ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຫາທາງໃຫ້ມີການປະນາມ ຈາກນາໆຊາດ ຕໍ່ການຍິງລູກສອນໄຟ ຂອງເກົາຫຼີເໜືອ ຢູ່ ສປຊ  


ແຟ້ມພາບ - ທ່ານນາງລິນດາ ທອມມັສ-ກຣີນຟີລ (Linda Thomas-Greenfield),ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປຊ, ກ່າວຖະແຫລງ ໃນລະຫວ່າງກອງປະຊຸມ ສະພາຄວາມໝັ້ນຄົງ ອົງການ ສປຊ, ວັນທີ 5 ເມສາ 2022, ຢູ່ສຳນັກງານໃຫຍ່ຂອງອົງການ ສະຫະປະຊາຊາດ
ແຟ້ມພາບ - ທ່ານນາງລິນດາ ທອມມັສ-ກຣີນຟີລ (Linda Thomas-Greenfield),ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປຊ, ກ່າວຖະແຫລງ ໃນລະຫວ່າງກອງປະຊຸມ ສະພາຄວາມໝັ້ນຄົງ ອົງການ ສປຊ, ວັນທີ 5 ເມສາ 2022, ຢູ່ສຳນັກງານໃຫຍ່ຂອງອົງການ ສະຫະປະຊາຊາດ

ສະຫະລັດ ກຳລັງຫາທາງໃຫ້ມີການປະນາມຈາກນານາຊາດ ຢູ່ທີ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຕໍ່ການຍິງທົດລອງລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM ຄັ້ງຫຼ້າສຸດຂອງເກົາຫຼີເໜືອ.

“ພວກເຮົາຈະສະເໜີໃຫ້ໂອກາດແກ່ສະພານີ້ ນຳເອົາ ສາທາລະນະລັດປະຊາທິ ປະໄຕ ປະຊາຊົນເກົາຫຼີ (DPRK) ມາຮັບຜິດຊອບສຳລັບຄຳເວົ້າທີ່ອັນຕະລາຍ ແລະການກະທຳທີ່ສ້າງຄວາມບໍ່ກ້ຳເກິ່ງຂອງຕົນ” ທ່ານນາງລິນດາ ທອມມັສ-ກຣີນຟີລ ໄດ້ກ່າວໃນກອງປະຊຸມທີ່ໄດ້ຖືກຮຽກຮ້ອງໂດຍສະຫະລັດ ໃນວັນຈັນວານນີ້. ທ່ານນາງກ່າວຕື່ມວ່າ “ສະຫະລັດ ຈະນຳສະເໜີໃຫ້ມີຖະແຫລງການຈາກປະທານ ເພື່ອໃຫ້ສິ້ນສຸດໃນເລື້ອງນີ້.”

ຖະແຫລງການຈາກປະທານຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ມີສະມາຊິກຈາກ 15 ປະເທດນີ້ ແມ່ນຂັ້ນຕອນອັນນຶ່ງຕ່ຳກວ່າມະຕິຕົກລົງ ແລະຕ້ອງໄດ້ຮັບການເຫັນດີເຫັນພ້ອມຢ່າງເປັນເອກກະສັນຂອງບັນດາສະມາຊິກທັງໝົດ.

ທ່ານນາງທອມມັສ-ກຣີນຟີລ ໄດ້ເນັ້ນຢ້ຳວ່າ ການຍິງທົດລອງເມື່ອວັນສຸກ ເປັນການຍິງລູກສອນໄຟ ICBM ຄັ້ງທີແປດໃນປີນີ້ ແລະເປັນສ່ວນນຶ່ງຂອງສະຖິຕິໃນການຍິງລູກສອນໄຟຂີປະນາວຸດ 63 ລູກໃນປີ 2022 - ຫຼາຍເຖິງງສອງເທົ່າຂອງສະຖິຕິປະຈຳປີກ່ອນ ທີ່ມີຢູ່ 25 ລູກ.

ທ່ານນາງກ່າວວ່າ “63 ເທື່ອ ໃນປີນີ້ DPRK ໄດ້ລະເມີດ ຕໍ່ມະຕິຕ່າງໆຂອງສະພາຄວາມໝັ້ນຄົງຢ່າງຈະແຈ້ງແລະໄດ້ພະຍາມເປັນບ່ອນທຳລາຍການ​ຫ້າມແຜ່ຜາຍອາວຸດຂອງໂລກ.”

ລູກສອນໄຟ ICBM ລູກຫຼ້າສຸດ ເປັນລູກທີສອງໃນເດືອນນີ້ ໄດ້ບິນໄປປະມານ 1,000 ກິໂລແມັດ ແລະໄດ້ຕົກລົງໃສ່ເຂດເສດຖະກິດສະເພາະຂອງຍີ່ປຸ່ນ ນອກຝັ່ງດິນແດນທາງພາກເໜືອ ພຽງ 200 ກິໂລແມັດ ຈາກເກາະຮັອກໄກໂດ (Hokkaido) ຂອງຕົນ.

ເອກອັກຄະລັດຖະທູດຂອງຍີ່ປຸ່ນ ໄດ້ກ່າວວ່າ ການຄຳນວນອີງຕາມເສັ້ນທາງການບິນ ບົ່ງບອກເຖິງການຄາດຄະເນໄລຍະຄວາມອາດສາມາດຂອງລູກສອນໄຟນີ້ ອາດບິນໄກເກີນກວ່າ 15,000 ກິໂລແມັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG