ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ​ ເຫັນ​ວ່າ ຈີນພວມ 'ເອົາ​ບາດ​ກ້າວ​ອັນ​ໜັກ​ແໜ້ນ' ເພື່ອ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ຈີນ ທ່ານ​ຫວັງ ສຽວ​ຫົງ ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ສະ​ຫງົບ​ພາຍ​ໃນ​ຂອງ​ສະ​ຫະ​ລັດ ທ່ານ​ອາ​ເລັກ​ຊານ​ເດີນ ມາ​ຢໍ​ກາ​ສ ທີ່​ນະ​ຄອນ​ວຽນ​ນາ ວັນ​ທີ 18 ກຸມ​ພາ 2024. (Screenshot of China Central Television via Reuters Connect)
ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ຈີນ ທ່ານ​ຫວັງ ສຽວ​ຫົງ ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ສະ​ຫງົບ​ພາຍ​ໃນ​ຂອງ​ສະ​ຫະ​ລັດ ທ່ານ​ອາ​ເລັກ​ຊານ​ເດີນ ມາ​ຢໍ​ກາ​ສ ທີ່​ນະ​ຄອນ​ວຽນ​ນາ ວັນ​ທີ 18 ກຸມ​ພາ 2024. (Screenshot of China Central Television via Reuters Connect)

ກອງ​ປະ​ຊຸມ​ລະ​ດັບ​ສູງ ​ລະ​ຫວ່າງຫົວ​ໜ້າເຈົ້າ​ໜ້າ​ທີ່ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ​ແລະ​ຄູ່​ຕຳ​ແໜ່ງ​ຝ່າຍ​ຈີນ ແມ່ນ​ເຫດ​ຜົນ​ທີ່​ອຳ​ນວຍ​ໃຫ້​ວໍ​ຊິງ​ຕັນ​ຕັ້ງ​ຄວາມ​ໄວ້​ວ່າ​ການ​ເຈ​ລະ​ຈາ​ກັນ​ໃນ​ຮອບນີ້​ອາດ​ຈະ​ນຳ​ໄປ​ສູ່​ການ​ສິ້ນ​ສຸດ​ລົງ​ໃນ​ການ​ຫຼັ່ງ​ໄຫຼ​ຂອງ​ຢາ​ເສບ​ຕິດ ເຊັ່ນ​ຢາ​ເຟັນ​ຕານອ​ລ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພ​າຍ​ຂອງ​ສະ​ຫະ​ລັດ ທ່ານ​ອາ​ເລ​ຮານ​ໂດ​ຣ ມາ​ຢໍ​ກາ​ສ ໄດ້​ພົ​ບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ຈີນ ທ່ານ​ຫວັງ ສຽວ​ຮອງ ທີ່​ນະ​ຄອນ​ວຽນ​ນາ ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ເພື່ອ​ເຈ​ລະ​ຈາ​ຫາ​ລື​ທີ່​ແນ​ໃສ່​ເພື່ອ​ຢັບ​ຢັ້ງ​ການ​ແຜ່​ລະ​ບາດ​ຂອງ​ຢາ​ເຟັນ​ຕານອ​ລ​ແລະ​ສານ​ເຄ​ມີ​ທີ່​ນຳ​ໃຊ້​ເພື່ອ​ຜະ​ລິດ​ຢາ​ເສບ​ຕິດ​ສານ​ສັງ​ເຄາະ​ຮ້າຍ​ແຮງ​ດັ່ງ​ກ່າວ.

ຖະ​ແຫຼງ​ການ​ຂອງ​ສະ​ຫະ​ລັດ​ກ່ຽວ​ກັບກອງ​ປະ​ຊຸມ​ກັບ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ກ່າວ​ເຖິງ​ການ​ເຈ​ລະ​ຈານີ້​ວ່າ “ກົງ​ໄປ​ກົງ​ມາ​ແລະ​ສ້າງ​ສັນ” ແລະບັນ​ດາ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ມີ​ຮ່ອງ​ຮອຍ​ຂອງ​ຄວາມ​ກ້າວ​ໜ້າ​ໄດ້​ເກີດ​ຂຶ້ນ.

“ນີ້​ແມ່ນກອງ​ປະ​ຊຸມ​ທີ່​ໃຫ້​ດອກ​ອອກ​ຜົນ​ແທ້ໆ” ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ສະ​ຫະ​ລັດ​ກ່າວ​ຕໍ່​ພວກ​ນັກ​ຂ່າວ ໂດຍ​ຕົກ​ລົງລາຍ​ງານ​ໃຫ້​ພວກ​ເຂົາ​ເຈົ້າ​ຊາບ ພາຍ​ໃຕ້​ເງື່ອນ​ໄຂ​ໂດຍ​ການ​ຂໍ​ສະ​ຫງວນ​ຊື່.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ປະ​ຊຸມ​ໃນ​ຂັ້ນ​ຕົ້ນ​ລະ​ຫວ່າງ​ທ່ານ​ມາ​ຢໍ​ກາ​ສ ແລະ​ທ່ານ​ຫວັງ ໄດ້​ໃຊ້​ເວ​ລາ​ທັງ​ໝົດ​ປະ​ມານ 4 ຊົ່ວ​ໂມງ ໂດຍ​ທີ່​ຍັງ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກັນ​ໃນ​ລະ​ຫວ່າງ​ທີ່​ຮັບ​ປະ​ທານ​ອາ​ຫານ​ຄ່ຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG