ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຫາທາງເກນເອົາຊາວອາເມຣິກັນ ເພື່ອເປັນຜູ້ອຸບປະຖຳ ຄອບຄົວຊາວອົບພະຍົບ


ແຟ້ມພາບ - ຄອບຄົວອົບພະຍົບຊາວອັຟການິສຖານ ເດີນທາງມາຮອດ ສະໜາມບິນສາກົນ ດູເລສ ເມື່ອວັນທີ 27 ສິງຫາ 2021, ໃນເມືອງດູເລສ, ລັດເວີຈີເນຍ.
ແຟ້ມພາບ - ຄອບຄົວອົບພະຍົບຊາວອັຟການິສຖານ ເດີນທາງມາຮອດ ສະໜາມບິນສາກົນ ດູເລສ ເມື່ອວັນທີ 27 ສິງຫາ 2021, ໃນເມືອງດູເລສ, ລັດເວີຈີເນຍ.

ກະຊວງການຕ່າງປະເທດສະຫະລັດ ໄດ້ເລີ້ມຕົ້ນໂຄງການໃໝ່ ເພື່ອເກນເອົາຊາວອາເມຣິກັນຫຼາຍພັນຄົນ ມາຊ່ອຍຊາວອົບພະຍົບ ໃນການປັບຕົວເຂົ້າໃນການດຳລົງຊີວິດ ຢູ່ໃນສະຫະລັດ. ໂຄງການນີ້ ເອີ້ນວ່າ “ຄະນະຕ້ອນຮັບ ຫຼື Welcome Corps” ທີ່ແນໃສ່ເພື່ອຈັບຄູ່ຄອບຄົວຊາວອົບພະຍົບທີ່ໄດ້ຜ່ານການກວດສອບ ກັບຄອບຄົວຊາວອາເມຣິກັນ ທີ່ໄດ້ຮັບການກວດສອບແລ້ວເຊັ່ນກັນ ອັນເປັນສ່ວນນຶ່ງຂອງການຊຸກຍູ້ ເພື່ອຂະຫຍາຍໂຄງການຕັ້ງຖິ່ນຖານໃໝ່ສຳລັບອົບພະຍົບຂອງສະຫະລັດ ແລະໃຫ້ທັນສະໄໝ.

ລິ້ງຂອງໂຄງການ: https://welcomecorps.org/

ພາຍໃຕ້ແຜນການນີ້ ພົນລະເມືອງສັນຊາດສະຫະລັດ ຫຼື ພົນລະເມືອງຜູ້ອາໄສຢູ່ໃນສະຫະລັດຢ່າງຖາວອນ ສາມາດຍື່ນຄຳຮ້ອງສຳລັບໂຄງການດັ່ງກ່າວ ແລະຖ້າໄດ້ຮັບການອະນຸມັດ ກຸ່ມຄົນຢ່າງໜ້ອຍ 5 ຄົນ ຈະເຮັດວຽກໃນການລະດົມທຶນ 2,275 ໂດລາ ເພື່ອອຸບປະຖຳອົບພະຍົບຄົນນຶ່ງ ໃນໄລຍະສາມເດືອນທຳອິດ ຫຼັງຈາກທີ່ພວກເຂົາເດີນທາງມາຮອດ. ໂຄງການນີ້ ແມ່ນແນໃສ່ຊາວອົບພະຍົບ ຜູ້ທີ່ມີເຈດຕະນາທີ່ຈະຕັ້ງຖິ່ນຖານໃໝ່ ຢູ່ໃນສະຫະລັດຢ່າງຖາວອນ.

ກະຊວງການຕ່າງປະເທດເອີ້ນແຜນການນີ້ ເປັນການປ່ຽນແປງໃຫຍ່ທີ່ສຸດໃນຮອບຫຼາຍກວ່າສີ່ທົດສະວັດ ຕໍ່ການຮັບເອົາຊາວອົບພະຍົບເຂົ້າມາໃນປະເທດຂອງສະຫະລັດ ເມື່ອສະຫະລັດ ໄດ້ເລີ້ມເຮັດວຽກກັບອົງການຈັດຕັ້ງເອກະຊົນຕ່າງໆ ເພື່ອອຸບປະຖຳຊາວອົບພະຍົບ ໃນຊຸມປີ 1980.

ເປົ້າໝາຍຂອງໂຄງການ ໃນປີທຳອິດແມ່ນການລະດົມຊາວອາເມຣິກັນ 10,000 ຄົນ ເພື່ອເປັນຜູ້ອຸບປະຖຳ ຊາວອົບພະຍົບ 5,000 ຄົນ. ກະຊວງນີ້ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ພວມຫາທາງເກນເອົາພວກສະມາຊິກ ຂອງກຸ່ມສາສະໜາແລະສັງຄົມພົນລະເຮືອນ ພວກນັກລົບເກົ່າ ປະຊາຄົມພັດຖິ່ນ ທຸລະກິດ ວິທະ ຍາໄລ ແລະມະຫາວິທະຍາໄລ ແລະກຸ່ມປະຊາຄົມຕ່າງໆ ມາຮ່ວມໃນໂຄງການ.

ພວກຜູ້ອຸບປະຖຳ ຈະໄດ້ຮັບການຝຶກອົບຮົບ ໃນວິທີປະຕິບັດໜ້າທີ່ ເປັນຄົນນຳທາງ ເພື່ອນບ້ານ ແລະເພື່ອນມິດ ສຳລັບຊາວອົບພະຍົບ. ຊາວອົບພະຍົບມາຈາກປະເທດໃດກໍຕາມ ແມ່ນມີສິດເຂົ້າຮ່ວມໃນໂຄງການນີ້ໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG