ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ ມອງ​ເຫັນ 'ຄວາມ​ສ່ຽງ​ສູງ' ຈາກ​ພວກ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ ແລະ ພາຍ​ໃນ​ປະ​ເທດ


ພວກ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ຂັ້ນ​ຕົ້ນ ຄຳ​ນັບ​ທຸງ​ຊາດ​ອາ​ເມ​ຣິ​ກັນ ທີ່​ທຳ​ນຽບ​ຫ້າ​ແຈ ໃນ​ເວ​ລາ​ຕາ​ເວັນ​ຂຶ້ນ ຢູ່ໃນ​ພິ​ທີ​ລະ​ນຶກ​ເຖິງ​ການ​ໂຈມ​ຕີ​ ຂອງ​ພວກ​ກໍ່​ການ​ຮ້າຍ​ ທີ່​ທຳ​ນຽບ​ຫ້າ​ແຈ​ໃນ​ປີ 2001 ຊຶ່ງ​ໄດ້​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 11 ກັນ​ຍາ 2023 ນີ້.
ພວກ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ຂັ້ນ​ຕົ້ນ ຄຳ​ນັບ​ທຸງ​ຊາດ​ອາ​ເມ​ຣິ​ກັນ ທີ່​ທຳ​ນຽບ​ຫ້າ​ແຈ ໃນ​ເວ​ລາ​ຕາ​ເວັນ​ຂຶ້ນ ຢູ່ໃນ​ພິ​ທີ​ລະ​ນຶກ​ເຖິງ​ການ​ໂຈມ​ຕີ​ ຂອງ​ພວກ​ກໍ່​ການ​ຮ້າຍ​ ທີ່​ທຳ​ນຽບ​ຫ້າ​ແຈ​ໃນ​ປີ 2001 ຊຶ່ງ​ໄດ້​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 11 ກັນ​ຍາ 2023 ນີ້.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ​ເຕືອນ​ວ່າ “ມີ​ຄວາມ​ສ່ຽງ​ສູງ” ຈາກ​ພວກ​ກໍ່​ການ​ຮ້າຍ​ທີ່​ມາ​ຈາກ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ ສຳ​ລັບ​ປີ​ຈະ​ມາ ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ຊັ່ງ​ຊາ​ໃໝ່​ເບິ່ງ​ໄພ​ຂົ່ມ​ຂູ່ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພະ​ຫັດ​ວານນີ້ໂດຍ​ກະ​ຊວງ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.

ລາຍ​ງານ​ດັ່ງ​ກ່າວ ຊີ້​ໃຫ້​ເຫັນ​ເຖິງ​ທິດ​ສະ​ດີ​ສົມ​ຮູ້​ຮ່ວມ​ຄິດ​ທີ່​ມີ​ຢູ່​ແຜ່ກວ້າງ ຄວາມ​ຄຽດ​ແຄ້ນ​ສ່ວນ​ຕົວ ແລະ​ໃນ​ອັນ​ທີ່​ລາຍ​ງານ​ເອີ້ນວ່າ “​ການ​ແບ່ງ​ແຍກ​ທີ່​ມີ​ມາ​ດົ​ນ​ນານ​ທາງ​ດ້ານ​ເຊື້ອ​ຊາດ​ຜິວ​ພັນ ຊົນ​ຊາດ​ຊົນ​ເຜົ່າ ສາ​ສະ​ໜາ ແລະ ​ແນວ​ຄິດ​ຕໍ່​ຕ້ານ​ລັດ​ຖະ​ບານ” ຊຶ່ງ​ມັກ​ມີ​ການ​ແບ່ງ​ປັນ​ໃນ​ເວ​ທີ​ອະ​ພິ​ປາຍ​ທາງ​ອອນ​ລາຍ ຊຶ່ງ​ທັງ​ໝົດ​ຕ່າງ​ກໍ​ໃຊ້​ໃນ​ການ​ຊັກ​ຈູງ​ບັນ​ດາ​ກຸ່ມ​ນ້ອຍໆ​ແລະ​ສ່ວນ​ບຸກ​ຄົນທີ່​ຢູ່​ພາຍ​ໃນ​ສະ​ຫະ​ລັດ.

ນອກນັ້ນ​ກະ​ຊວງ​ຮັກ​ສາ​ຄວາມ​ພາຍ​ໃນ​ຂອງ​ສະ​ຫະ​ລັດ ຍັງ​ໄດ້​ເຕືອນ​ວ່າ ກຸ່ມ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນໆ ເຊັ່ນ​ກຸ່ມ​ອາ​ລ-ກາ​ອີ​ດາ ແລະ​ກຸ່ມ​ລັດ​ອິ​ສ​ລາມ ຕ່າງ​ກໍ​ພວມ​ດຳ​ເນີນ​ການ​ຢ່າງ​ຂຸ້ນ​ຂ້ຽວ​ ຊອກ​ຫາ​ຊ່ອງ​ທາງ​ຟື້ນ​ຟູ ​ຊື່​ສຽງ​ຂອງ​ຕົນ ແລະ​ຫາ​ໂອ​ກາດ​ໃນ​ການ​ປຸກ​ລະ​ດົມ​ເອົາ​ຜູ້​ຕິດ​ຕາມ​ເພື່ອ​ທຳ​ການ​ກໍ່​ຄວາມ​ຮຸນ​ແຮງ.

“ພວກ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ​ຍັງ​ສືບ​ຕໍ່​ພົວ​ພັນ​ກັບ​ພວກ​ສະ​ໜັບ​ສະ​ໜຸນ​ທາງ​ອອນ​ລາຍ ​ເພື່ອ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ ດ້ານ​ການ​ເງິນ ສ້າງ​ແລະ​ແບ່ງ​ປັນ​ຂ່າວ​ ແລະ ຊຸກ​ຍູ້​ໃຫ້​ມີ​ການ​ໂຈມ​ຕີ” ອີງ​ຕາມ​ການ​ຊັ່ງ​ຊາ​ກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ຂອງ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນສະ​ຫະ​ລັດ ສຳ​ລັບ​ປີ 2024 ໂດຍ​ໄດ້ລະ​ບຸ​ ​ເຄືອ​ຂ່​າຍ​ກຸ່ມ ລັດ​ອິ​ສ​ລາມ​ໃນ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ ກຸ່ມໄອ​ແອັ​ສ​ໂຄ​ຣາ​ຊານ ຫຼືກຸ່ມ ISIS-K​.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG