ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ພວມພົວພັນກັບຈີນອີກຄັ້ງ ເພື່ອຂັດຂວາງສານສັງເຄາະ ເຟັນຕານຽລ ກ່ອນການເດີນທາງໄປປັກກິ່ງ ຂອງທ່ານບລິງເກັນ


ແຟ້ມ-ຖົງຂອງສານ 4-fluoro isobutyryl fentanyl ເຊິ່ງຖືກຢຶດໄດ້ໃນລະຫວ່າງການກວດຄົ້ນ, ສະແດງໃຫ້ເຫັນຢູ່ທີ່ ຫ້ອງປະຕິບັດການຂອງສໍານັກງານປາບປາມຢາເສບຕິດສະຫະລັດ ໃນເມືອງສເຕີລິງ, ລັດເວີຈີເນຍ, ວັນທີ 9 ສິງຫາ 2016.
ແຟ້ມ-ຖົງຂອງສານ 4-fluoro isobutyryl fentanyl ເຊິ່ງຖືກຢຶດໄດ້ໃນລະຫວ່າງການກວດຄົ້ນ, ສະແດງໃຫ້ເຫັນຢູ່ທີ່ ຫ້ອງປະຕິບັດການຂອງສໍານັກງານປາບປາມຢາເສບຕິດສະຫະລັດ ໃນເມືອງສເຕີລິງ, ລັດເວີຈີເນຍ, ວັນທີ 9 ສິງຫາ 2016.

ສະຫະລັດ ພວມ​ “ຊອກ​ຫາ​ທາງ​ຢ່າງ​ຂຸ້ນ​ຂ້ຽວທີ່ຈະ​ທຳການພົວພັນກັບຈີນອີກຄັ້ງ” ເພື່ອປາບ​ປາມ​ການ​ຄ້າຢາເສບຕິດ ເຊິ່ງລວມມີ ຂັດຂວາງການຂົນສົ່ງຢາເສບຕິດ​ສັງ​ເຄາະທີ່ຜິດກົດໝາຍເຊັ່ນ ຢາເຟັນຕານຽລ ທີ່ຫຼັ່ງໄຫຼເຂົ້າມາໃນສະ ຫະລັດ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວກ່ອນການເດີນທາງໄປຢ້ຽມຢາມປັກກິ່ງ ໃນຕົ້ນເດືອນກຸມພາທີ່ຈະມາເຖິງນີ້.

ເຈົ້າໜ້າທີ່ຂອງສະຫະລັດ ຍອມຮັບວ່າ ການພົວພັນລະຫວ່າງສອງປະເທດກ່ຽວກັບບັນຫາຕ່າງໆເຫຼົ່ານີ້ “ໄດ້ຮັບການຈໍາກັດ ໃນຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມາ.”

“ໃນໄວໆນີ້ ພວກເຮົາຍັງບໍ່ມີການປະຊຸມໃດໆ ເພື່ອຈະປະກາດ ຫຼືກວດກາຄືນ,” ໂຄສົກກະຊວງການຕ່າງປະເທດ ກ່າວກັບ VOA ໃນວັນອັງຄານທີ່ຜ່ານມານີ້ ເມື່ອຖືກຖາມວ່າ ຖ້າມີການເລີ້ມຕົ້ນສົນທະນາກັນເພື່ອປາບ​ປາມຢາເຟັນຕານຽລອີກຄັ້ງ ລຸນຫຼັງທີ່ລັດຖະບານປັກກິ່ງໂຈະການດໍາເນີນງານຮ່ວມມືກັບລັດຖະບານວໍຊິງຕັນ ກ່ຽວກັບບັນຫາການປະທ້ວງ ການໄປຢ້ຽມຢາມເກາະໄຕ້ຫວັນຂອງອະ ດີດປະທານສະພາຕໍ່າສະຫະລັດ ທ່ານນາງແນນຊີ ເພໂລຊີ ໃນເດືອນສິງຫາທີ່ຜ່ານມາ.

ໂຄສົກກະຊວງການຕ່າງປະເທດ ທ່ານເນັດ ໄພຣສ໌ ບອກກັບ VOA ໃນອາ ທິດນີ້ວ່າ “ເຖິງແມ່ນການດໍາເນີນງານຂອງພວກເຂົາເຈົ້າໃນເມື່ອກ່ອນ ໄດ້ຊ່ວຍຕໍ່ຕ້ານການຜະລິດຢາທີ່ຜິດກົດໝາຍຢ່າງຫຼວງຫຼາຍ, ພວກເຮົາກໍຍັງຫວັງວ່າ ຈະເຫັນການດໍາເນີນງານດັ່ງກ່າວນີ້ ຈາກສາທາລະນະລັດປະຊາຊົນຈີນ ເພີ້ມຂຶ້ນ, ການດໍາເນີນງານທີ່ມີຄວາມໝາຍຄົບຖ້ວນ, ແລະເປັນຮູບປະທໍາຫຼາຍຂຶ້ນ ເພື່ອ ຈໍາກັດຂອບເຂດຂອງສານເຄມີຕົ້ນ ແລະເຄື່ອງມືຕ່າງໆທີ່ນໍາໃຊ້ເຂົ້າໃນໂຮງງານຜະລິດຢາເສບຕິດເຟັນຕານຽລ ແລະສານສັງເຄາະອື່ນໆ.”
ໃນປີ 2019, ຈີນ ໄດ້ຈົດສານທີ່ມີລັກສະນະເຟັນຕານຽລ ເຂົ້າໃນລາຍຊື່ຂອງຢາເສບຕິດຕ່າງໆທີ່ຖືກຄວບຄຸມ.

ໃນຂະນະທີ່ປັກກິ່ງບໍ່ແມ່ນແຫຼ່ງຢາຝິ່ນຂະໜາດໃຫຍ່ ທີ່ນໍາເຂົ້າສູ່ສະຫະລັດອີກແລ້ວກໍຕາມ, ແຕ່ເຈົ້າໜ້າທີ່ສະຫະລັດກ່າວວ່າ ລັດຖະບານວໍຊິງຕັນ ກໍຍັງຄົງຈະຕິດຕາມເບິ່ງຕໍ່ໄປວ່າ ສານເຄມີຕົ້ນຕໍ ທີ່ມີກໍາເນີດຈາກປະເທດຈີນ ຈະຍັງຄົງຖືກໃຊ້ເຂົ້າໃນການຜະລິດເຟັນຕານຽລແລະຢາເສບຕິດອື່ນໆສັງ​ເຄາະທີ່ຜິດກົດໝາຍຫຼືບໍ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG