ຣັດເຊຍ ແລະຈີນ ກຳລັງແຂ່ງຂັນກັນພັດທະນາຄວາມສາມາດທາງທະຫານຂອງຕົນຢູ່ເທິງອະວະກາດແລະອາດຈະສາມາດປ້ອງກັນບໍ່ໃຫ້ສະຫະລັດ ແລະພັນທະມິດ ໃຊ້ເຂດນອກຂອງອະວະກາດໄດ້ຢ່າງເສລີ.
ຄຳເຕືອນດັ່ງກ່າວທີ່ຂຽນຢູ່ໃນບົດລາຍງານທີ່ພິມເຜີຍແຜ່ໃນວັນຈັນວານນີ້ ຈາກອົງການສືບລັບກະຊວງປ້ອງກັນປະເທດ ແມ່ນອີງໃສ່ຄຳເຕືອນຫລາຍໆອັນ ທີ່ ເຜີຍແຜ່ອອກມາໂດຍອົງການສືບລັບກະຊວງປ້ອງກັນປະເທດ ແລະປະຊາຄົມສືບລັບ ໃນໄລຍະຫລາຍປີຜ່ານມາ.
ແຕ່ ບໍ່ເໝືອນກັນກັບການປະເມີນສະຖານະການໃນຄັ້ງກ່ອນໆ ທີ່ສຸມໃສ່ ການດຳເນີນຄວາມພະຍາຍາມຂອງຣັດເຊຍ ແລະຈີນ ທີ່ໃຫ້ນຳທັນ ຫລືຕ້ານຕໍ່ຄວາມສາມາດຂອງສະຫະລັດໃຫ້ໄດ້, ບົດລາຍງານຂອງອົງການສືບລັບກະຊວງປ້ອງປະເທດຫລື DIA ສະບັບນີ້ ສະແດງໃຫ້ເຫັນວ່າ ທັງສອງປະເທດກຳລັງດຳເນີນຕາມນະໂຍບາຍທີ່ຮ້າຍແຮງກວ່ານັ້ນຫລາຍ.
"ພວກເຂົາກຳລັງພັດທະນາລະບົບທີ່ເປັນການນາບຂູ່ຕໍ່ເສລີພາບໃນການເຄື່ອນໄຫວຢູ່ເທິງອະວະກາດ," ນັ້ນຄືຄຳເຕືອນ ທີ່ຂຽນຢູ່ໃນບົດລາຍງານນັ້ນ ໂດຍອ້າງເຖິງລະບົບທາງທະຫານຂອງຣັດເຊຍ ແລະຈີນໃນປັດຈຸບັນນີ້ ທີ່ເຫັນວ່າ ຄວາມສາມາດໃນການຄວບຄຸມເຂດນອກຂອງອະວະກາດເປັນ "ສ່ວນນຶ່ງຂອງການເອົາຊະນະສົງຄາມສະໄໝໃໝ່ໄດ້."
ພວກເຈົ້າໜ້າທີ່ສືບລັບຂອງສະຫະລັດ ເຊື່ອວ່າ ຣັດເຊຍ ແລະຈີນ ໄດ້ໃຊ້ເວລາ 4 ປີ ເພື່ອເຮັດໃຫ້ກຳລັງທະຫານຂອງຕົນພັດທະນາໄປຕາມຄວາມສຳຄັນຂອງການປະຕິບັດງານຢູ່ໃນອະວະກາດ ເພີ້ມຂຶ້ນນັບມື້.
ຄວາມພະຍາຍາມດັ່ງກ່າວ ໄດ້ພາໃຫ້ເກີດສິ່ງທີ່ພວກເຈົ້າໜ້າທີ່ນັ້ນເອີ້ນກັນວ່າ ເປັນການປະຕິບັດງານທາງອະວະກາດທີ່ "ແຂງແຮງ ແລະມີປະສິດທິພາບ" ສຳລັບທັງສອງປະເທດແລ້ວ ໂດຍທີ່ມີການປັບປຸງວຽກງານນີ້ ຢ່າງບໍ່ຢຸດຢັ້ງ.
ບົດລາຍງານນັ້ນເວົ້າອີກວ່າ ພ້ອມກັນນັ້ນ ຣັດເຊຍ ແລະຈີນດຽວນີ້ຍັງໄດ້ "ມີຄວາມຮູ້ສະຖານະການແບບໄດ້ຮັບການປັບປຸງໃຫ້ດີຂຶ້ນ, ຊຶ່ງເຮັດໃຫ້ພວກເຂົາສາມາດທີ່ຈະເຝົ້າ, ຕິດຕາມເບິ່ງ ແລະແນເປົ້າໝາຍໂຈມຕີໃສ່ກຳລັງທະຫານຂອງສະຫະລັດ ແລະຂອງປະເທດພັນທະມິດໄດ້.”.
ທັງສອງປະເທດນີ້ ຍັງສມາດຕິດຕາມເບິ່ງອຸປະກອນຂອງສະຫະລັດ ຢູ່ເທິງອະວະກາດໄດ້ອີກດ້ວຍ.
ບົດລາຍງານນັ້ນລະບຸອີກວ່າ "ເຄືອຂ່າຍການສິ້ງຊອມຕິດຕາມຂອງຈີນ ແລະຣັດເຊຍ ແມ່ນມີຄວາມສາມາດທີ່ຈະຊອກຫາ, ຕິດຕາມເບິ່ງ ແລະ ບອກລັກສະນະຂອງດາວທຽມຕ່າງໆ ຢູ່ໃນວົງໂຄຈອນຂອງໂລກທົງໝົດເລີຍ."