຍັງສາມາດໃຊ້ການໄດ້ຢູ່” ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໄດ້ກ່າວໄປ ຫຼັງຈາກບັນດາສະມາຊິກສະພາສູງ ຈາກທັງສອງພັກການເມືອງ ໄດ້ຮ່ວມກັນຮັບຮອງເອົາ ແຜນງົບປະມານ ພື້ນຖານໂຄງລ່າງ ມູນຄ່າ 1 ພັນຕື້ໂດລາ.

ການລົງຄະແນນສຽງຂອງສະພາສູງ 69 ຕໍ່ 30 ສຽງ ໄດ້ສົ່ງຮ່າງກົດໝາຍດັ່ງກ່າວ ໄປຍັງສະພາຕ່ຳເພື່ອການພິຈາລະນາ ໃນເດືອນໜ້ານີ້.

ການຮັບຜ່ານຮ່າງກົດໝາຍນີ້ຢູ່ສະພາຕ່ຳແມ່ນບໍ່ຄ່ອຍແນນອນ ໂດຍມີສະມາຊິກພັກເດໂມແຄຣັດຫົວກ້າວໜ້າຈຳນວນນຶ່ງ ກ່າວວ່າ ຈຳນວນໃຊ້ຈ່າຍທັງໝົດນັ້ນ ແມ່ນໜ້ອຍໂພດ. ແຕ່ປະທານາທິບໍດີໄດ້ຍົກຍ້ອງການເຄື່ອນໄຫວໃນວັນອັງຄານວານນີ້ວ່າ ເປັນບາດກ້າວທີ່ຍັບເຂົ້າໃກ້ “ການລົງທຶນໃນພື້ນຖານໂຄງລ່າງຂອງປະເທດພວກເຮົາ ທີ່ເກີດຂຶ້ນພຽງຄັ້ງດຽວໃນຊົ່ວລຸ້ນຄົນ.”

ຖ້າຫາກໄດ້ຮັບການອະນຸມັດ ຊຸດງົບປະມານນີ້ ຈະລິເລີ້ມນຶ່ງ ໃນຄວາມພະຍາ ຍາມດ້ານສາທາລະນະທີ່ໃຫຍ່ທີ່ສຸດໃນສະຫະລັດ ເພື່ອປົວແປງຖະໜົນຫົນທາງແລະຂົວທັງຫຼາຍທີ່ຊຸດໂຊມ ຂະຫຍາຍການບໍລິການອິນເຕີແນັດຄວາມໄວສູງ ຫຼື ບຣອດແບນ ແລະປ່ຽນທໍ່ນ້ຳປະປາສານກົ່ວທີ່ໃຊ້ເພື່ອສົ່ງນ້ຳດື່ມສະອາດ.

ທ່ານໄບເດັນ ໄດ້ຂອບໃຈຜູ້ນຳພັກຣີພັບບລີກັນໃນສະພາສູງ ໂດຍການຮ້ອງຊື່ທ່ານມິດຈ໌ ແມັກຄອນແນລ ສຳລັບການສະໜັບສະໜຸນຮ່າງກົດໝາຍດັ່ງກ່າວ.

ທ່ານແມັກຄອນແນລ ແລະບັນດາສະມາຊິກພັກຣີພັບບລີກັນ ອີກ 18 ຄົນທີ່ໄດ້ເຂົ້າຮ່ວມກັບກຸ່ມພັກເດໂມແຄຣັດ ລວມທັງໝົດ 50 ຄົນ ເພື່ອອະນຸມັດຮ່າງກົດໝາຍພື້ນຖານໂຄງລ່າງ.

ບັນດາສະມາຊິກພັກຣີພັບບລີກັນ ຜູ້ທີ່ໄດ້ສະໜັບສະໜຸນຮ່າງກົດໝາຍນັ້ນ ບໍ່ຫົວຊານຳຄຳຂໍຮ້ອງຈາກອະດີດປະທານາທິບໍດີ ດໍໂນລ ທຣຳ ໃຫ້ລົງຄະແນນສຽງຄັດຄ້ານມັນ.

ທ່ານທຣຳ ໄດ້ກ່າວໃນຖະແຫລງການບໍ່ດົນກ່ອນທີ່ສະພາສູງຈະລົງຄະແນນສຽງ ວ່າ “ຂ້າພະເຈົ້າກ່າວຢ່າງງຽບໆ ມາໄດ້ຫຼາຍປີແລ້ວວ່າ ມິດຈ໌ ແມັກຄອນແນລ ຜູ້ທີ່ໄດ້ຮັບການຕີຄ່າສູງເກີນໄປ ໃນດ້ານການເມືອງ-ບັດນີ້ຂ້າພະເຈົ້າ ກໍຈະງຽບອີກຕໍ່ໄປ.”

ໃນຂະນະທີ່ດຳລົງຕຳແໜ່ງຢູ່ນັ້ນ ທ່ານທຣຳ ໄດ້ສະໜັບສະໜຸນຊຸດງົບປະມານພື້ນຖານໂຄງລ່າງ ທີ່ໃຫຍ່ກວ່ານັ້ນອີກ ຊຶ່ງບໍ່ໄດ້ເກີດຜົນຫຍັງເລີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG