ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຊອກຫາຜູ້ປະມູນ ກໍ່ສ້າງກຳແພງ ສູງ 9 ແມັດຢູ່ເຂດຊາຍແດນ


ສວນອຸດທະຍານ Sunland ລັດ New Mexico, ຮົ້ວເຂດ
ຊາຍແດນ ສະຫະລັດ ໃນຂະນະທີ່ພວກປະທ້ວງສຳເລັດ
ການທາສີຄຳຂວັນ "ບໍ່ວ່າຈະກະທຳຜິດ ຫຼື ບໍ່ຖືກຕ້ອງຕາມ
ກົດໝາຍ, ພວກເຮົາແມ່ນກຳມະກອນສາກົນ." ຢູ່ຮົ້ວຟາກ
ປະເທດ ເມັກຊິໂກ. 26 ກຸມພາ, 2017.
ສວນອຸດທະຍານ Sunland ລັດ New Mexico, ຮົ້ວເຂດ ຊາຍແດນ ສະຫະລັດ ໃນຂະນະທີ່ພວກປະທ້ວງສຳເລັດ ການທາສີຄຳຂວັນ "ບໍ່ວ່າຈະກະທຳຜິດ ຫຼື ບໍ່ຖືກຕ້ອງຕາມ ກົດໝາຍ, ພວກເຮົາແມ່ນກຳມະກອນສາກົນ." ຢູ່ຮົ້ວຟາກ ປະເທດ ເມັກຊິໂກ. 26 ກຸມພາ, 2017.

ລັດຖະບານ ສະຫະລັດ ໄດ້ສະເໜີແຜນການສ້າງກຳແພງກັ້ນຊາຍແດນໄກ້ໆກັບປະເທດ ເມັກຊິກໂກ ທີ່ປະທານາທິບໍດີ Donald Trumpໄດ້ອອຄຳສັ່ງໄປຕາມການປະຕິບັດອັນ
ທຳອິດອັນນຶ່ງ ລຸນຫຼັງພິທີສາບານໂຕເຂົ້າຮັບຕໍາແໜ່ງ.

ຄຳຂໍຮ້ອງສຳລັບຂໍ້ສະເໜີດັ່ງກ່າວ ຈາກອົງການພາສີອາກອນ ແລະ ປ້ອງກັນຊາຍແດນ ແມ່ນເປັນບາດກ້າວທຳອິດ ທີ່ນຳໄປສູ່ໂຄງການສ້າງກຳແພງປ້ອງກັນ ມູນຄ່າຫຼາຍພັນ
ລ້ານໂດລາ. ອົງການດັ່ງກ່າວພວມຊອກຫາເອົາການປະມູນ ຈາກພວກອອກແບບ ແລະ
ບໍລິສັດ ກໍ່ສ້າງທັງຫຼາຍ ທີ່ພ້ອມຈະສະເໜີຕົວຢ່າງຂອງກຳແພງຂອງພວກເຂົາເຂົາເຈົ້າ
ໃຫ້ເຫັນ ລວມທັງຂະໜາດ ແລະ ຄວາມກວ້າງໃຫຍ່ທັງໝົດແຕ່ລະອັນປະມານ 10 ແມັດ
ມົນທົນ ອັນຈະເປັນການພາໃຫ້ຕັດສິນໃຈບັ້ນສຸດທ້າຍໃນທ້າຍປີນີ້ ວ່າກຳແພງຈະສ້າງ
ແບບໃດ ແລະ ໃຜຈະເປັນຜູ້ສ້າງ.

ລາຍລະອຽດຂອງການກໍ່ສ້າງ ຊຶ່ງຈະບັນບະຍາຍຢູ່ໃນເອກກະສານທາງການ ຈະເປັນທີ່
ຈະແຈ້ງວ່າ ໂຄງການດັ່ງກ່າວຈະເປັນການກໍ່ສ້າງທີ່ໃຫຽ່ໂຕພີລຶກ. ລັດຖະບານຂໍໃຫ້ມັນ
ເປັນກຳແພງຄອນກຣີດສູງເກົ້າແມັດເລີກລົງໄປໃນພຶື້ນດິນສອງແມັດ ໃຫ້ສາມາດຕໍ່ຕ້ານ
ໄດ້ເກືອບວ່າທຸກການໂຈມຕີໃດໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG