ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ​ ສັນຕິບານກາງ ເຕືອນໃຫ້ລະວັງ ໄພ​ຂົ່ມຂູ່ ​ຍ້ອນ ການ​ໂຈມ​ຕີ ​ທາງ​ອາກາດ​ (ວີດີໂອ)


US, Gulf Allies Strike Islamic State Militants in Syria
please wait

No media source currently available

0:00 0:03:36 0:00

ເບິ່ງວີດີໂອ ການໂຈມຕີທາງອາກາດຂອງສະຫະລັດ

ອົງການຮັກສາຄວາມປອດໄພຕ່າງໆ ຂອງ​ສະຫະລັດ​ ​ໄດ້​ເຕືອນ
ເຈົ້າໜ້າ​ທີ່ປະຕິບັດກົດໝາຍໃນ​ລະດັບທ້ອງ​ຖິ່ນ ລະດັບລັດແລະ
​ລະດັບຊາດກ່ຽວ​ກັບ​ໄພ​ຂົ່ມຂູ່​ທີ່​ອາດມີຂຶ້ນ​ຍ້ອນການ​ໂຈມ​ຕີ​ທາງ
​ອາກາດ ​ຕໍ່ກຸ່ມ​ລັດ​ອິສລາມ ​ໃນ​ຊີ​ເຣຍນັ້ນ.

ອົງການ​ສັນຕິບານກາງ ຫຼື FBI ​ແລະ ກະຊວງຮັກສາຄວາມ
ປອດໄພພາຍໃນ ຂອງສະຫະລັດ ໄດ້ອອກແຈ້ງ​ການສະບັບນຶ່ງທີ່ກ່າວວ່າການ​ໂຈມ​ຕີ​ທາງ​ອາກາດ​ທີ່​ແນ​ໃສ່​ກຸ່ມ Khorasan ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມກໍ່ການຮ້າຍ al-Qaida ​ແລະ ພວກ​ກຸ່ມ​ລັດ​ອິສລາມນັ້ນ ​ໄດ້​ທຳລາຍ​ ແຜນການ​ທີ່​ຈະ​ໂຈມ​ຕີສະຫະລັດ ​ແລະເປົ້າໝາຍ​ອື່ນໆ ໃນ​ປະ​ເທດ​ຕາ​ເວັນ​ຕົກ.

​ແຕ່​ແຈ້ງ​ການ​ດັ່ງ​ກ່າວ ໄດ້ເຕືອນໃຫ້​ກົມຕຳຫລວດຕ່າງໆ ຈັບຕາເບິ່ງ ພວກ​ຫົວ​ຮຸນ​ແຮງຈັດ
ຢູ່​ພາຍໃນ​ປະ​ເທດ ​ທີ່ອາດ​ເປັນ​ໄປໄດ້​ວ່າ​ພວກ​ເຂົາ​ເຈົ້າ​ພວມຊອກ​ຫາ​ທາງ​ທີ່​ຈະ​ຕອບ​ໂຕ້​
ຕໍ່ການໂຈມ​ຕີຖິ້ມ​ລະ​ເບີດຂອງ​ສະຫະລັດນັ້ນ.

U.S. security agencies have warned local, state and national law enforcement of a possible threat because of the airstrikes against Syria.

The FBI and Houmeland Security Tuesday issued an intelligence bulletin that said the airstrikes targeting the al-Qaida-linked Khorasan and Islamic State groups has disrupted attack planning against U.S. and other Western targets.

But the bulletin warned police departments to be on the lookout for possible homegrown extremists seeking to retaliate for the U.S. bombing strikes.

XS
SM
MD
LG