ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດເຫັນວ່າ ບໍ່ໄດ້ຕ້ານການແຜ່ອິດທິພົນ ທາງພູມີສາດການເມືອງ ຂອງຈີນ ທີ່ນັບມື້ເພີ້ມຂຶ້ນ


ຄົນຂາຍໜັງສືພິມກວດເບິ່ງການນວາງໜັງສືພິມຂອງຕົນທີ່ມີຮູບຂອງ ປະທານາທິບໍດີໂຈໄບເດັນ ຂອງສະຫະລັດ ຢືນຢູ່ລະຫວ່າງກາງທຸງສະຫະລັດກັບທຸງຈີນໃນນະຄອນປັກກິ່ງ ໃນວັນທີ 21 ມັງກອນ, 2021
ຄົນຂາຍໜັງສືພິມກວດເບິ່ງການນວາງໜັງສືພິມຂອງຕົນທີ່ມີຮູບຂອງ ປະທານາທິບໍດີໂຈໄບເດັນ ຂອງສະຫະລັດ ຢືນຢູ່ລະຫວ່າງກາງທຸງສະຫະລັດກັບທຸງຈີນໃນນະຄອນປັກກິ່ງ ໃນວັນທີ 21 ມັງກອນ, 2021

ເຖິງແມ່ນວ່າຈະມີການລິເລີ້ມຕ່າງໆໂດຍລັດຖະບານຊຸດກ່ອນ ແລະຊຸດປັດຈຸບັນ ແລ້ວກໍຕາມ, ແຕ່ກໍມີຄວາມເປັນຫ່ວງຄັ້ງໃໝ່ວ່າ ສະຫະລັດກຳລັງບໍ່ມີຄວາມສາມາດພໍ ທີ່ຈະຕ້ານຄືນການແຜ່ອິດທິພົນທາງພູມີສາດການເມືອງທີ່ນັບມື້ເພີ້ມຂຶ້ນຂອງຈີນ.

ໂຄງການລິເລີ່ມນຶ່ງແລວນຶ່ງເສັ້ນທາງ ຫລື BRI ທີ່ມີການພັດທະນາໄປເລື້ອຍໆຂອງປັກກິ່ງມາໄດ້ 8 ປີແລ້ວ ໄດ້ໃຫ້ທຶນແກ່ໂຄງການຕ່າງໆໃນທົ່ວໂລກ, ລວມທັງຖະໜົນຫົນທາງ, ທາງລົດໄຟ, ໂຮງງານໄຟຟ້າ ແລະໂຄງລ່າງດ້ານໂທລະຄົມມະນາຄົມ.

“ການບໍ່ມີປະຕິກິລິຍາຕອບໂຕ້ ຫລາຍເທົ່າກັບຄວາມຮຸນແຮງຂອງຈີນ ແມ່ນພາໃຫ້ເກີດສະພາບທີ່ສະຫະລັດເຫັນວ່າຕົນເອງກືນບໍ່ເຂົ້າຄາຍບໍ່ອອກ ໃນດ້ານເສດຖະກິດ ແລະຍຸດທະສາດ. ການຖອນຕົວຂອງສະຫະລັດ ໄດ້ຊ່ວຍສ້າງສູນຍາກາດທີ່ຈີນໄປແທນໄດ້ດ້ວຍ BRI,” ອີງຕາມບົດລາຍງານຂອງຄະນະປະຕິບັດງານທີ່ເປັນອິດສະຫຼະທີ່ເຜີຍແຜ່ອອກມາໃນວັນອັງຄານວານນີ້ ໂດຍສະພາການພົວພັນຕ່າງປະເທດ ຫລື CFR.

“ເຖິງແມ່ນວ່າສະຫະລັດ ໄດ້ຮູ້ເຖິງຜົນປະໂຫຍດໃນການສົ່ງເສີມພື້ນຖານໂຄງລ່າງ, ການຄ້າ ແລະການເຊື່ອມຕໍ່ໃນທົ່ວຂົງເຂດເອເຊຍ ແລະໄດ້ວາດພາບເຖິງເສັ້ນທາງສາຍໄໝ ຢູ່ຫລາຍໆຄັ້ງມາຕັ້ງແຕ່ດົນນານແລ້ວກໍຕາມ ແຕ່ວ່າ ກໍບໍ່ໄດ້ຕອບສະໜອງຄວາມຕ້ອງການທີ່ມີຢູ່ຂອງພາກພື້ນດັ່ງກ່າວເລີຍ,” ອີງຕາມການປະເມີນຂອງສະພາດັ່ງກ່າວ.

ທ່ານເດວິດ ແຊັກສ໌ (David Sacks) ນັກວິໄຈໃນການຄົ້ນຄ້ວາທີ່ CFR ແລະຜູ້ຂຽນບົດລາຍງານຮ່ວມຄົນນຶ່ງ ກ່າວຕໍ່ວີໂອເອວ່າ ໂຄງການລິເລີ້ມທີ່ມີມູນຄ່າຫລາຍພັນຕື້ໂດລາ ໄດ້ແຜ່ອອກໄປໃນທາງພູມມີປະເທດຢ່າງບໍ່ມີຂອບເຂດເລີຍ ສະນັ້ນ ດຽວນີ້ຢູ່ໃສມັນກໍມີ ແລະມັນຢູ່ທຸກຫົນທຸກແຫ່ງເລີຍ” ແລະມັນກໍໄດ້ກ້າວໄປເໜືອກວ່າພື້ນຖານໂຄງລ່າງແບບທໍາມະດາອີກດ້ວຍ.

ທ່ານແຈັກ ລີວ (Jack Lew), ເຊິ່ງກ່ອນໜ້ານີ້ເປັນລັດຖະມົນຕີກະຊວງການເງິນຂອງສະຫະລັດ ແລະຫົວໜ້າທີ່ປຶກສາຂອງທຳນຽບຂາວກ່າວວ່າ BRI ກຳ ລັງ “ເພີ່ມຂີດຄວາມສາມາດຂອງຈີນໃນການເອົາອິດທິພົນຂອງຕົນເຂົ້າໄປໃນທົ່ວພາກພື້ນແລະທົ່ວໂລກ.” ທ່ານກ່າວຕໍ່ໄປວ່າ "ຜູ້ສ້າງນະໂຍບາຍຂອງສະຫະລັດ ຈຳເປັນຕ້ອງໄດ້ສະເໜີສິ່ງທີ່ເປັນທາງເລືອກສໍາລັບ BRI ໃນບ່ອນທີ່ຕົນສາມາດເຮັດໄດ້ ແລະໃຫ້ການສຶກສາແກ່ປະເທດອື່ນ ກ່ຽວກັບສິ່ງທີ່ມັນເຂົ້າມາ ແລະຜັກດັນເມື່ອໃດຫາກຈຳເປັນຕ້ອງໄດ້ເຮັດ.”

ທ່ານນາງ ເຈນນິເຟີ ຮີລແມນ (Jennifer Hillman), ອະດີດທີ່ປຶກສາໃຫຍ່ແກ່ຫ້ອງການຜູ້ຕາງໜ້າດ້ານການຄ້າຂອງສະຫະລັດ ແລະເປັນຜູ້ຂຽນບົດລາຍງານຮ່ວມຂອງ CFR ຜູ້ນຶ່ງກ່າວວ່າ ປັດຈຸບັນຈີນໄດ້ຖືກມອງເຫັນວ່າ ມີອິດທິພົນສູງກວ່າສະຫະລັດ ຢູ່ໃນຫລາຍພາກຂອງທະວີບອາຟຣິກາ ແລະເອເຊຍຍ້ອນ BRI ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG