ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮັບຜ່ານ ຮ່າງ ກ.ມ. ບໍ່ໃຫ້ປິດ ລັດຖະບານ ໄດ້ມີການ ຊັກຊ້າ


ຜູ້ນຳສຽງສ່ວນນ້ອຍ ໃນສະພາສະຫະລັດ ທ່ານ Mitch McCornell (ຄົນກາງ) ພ້ອມສະມາຊິກສະພາສູງ ພັກຣີພັບບລີກັນ
ຜູ້ນຳສຽງສ່ວນນ້ອຍ ໃນສະພາສະຫະລັດ ທ່ານ Mitch McCornell (ຄົນກາງ) ພ້ອມສະມາຊິກສະພາສູງ ພັກຣີພັບບລີກັນ
ການ​ຜິດຂ້ອງຕ້ອງຖຽງ​ທາງ​ດ້ານ​ການ​ເມືອງກ່ຽວ​ກັບ​ບູລິມະ​ສິດ
​ໃນການ​ໃຊ້​ຈ່າຍ​ແລະ​ການດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ຂະ
ຫຍາຍປະກັນ​ໄພ​ສຸຂະພາບໃຫ້​ແກ່ຊາວ​ອາ​ເມຣິກັນກໍາ​ລັງ​ຂົ່​ມ
ຂູ່ ທີ່​ຈະ​ຂັດ​ຂວາງ​ບໍ່​ໃຫ້​ມີ​ການ​ຮັບຮ​ອງ​ເອົາ​ເງິນ​ທຶນ​ທີ່ ຈຳ​ເປັນ
​ສຳລັບ​ການ​ປະຕິບັດ​ງານ​ເປັນ​ບາງ​ສ່ວນ​ຂອງລັດຖະບານກາງ​
ສະຫະລັດນັ້ນ.

ສະພາ​ສູງ​ສະຫະລັດ ​ເປັນ​ສະໜາມ​ລົບ​ບັ້ນຫຼ້າສຸດຂອງ​ການຕໍ່
ສູ້​ກັນ ຊຶ່ງເປັນບ່ອນ​ທີ່ພວກ​ນິຍົມ​ແນວທາງ​ເດີມ “Tea Party”
ຊຶ່ງ​ເປັນ​ສະມາຊິກ​ກຸ່ມ​ນ້ອຍຂອງ​ພັກຣີພັບ​ບລິ​ກັນໃຊ້ເປັນ​ບ່ອນ
ຖະ​ແຫລ​ງ ທີ່​ດໍາ​ເນີ​ນ​ມາ​ເປັນເວລາ​ຫລາຍໆຊົ່ວ​ໂມງແລ້ວ ໃນ
​ຄວາ​ມພະຍາຍາມ ​ເພື່ອ​ເຮັດ​ໃຫ້ການ​ຮັບ​ຜ່ານ​ຮ່າງ​ກົດ​ໝາຍມີ​ການ​ຊັກ​ຊ້າ.

ສະມາຊິກ​ສະພາ​ສູງສັງກັດພັກ​ຣີພັບ​ບລິກັນທ່ານ Ted Cruz ຈາກ​ລັດ Texas ​ແລະ​ຄົນ​ອື່ນໆ
ໄດ້​ຄັດຄ້ານ​ຢ່າງ​ແຂງ​ຂັນ​ ຕໍ່​ໂຄ​ງການທີ່​ສະເໜີ​ໃຫ້ປະກັນ​ໄພ​ສຸຂະ​ພາບ ແກ່​ຊາວ​ອາ​ເມຣິກັນທີ່
​ບໍ່​ມີ​ປະກັນ​ໄພຫລາຍ​ລ້ານ​ຄົນ. ​ພວກເຂົາ​ເຈົ້າກໍາລັງ ພະຍາຍາມ​ກີດ​ກັ້ນ​ບໍ່​ໃຫ້​ມີ​ການ​ຮັບຜ່ານ
ມາດ​ຕະການ​ໃຫ້ທຶນ​ແກ່ການ​ປະຕິບັດງານ ສ່ວນ​ໃຫຍ່​ຂອງລັດຖະບານ​ ນອກຈາກວ່າພັກ​ເດ
​ໂມ​ແຄ​ຣັທຕົກລົງ​ທີ່​ຈະ​ຂັດຂວາງ ​ການ​ໃຊ້​ຈ່າຍ​ກ່ຽວ​ກັບໂຄງການ ​ທີ່​ຮູ້​ກັນ​ໃນ​ນາມ
“Obamacare” ນັ້ນ.

ພັກ​ເດ​ໂມ​ແຄຣັທ ​ຄວບຄຸມສະພາ​ສູງຂອງ​ສະຫະລັດ ​ເພາະສະ​ນັ້ນການ​ພະຍາຍາມ​ທີ່​ວ່ານີ້ ຈຶ່ງບໍ່​ມີ​ໂອກາດ ທີ່​ຈະໄດ້​ຮັບຜົນ​ສໍາ​ເລັດ​ຢູ່​ທີ່​ນັ້ນ.
XS
SM
MD
LG