ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເຫັນວ່າ ຄວາມເຄັ່ງຕຶງ ຜ່ອນເບົາລົງແລ້ວ ກ່ຽວເລື້ອງ ກຳປັ່ນຂອງອີຣ່ານ


ສະມາຊິກຄົນນຶ່ງ ຂອງຄະນະກຳມະການ ຕໍ່ຕ້ານຢູ່ທາງພາກໃຕ້ ກຳລັງແນປືນໄປ ໃສ່ພວກກະບົດ Houthi.
ສະມາຊິກຄົນນຶ່ງ ຂອງຄະນະກຳມະການ ຕໍ່ຕ້ານຢູ່ທາງພາກໃຕ້ ກຳລັງແນປືນໄປ ໃສ່ພວກກະບົດ Houthi.

ເຈົ້າ​ໜ້າ​ທີ່ ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດຄົນ​ນຶ່ງ ​ກ່າວ​ວ່າ
ຄວາມ​ເຄັ່ງ​ຕຶງຢູ່ໃນ​ທະເລອາ​ຣາ​ເບຍ ​ໄດ້ຜ່ອນເບົາລົງກ່ຽວກັບ
ໂອກາດທີ່ກຳ​ປັ່ນ​ຂອງ​ອີຣ່ານຈະນຳ​ເອົາອາວຸດ​ໄປສົ່ງໃຫ້​ພວກ​
ກະບົດ Houthi ຢູ່​ໃນ​ປະ​ເທດ​ເຢ​ເມນ.

​ໂຄສົກ​ທຳນຽບຫ້າ​ແຈ ພັນ​ເອກ Steve Warren ​ໄດ້​ກ່າວ​ຕໍ່
​ບັນດາ​ນັກ​ຂ່າວ ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ຂະ​ບວນເຮືອລົບອີຣ່ານ
ທີ່​ໄດ້​ມຸ້ງ​ໜ້າ​ສູ່ປະ​ເທດ​ເຢ​ເມນນັ້ນ ​ໄດ້​ປ່ຽນ​ທິດ​ທາງແລ້ວ ​ແລະ
​ປັດ​ຈຸ​ບັນ​ນີ້​ປາກົດ​ວ່າ ​ກັບ​ຄືນ​ສູ່ອີຣ່ານ.

ທ່ານ Warren ກ່າວວ່າ ຈຸດໝາຍ​ປາຍທາງຂອງ​ຂະ​ບວນເຮືອ
ດັ່ງກ່າວແມ່ນຍັງ ບໍ່​ເປັນ​ທີ່​ແນ່ນອນເທື່ອ ​ແຕ່​ “ມັນ​ກໍຍຸດຕິທຳ​ທີ່​ຈະ​ເວົ້າໄດ້ວ່າ ນີ້​ປາກົດ​ວ່າ
ເປັນ​ການຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕືງບາງສ່ວນລົງ.” ໂຄສົກ​ກ່າວ​ກ່ຽວກັບ​ຂະ​ບວນ​ເຮືອ​ຂົນ​
ສົ່ງຂອງອີຣ່ານວ່າ“ພວກ​ເຮົາ​ຍັງ​ບໍ່​ເປັນ​ທີ່​ແນ່ນອນເຖິງ​ຈຸດປະສົງ​ຂອງ​ເຂົ​າ​ເຈົ້າ ເຖິງແມ່ນ​
ວ່າ​ພວກເຂົາໄດ້​ເຄື່ອນ​ຍ້າຍ​ໄປຈາກປະ​ເທດ​ເຢ​ເມນແລ້ວກໍຕາມ.”

ບັນດາ​ເຈົ້າ​ໜ້າ​ທີ່​ທຳນຽບຂາວກ່າວ​ວ່າ ຕົນ​ມີ​ຫລັກ​ຖານ​ວ່າອີຣ່ານ ​ໄດ້​ສົ່ງ​ອາ​ວຸດ ​ແລະ​ໄດ້​
ໃຫ້ການ​ສະໜັບສະໜູນ​ອຶ່ນໆ​ແກ່ພວກກະບົດ Houthi. ​

ທຳນຽບຫ້າ​ແຈໄດ້​ສົ່ງ​ກຳ​ປັ່ນ​ລົບສະຫະລັດ​ ​ໄປຍັງເຂດ​ນ່ານ​ນຳ້ຂອງປະ​ເທດເຢ​ເມນ ​ເພື່ອ
​ຄໍ້າປະກັນວ່າ​ເສັ້ນທາງ​ເດີນເຮືອ​ທີ່​ສຳຄັນ​ ໃນເຂດອ່າວເອເດັນ​ຍັງເປີດ ໃຊ້ຢູ່.

Yemen
please wait
Embed

No media source currently available

0:00 0:00:25 0:00

XS
SM
MD
LG