ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ​ສູງ ສ​ຫລ ທ່ານ​ຣູ​ບີ​ໂອ ເຕືອນ ປ. ມາ​ດູ​ໂຣ ແຫ່ງເວ​ເນ​ຊູ​ເອ​ລາວ່າ ຢ່າ​ຕ້ານ​ຝ່າຍ​ຄ້ານ


ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ ທ່ານ​ມາ​​ໂກ ຣູ​ບີ​ໂອ ​ໃສ່​ແວນ​ຕາ​ດຳ ຖ່າຍ​ຮູບ​ກັບ​ຝູງ​ຊົນ ທີ່​ເມືອງ​ກູ​ູ​ກູ​ຕາ ໂຄ​ລອມ​ເບຍ ວັນ​ທີ 17 ກຸ​ມ​ພາ 2019.
ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ ທ່ານ​ມາ​​ໂກ ຣູ​ບີ​ໂອ ​ໃສ່​ແວນ​ຕາ​ດຳ ຖ່າຍ​ຮູບ​ກັບ​ຝູງ​ຊົນ ທີ່​ເມືອງ​ກູ​ູ​ກູ​ຕາ ໂຄ​ລອມ​ເບຍ ວັນ​ທີ 17 ກຸ​ມ​ພາ 2019.

ລາຍ​ງານອົງ​ການ​ຂ່າວຣອຍ​ເຕີຈາກ ເມືອງກູ​ກູ​ຕາ ໂຄ​ລອມ​ເບຍ ວັນ​ທີ 17 ກຸ​ມ​ພາ ກ່າ​ວ
​ວ່າ ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ ທ່ານ​ມາ​ຣໂກ ຣູ​ບີ​ໂອ ໄດ້​ຢ້ຽມ​ຢາມ​ຊາຍ​ແດນ​ປະ​ເທດ
​ໂຄ​ລອມ​ເບຍ ກັບ​ເວ​ເນ​ຊູ​ເອ​ລາ ໃນ​ວັນ​ອາ​ທິດ​ວານ​ນີ້ ໄດ້​ເຕືອນ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​
ຊູ​ເອ​ລາ ທ່ານ​ນິ​ໂກ​ລັ​ສ ມາ​ດູ​ໂຣ ວ່າ​ ຈະ​ມີ​ຄວາມ​ຮ້າຍ​ແຮງ​ຕິດ​ຕາ​ມ​ມາ ຖ້າ​ຫາກ​ເພິ່ນ​ເອົາ​
ບົດ​ບາດ​ຕ້ານ​ຜູ້​ນຳ​ຝ່າຍ​ຄ້ານ​ຂອງ​ປະ​ເທດ ແລະ​ປະ​ກາດ​ຕົນ​ເອງ​ເປັນ​ປະ​ທ​າ​ນາ​ທິ​ບໍ​ດີ
ຫຼືຕ້ານຄົນ​ສັນ​ຊ​າດ​ສະ​ຫະ​ລັດ.

ໃນ​ການ​ສຳ​ພາດ​ທາງ​ໂທ​ລະ​ພາບນັ້ນ ທ່ານຣູ​ບີ​ໂອ ໄດ້​ປະ​ຕິ​ເສດ​ທີ່​ຈະ​ກ່າວ​ວ່າ ທ່ານ​ຈະ​
ໃຫ້​ການ​ສະ​ໜັບ​ສະໜູນ​ການ​ປະ​ຕິ​ບັດ​ງານທາງທະ​ຫານ​ສະ​ຫະ​ລັດ ຕ້ານ​ເວ​ເນ​ຊູ​ເອ​ລາ
ຊຶ່ງຈະ​ເຮັດ​ໃຫ້ວິ​ກິດ​ການ​ດ້ານ​ການເມືອງ ແລະ​ເສດ​ຖະ​ກິດ ຊຸດ​ໂຊມ​ລົງ.

ແຕ່ວ່າ​ສະ​ມາ​ຊິກ​ສະ​ພາ​ສູງ​ພັກ​ຣີ​ພັບ​ບ​ລິ​ກັນ ກ່າວ​ວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ລັດ​ຖະ​
ບານ​ຂອງ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຈະ​ບໍ່​ຢືນຢູ່​ລ້າໆ ຖ້າ​ຫາກ​ລັດ​
ຖະ​ບານ​ເວ​ເນ​ຊູ​ເອ​ລາ ທຳ​ຮ້າຍ ຫຼື​ໃສ່​ຄຸກ​ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ຮວນ ກົວ​ອີ​ໂດ ຜູ້​ທີ່​ໄດ້
​ປະ​ກາດ​ຕົນ​ເອງວ່າ​ເປັນ​ປະ​ທາ​ນາ​ທິບໍດີໄລຍະ​ຂ້າມຜ່ານໃນ​ເດືອນ​ແລ້ວ​ນີ້.

“ມັນມີ​ປະ​ໂຫຍກສະ​ເພາະ ແລະ​ທ່ານ​ຣູ​ບີ​ໂອ​ຮູ້​ວ່າ​ແມ່ນ​ຫຍັງ” ທ່ານ​ຣູ​ບີ​ໂອ ສະ​ມາ​ຊິກ
​ສະ​ພາ​ສູງ​ຈາກ​ລັດ​ຟ​ລໍ​ຣິ​ດາ ​ທີ່ເຫັນ​ວ່າ​ມີ​ອິດ​ທິ​ພົນນ້ຳ​ສຽງຕໍ່ ນະ​ໂຍ​ບາຍ​ເວ​ເນ​ຊູ​ເອ​ລາ​
ໃນ​ວໍ​ຊິງ​ຕັນ ກ່າວ​ຕໍ່ໂທ​ລະ​ພາບ CNN ວ່າ “ສິ່ງ​ທີ່​ຕິດ​ຕາມ​ມາ​ຈະ​ຮ້າຍ​ແຮງ ແລະ​ຈະ​
ວ່ອງ​ໄວ.”

ທ່ານ​ຣູ​ບີ​ໂອ ຍັງ​ໄດ້​ເຕືອນ​ທ່ານ​ມາ​ດູ​ໂຣ ເລື້ອງ​ການ​ທຳ​ຮ້າຍ​ພະ​ນັກ​ງານ​ສະ​ຫະ​ລັດ ​ທີ່
​ເຮັດ​ວຽກຢູ່​ໃນ​ປະ​ເທດ ແລະ​ກ່າວ​ວ່າ ສະ​ຫະ​ລັດ​ຈະ​ຕອບ​ໂຕ້ ຖ້າ​ຫາກ​ພະ​ນັກ​ງານ
ຊ່ວ​ຍ​ເຫຼືອ​ຕົກເປັນ​ເປົ້າ​ໝາຍ.

ສະ​ມາ​ຊິກ​ສະ​ພາ​ສູງທ່ານນີ້ ​ໄດ້​ເປັນ​ພາກ​ສ່ວນ​ຜູ້​ຕາງ​ໜ້າ​ສະ​ຫະ​ລັດ ຢ້ຽມ​ຢາມເມືອງ
​ກູ​ກູ​ຕາ ​ຊາຍ​ແດນໂຄ​ລອມ​ເບຍ ບ່ອນ​ທີ່​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ກຳ​ລັງຖືກສະ​ສົມ​
ໄວ້ ເພື່ອ​ວາງ​ແຜນ​ນຳ​ສົ່ງ​ເຂົ້າໄປໃນ​ເວ​ເນ​ຊູ​ເອ​ລາ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG