ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ພະຍາຍາມ ສົ່ງຕົວນັກທຸລະກິດ ຊາວ ເທີກີ ມາປະເທດ ໃນຂໍ້ກ່າວຫາ ກ່ຽວກັບ ການສໍ້ໂກງ


ທຸງ ແລະ ກາຂອງກະຊວງຍຸຕິທຳ ຢູ່ສຳນັກງານໃຫຍ່ຂອງເຂົາເຈົ້າໃນນະຄອນຫຼວງ ວໍຊິງຕັນ. ວັນທີ 10 ພຶດສະພາ, 2021.
ທຸງ ແລະ ກາຂອງກະຊວງຍຸຕິທຳ ຢູ່ສຳນັກງານໃຫຍ່ຂອງເຂົາເຈົ້າໃນນະຄອນຫຼວງ ວໍຊິງຕັນ. ວັນທີ 10 ພຶດສະພາ, 2021.

ສະຫະລັດ ຈະພະຍາຍາມສົ່ງຕົວນັກທຸລະກິດຊາວ ເທີກີ ຈາກປະເທດ ອອສເຕຣຍ ມາ ສະຫະລັດ ເພື່ອທີ່ລາວຈຶ່ງຈະສາມາດປາກົດຕົວຕໍ່ໜ້າຜູ້ພິພາກສາ ສະຫະລັດ ໃນລັດ ຢູທາ, ບ່ອນທີ່ລາວຈະປະເຊີນກັບຂໍ້ກ່າວຫາ ກ່ຽວກັບ ການສົມຮູ້ຮ່ວມຄິດເພື່ອຟອເງິນ ແລະ ການສໍ້ໂກງທາງອິນເຕີແນັດ.

ທ້າວ ເຊັສກິນ ບາຣານ ຄອກມາສ (Sezgin Baran Korkmaz) ໄດ້ຟອກເງິນຫຼາຍກວ່າ 133 ລ້ານໂດລາໃນການສໍ້ໂກງທີ່ໄດ້ດຳເນີນການຜ່ານບັນຊີທະນາຄານທີ່ລາວໄດ້ຄວບຄຸມໃນປະເທດ ເທີກີ ແລະ ລຸກເຊັມບວກ, ອີງຕາມຖະແຫຼງການຂອງກະຊວງຍຸຕິທຳ.

ເຂົາເຈົ້າໄດ້ກ່າວວ່າ ທ້າວ ຄອກມາສ ຖືກຈັບກຸມໃນປະເທດ ອອສເຕຣຍ ໃນວັນເສົາທີ່ຜ່ານມາ ຕາມການຮ້ອງຂໍຂອງກະຊວງ, ລຸນຫຼັງໄດ້ເປີດຄະດີຟ້ອງຮ້ອງໃນຄັ້ງທີ່ຜ່ານມາທີ່ຕັ້ງຂໍ້ຫາລາວ ກ່ຽວ ກັບ ການສົມຮູ້ຮ່ວມຄິດໃນການຟອກເງິນ, ສໍ້ໂກງທາງອິນເຕີແນັດ ແລະ ຂັດຂວາງການດຳເນີນການຂອງທາງການ.

ອົງການຂ່າວຣອຍເຕີບໍ່ສາມາດທີ່ຈະລະບຸຊື່ທະນາຍຄວາມຂອງທ້າວ ຄອກມາສ ເພື່ອຂໍຄຳເຫັນໃນທັນທີ.

ນັກທຸລະກິດຄົນດັ່ງກ່າວຍັງໄດ້ຖືກສືບສວນສອບສວນໂດຍ ເທີກີ, ບ່ອນທີ່ບັນດາໄອຍະການໄດ້ຄວບຄຸມຕົວຜູ້ບໍລິຫານ 10 ຄົນທີ່ເຮັດວຽກຢູ່ບໍລິສັດຂອງ ທ້າວ ຄອກມາສ, ຫຼັງຈາກຄະນະກຳມະ ການສືບສວນສອບສວນອາຊະຍາກຳ ດ້ານການເງິນຂອງ ເທີກີ ໄດ້ກ່າວວ່າບໍລິສັດດັ່ງກ່າວໄດ້ຖືກໃຊ້ເພື່ອຟອກເງິນ, ອີງຕາມການລາຍງານຂອງອົງການຂ່າວ ອານາໂດລູ ຂອງລັດຖະບານ ເທີກີ.

ເອກອັກຄະລັດຖະທູດ ເທີກີ ປະຈຳ ອອສເຕຣຍ ໄດ້ກ່າວຕໍ່ອົງການຂ່າວໂດການໃນວັນອາທິດທີ່ຜ່ານມາວ່າ ທ້າວ ຄອກມາສ ໄດ້ຖືກຄວບຄຸມຕົວໃນ ວັນເສົາ ໃນເມືອງນຶ່ງຕັ້ງຢູ່ປະມານ 260 ກິໂລ ແມັດຫ່າງຈາກນະຄອນຫຼວງ ວຽນນາ ແລະ ວ່າ ເທີກີ ໄດ້ເລີ່ມຂັ້ນຕອນການສົ່ງຕົວກັບບັນດາເຈົ້າໜ້າທີ່ ອອສເຕຣຍ.

ກະຊວງການຕ່າງປະເທດ ເທີກີ ບໍ່ໄດ້ຕອບການຂໍຮ້ອງສຳລັບຄຳເຫັນ.

ມັນບໍ່ມີຄວາມແນ່ນອນວ່າ ທ້າວ ຄອກມາສ ຈະຖືກສົ່ງຕົວກັບປະເທດຫຼືບໍ່. ມີການເຊື່ອວ່າລາວໄດ້ໜີຈາກ ເທີກີ ໃນເດືອນທັນວາປີກາຍນີ້ກ່ອນການບຸກກວດຄົ້ນຂອງຕຳຫຼວດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG