ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຫັນວ່າພຶດຕິກໍາການບີບບັງຄັບ ແລະມີຄວາມສ່ຽງຂອງກອງທັບຈີນ ແມ່ນ 'ເພີ້ມຂຶ້ນຢ່າງຮຸນ ແຮງ'


ແຟ້ມຮູບ-ໃນພາບຂອງວີດີໂອທີ່ໄດ້ຮັບການສະໜອງໃຫ້ໂດຍກອງທັບເຮືອສະຫະລັດ, ເຮືອບິນຮົບຂອງຈີນ J-16 ທໍາການບິນຮຸກຮານໃກ້ກັບເຮືອບິນ RC-135 ຂອງສະຫະລັດ ທີ່ບິນຢູ່ເທິງນ່ານຟ້າສາກົນ ເໜືອຂົງເຂດທະເລຈີນໃຕ້, ວັນທີ 26 ພຶດສະພາ 2023.
ແຟ້ມຮູບ-ໃນພາບຂອງວີດີໂອທີ່ໄດ້ຮັບການສະໜອງໃຫ້ໂດຍກອງທັບເຮືອສະຫະລັດ, ເຮືອບິນຮົບຂອງຈີນ J-16 ທໍາການບິນຮຸກຮານໃກ້ກັບເຮືອບິນ RC-135 ຂອງສະຫະລັດ ທີ່ບິນຢູ່ເທິງນ່ານຟ້າສາກົນ ເໜືອຂົງເຂດທະເລຈີນໃຕ້, ວັນທີ 26 ພຶດສະພາ 2023.

ໃນຂະນະ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກະ​ກຽມ​ທີ່​ຈະເປີດ​ເຜີຍ​ບົດ​ລາຍ​ງານ​ປະຈຳ​ປີ​ຂອງຕົນ ກ່ຽວກັບ​ອໍານາດທາງ​ທະຫານຂອງ​ຈີນ ຫຼື CMPR, ​ບັນ​ດາເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກອງທັບ​ຈີນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ການທີ່​ “ເປັນ​ສູນ​ກາງ ​ແລະ ຮ່ວມ​ກັນ” ​ເພື່ອປະຕິບັດພຶດຕິກໍາ​ທີ່​ມີຄວາມສ່ຽງ​ໃນ​ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກ ​ເພື່ອ "ບີບບັງຄັບ​ໃຫ້​ມີ​ການ​ປ່ຽນ​ແປງ" ​ໃນ​ການ​ປະຕິບັດກິດຈະກໍາຕ່າງໆ​ຂອງ​ ສະຫະລັດ ​ແລະບັນດາປະເທດ​ພັນທະ​ມິດ​ຂອງພວກ​ເຂົາເຈົ້າ.

ໃນ​ຂະນະ​ດຽວກັນ, ວໍ​ຊິງ​ຕັນ ​ໄດ້​ທໍາການຮຽກຮ້ອງ​ຄືນ​ໃໝ່ ສໍາລັບການໂອ້ລົມສື່ສານ​ທາງດ້ານ​ການ​ທະ ຫານ​ກັບ ​ຈີນ ​ເພື່ອ​ປ້ອງກັນຄວາມຂັດແຍ້ງ​ທີ່​ບໍ່ໄດ້ຕັ້ງໃຈ. ຄາດການວ່າເຈົ້າ​ໜ້າ​ທີ່ທາງດ້ານຄວາມໝັ້ນຄົງຂັ້ນສູງ​ຂອງທັງ​ສອງ​ປະ​ເທດ​ ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມກັບຄູ່ຮ່ວມຕໍາແໜ່ງຈາກ​ສະມາຄົມປະຊາຊາດໃນຂົງເຂດເອເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ກາງ​ເດືອນ​ພະ​ຈິກນີ້ ຢູ່ນະ​ຄອນ​ຫຼວງ​ຈາ​ກາ​ຕາ​, ປະເທດ​ອິນ​ໂດ​ເນ​ເຊຍ.

ໃນ​ວັນ​ອັງຄານ​ວານ​ນີ້, ເຈົ້າ​ໜ້າທີ່​ທາງດ້ານຄວາມໝັ້ນຄົງລະດັບສູງຂອງ ສະຫະລັດ ກ່າວ​ວ່າມີ "ການ​ເພີ່ມ​ຂຶ້ນຢ່າງຫຼວງຫຼາຍ" ​ກ່ຽວກັບ​ການ​ບີບ​ບັງ​ຄັບ ​ແລະ​ພຶດຕິກໍາທີ່ມີຄວາມສ່ຽງ​ ໂດຍ​ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ ຈີນ ຢູ່​ໃນຂົງ​ເຂດ​ທະ​ເລ​ຕາ​ເວັນ​ອອກ ​ແລະຂົງເຂດ​ທະເລຈີນ​ໃຕ້.

ທ່ານອີລາຍ ແຣັດເນີ້ (Ely Ratner), ຮອງລັດຖະມົນຕີປ້ອງກັນປະເທດທີ່​ຮັບ​ຜິດ​ຊອບບັນ​ຫາຢູ່ໃນຂົງເຂດອິນໂດປາຊີຟິກ ໄດ້ກ່າວໃນວັນອັງຄານວານນີ້ ວ່າ "ໂດຍສະເພາະ, ນັບຕັ້ງແຕ່ຊ່ວງລະດູໃບໄມ້ຫຼົ່ນຂອງປີ 2021, ພວກເຮົາ ໄດ້ພົບເຫັນຫຼາຍກວ່າ 180 ເຫດການ, ໃນໄລຍະສອງປີທີ່ຜ່ານມາ ເຊິ່ງຫຼາຍກວ່າໃນຊ່ວງທົດສະວັດກ່ອນຫນ້ານັ້ນອີກ," ເຊິ່ງທ່ານ​ໄດ້​ອ້າງ​ເຖິງ​ຮູບ​ຖ່າຍ ​ແລະ ​ວິ​ດີ​ໂອ ​ອັນໃໝ່ທີ່ສະ ໜອງໃຫ້​ໂດຍ​ກອງທັບ​ສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG