ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ຮັກສາຄວາມປອດໄພ ສະຫະລັດ ເຕືອນ ກ່ຽວກັບ ໄພຂົ່ມຂູ່ພາຍໃນປະເທດ ທີ່ສູງຂຶ້ນ


ກຳລັງຮັກສາດິນແດນແຫ່ງຊາດ ຮັກສາຄວາມປອດໄພຢູ່ອ້ອມຫໍລັດຖະສະພາ ສະຫະລັດ ກ່ອນພິທີສາບານຕົວເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ໂຈ ໄບເດັນ, ນະຄອນຫຼວງ ວໍຊິງຕັນ, 17 ມັງກອນ, 2021.
ກຳລັງຮັກສາດິນແດນແຫ່ງຊາດ ຮັກສາຄວາມປອດໄພຢູ່ອ້ອມຫໍລັດຖະສະພາ ສະຫະລັດ ກ່ອນພິທີສາບານຕົວເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ໂຈ ໄບເດັນ, ນະຄອນຫຼວງ ວໍຊິງຕັນ, 17 ມັງກອນ, 2021.

ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ສະຫະລັດ ເຕືອນວ່າຄວາມໂມໂຫທີ່ມີຢູ່ ກ່ຽວກັບ ຜົນຂອງການເລືອກຕັ້ງປະທານາທິບໍດີ ເມື່ອບໍ່ດົນມານີ້, ພ້ອມກັບຄວາມເສຍໃຈອື່ນໆ, ອາດກໍ່ໃຫ້ເກີດຄວາມຮຸນແຮງຄັ້ງໃໝ່ໃນທົ່ວປະເທດ.

ກະຊວງຮັກສາຄວາມປອດໄພພາຍໃນ ໄດ້ປະກາດລະບົບລາຍງານລັດທິກໍ່ການຮ້າຍແຫ່ງຊາດ, ທີ່ເຕືອນວ່າ “ສະພາບແວດລ້ອມທີ່ເປັນໄພຂົ່ມຂູ່ສູງຂຶ້ນ” ແມ່ນມີຄວາມເປັນໄປໄດ້ວ່າຈະມີໄປຈົນຮອດທ້າຍເດືອນເມສາ.

ກະຊວງຮັກສາຄວາມປອດໄພພາຍໃນໄດ້ກ່າວໃນຖະແຫຼງການສະບັບນຶ່ງໂດຍບໍ່ໃຫ້ລາຍລະອຽດໃດໆວ່າ “ການຈະລາຈົນທີ່ໃຊ້ຄວາມຮຸນແຮງໄດ້ດຳເນີນມາຈົນເຖິງປັດຈຸບັນນີ້, ແລະ ພວກເຮົາຍັງຄົງເປັນຫ່ວງວ່າ ບຸກຄົນຕ່າງໆທີ່ອຶດອັດໃຈກັບການໃຊ້ອຳນາດຂອງລັດຖະບານ ແລະ ການໂອນອຳນາດປະທານາທິບໍດີ, ພ້ອມກັບຄວາມເສຍໃຈອື່ນໆທີ່ມີຢູ່ ແລະ ເຫດຜົນດ້ານຄວາມຄິດຕ່າງໆນັ້ນອາດສືບຕໍ່ມີການເຄື່ອນໄຫວ.”

ລາຍງານດັ່ງກ່າວໄດ້ເຕືອນອີກວ່າ ພວກຫົວຮຸນແຮງພາຍໃນປະເທດ “ອາດມີກຳລັງໃຈຈາກວັນທີ 6 ມັງກອນ 2021, ເຊິ່ງແມ່ນການບຸກໂຈມຕີຫໍລັດຖະສະພາໃນນະຄອນຫຼວງ ວໍຊິງຕັນ, ທີ່ແນເປົ້າໃສ່ບັນດາເຈົ້າໜ້າທີ່ໆຖືກເລືອກເອົາ ແລະ ສະຖານທີ່ລັດຖະບານຕ່າງໆ.”

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ການຕັດສິນໃຈທີ່ຈະປະກາດລາຍງານໃໝ່ແມ່ນ ໄດ້ມີຂຶ້ນຫຼັງຈາກການປຶກສາຫາລືກັບອົງການສືບລັບຕ່າງໆຂອງປະເທດ, ພ້ອມກັບອົງການບັງຄັບໃຊ້ກົດໝາຍທັງ ຫຼາຍ. ເຖິງແມ່ນຈະມີຄວາມເປັນຫ່ວງກໍຕາມ, ອົງການຮັກສາຄວາມປອດໄພພາຍໃນໄດ້ກ່າວວ່າ “ເຂົາເຈົ້າບໍ່ມີຂໍ້ມູນໃດໆທີ່ລະບຸແຜນການທີ່ສະເພາະເຈາະຈົງ ແລະ ໜ້າເຊື່ອຖື.”

ບັນດາເຈົ້າໜ້າທີ່ລັດຖະບານກາງໄດ້ເຕືອນ ກ່ຽວກັບ ຄວາມໄປໄດ້ສຳລັບການປະທ້ວງໃຊ້ຄວາມຮຸນແຮງໃນທັງໝົດ 50 ລັດຂອງ ສະຫະລັດ ກ່ອນພິທີສາບານຕົວຮັບຕຳແໜ່ງຂອງປະທານາທິບໍດີ ໂຈ ໄບເດັນ ໃນອາທິດທີ່ຜ່ານມາ.

ພວກເຈົ້າໜ້າທີ່ໄດ້ຈັບສອງຄົນໃນລັດ ວໍຊິງຕັນ ເມື່ອວັນທີ 11 ມັງກອນທີ່ຜ່ານມາ, ຫຼັງຈາກພວກປະທ້ວງໄດ້ກໍ່ກວນການເປີດກອງປະຊຸມສະພານິບັນຍັດຂອງລັດ ແມ່ນກະທັ້ງທີ່ມີກຳລັງຮັກສາດິນແດນແຫ່ງຊາດປາກົດຕົວຢູ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG