ການຂົ່ມຂູ່ຂອງພວກກໍ່ການຮ້າຍຢູ່ໃນທົ່ວໂລກ ກຳລັງກະຈາຍອຳນາດອອກໄປຫລາຍ ຂຶ້ນນັບມື້ ໂດຍທີ່ບັນດາກຸ່ມຕ່າງໆເຊັນວ່າລັດອິສລາມ ກຳລັງຂະຫຍາຍສາຂາເຂົ້າໄປສູ່ ຫຼາຍໆຂົງເຂດ ຮວມທັງເຂດເອເຊຍອາຄະເນ ເຂດພູ Caucasus ໃນພາກເໜືອຂອງ ຣັດເຊຍ ແລະເຂດອາຟຣິກາ ອີງຕາມບົດລາຍງານປະ ຈຳປີຂອງກະຊວງຕ່າງປະເທດ ສະຫະລັດ.
ໃນຂະນະທີ່ ກຸ່ມ al-Qaida ກຸ່ມ Boko Haram ແລະກຸ່ມ al-Shabab ຍັງສືບຕໍ່ທຳ ການໂຈມຕີ ເພື່ອສ້າງຄວາມບໍ່ມີຄວາມທຸ່ນທ່ຽງຢູ່ນັ້ນ ກະຊວງຕ່າງປະເທດກ່າວວ່າ ກຸ່ມ ລັດອິສລາມ ຫລື IS ຍັງສືບຕໍ່ເປັນໄພຂົ່ມຂູ່ ທີ່ຮ້າຍແຮງທີ່ສຸດຢູ່ໃນທົ່ວໂລກໃນປີກາຍນີ້ “ໂດຍມີກຳລັງທີ່ໜ້າຢ້ານກົວ” ຢູ່ໃນຊີເຣຍ ແລະອີຣັກ.
ລາຍງານກ່າວວ່າ ໃນຂະນະທີ່ກຳລັງຂອງລັດອິສລາມ ຢູ່ໃນສອງປະເທດນີ້ໄດ້ເຊື່ອມໂຊມ ລົງ ລະຫວ່າງເຄິ່ງທີສອງຂອງປີ 2015 ພວກນັກລົບທີ່ຢູ່ໃນກຸ່ມຫົວ ຮຸນແຮງດັ່ງກ່າວ ຍັງ ສາມາດທຳການການໂຈມຕີຫຼາຍໆຄັ້ງຢູ່ແຫ່ງອື່ນໆ ຢູ່ໃນ ປະເທດຕ່າງໆທີ່ຮວມທັງຝຣັ່ງ ແລະເທີກີ.
ນອກນັ້ນ ກຸ່ມລັດອິສລາມຍັງໄດ້ສ້າງຄວາມກ້າວໜ້າຢູ່ໃນລີເບຍ ແລະຕັ້ງເຄືອຂ່າຍຢູ່ໃນ ປະເທດຕ່າງໆ ທີ່ຮວມທັງອັຟກາສິນຖານ ປາກິສຖານ ແລໄນຈີເຣຍ.
ກະຊວງຕ່າງປະເທດໄດ້ຈັດເອົາເກືອບ 60 ກຸ່ມກໍ່ການຮ້າຍຕ່າງປະເທດເຂົ້າໄວ້ ໃນບັນຊີ ລາຍງານປະຈຳປີ ແລະໄດ້ລະບຸຊື່ຂອງຫລາຍປະເທດທີ່ເຫັນວ່າເປັນຜູ້ທີ່ບໍ່ໃຫ້ການຮ່ວມ ມື ໃນການຕໍ່ສູ້ຕ້ານພວກຫົວຮຸນແຮງຈັດຢູ່ໃນໂລກ.
ໃນການໃຫ້ສຳພາດກັບວີໂອເອ ຜູ້ປະງານຊົ່ວຄາວ ຕ້ານການກໍ່ການຮ້າຍ ທ່ານ Justin Siberell ກ່າວວ່າ ລາຍງານນີ້ພະຍາຍາມສະໜອງ "ຄວາມເຂົ້າໃຈທີ່ດີຂຶ້ນວ່າ ມີຫຍັງເກີດຂຶ້ນຢູ່ໃນລະດັບທ້ອງຖິ່ນ” ເພື່ອວ່າສະຫະລັດ ແລະບັນດາປະເທດພັນທະມິດຈະໄດ້ສາ ມາດດັດແປງຄວາມພະຍາຍາມຂອງຕົນໃນການຕໍ່ສູ້ກັບ ພວກຫົວຮຸນແຮງຈັດ.
ທ່ານ Siberell ກ່າວວ່າ “ເຖິງແມ່ນວ່າ ຄວາມພະຍາຍາມຂອງພວກເຮົາໄດ້ຮັບຜົນສຳ ເລັດຂ້ອນຂ້າງເປັນຢ່າງດີ ໃນການເຮັດໃຫ້ບັນດາກຸ່ມເຫລົ່ານີ້ ຕັ້ງໂຕບໍ່ໄດ້ແຕ່ພວກເຂົາກໍ ຍັງສືບຕໍ່ຂົນຂວາຍເອົາສະມາຊິກໃໝ່ໄດ້.”
ທ່ານກ່າວອີກວ່າ “ການຕອບໂຕ້ຂອງພວກເຮົາທີ່ຈິງແລ້ວແມ່ນຈຳເປັນຕ້ອງໄດ້ຂະຫຍາຍ ເຮັດໃຫ້ມີຄວາມເຂົ້າໃຈດີຂຶ້ນກ່ຽວກັບພວກຫົວຮຸນແຮງເຫລົ່ານີ້.”