ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມາດຕະການ ລົງໂທດໃໝ່ຕໍ່ ເກົາຫຼີເໜືອ


ທູດ ຈີນ ປະຈຳອົງການ ສະຫະປະຊາຊາດ ທ່ານ Liu Jieyi ລົງຄະແນນສຽງໃນລະຫວ່າງກອງປະຊຸມສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ສຳນັກງານໃຫຍ່ ສປຊ ກ່ຽວກັບ ຂໍ້ແກ້ໄຂມາດຕະການລົງໂທດໃໝ່ທີ່ຈະຂະຫຍາຍການກົດດັນທາງເສດຖະກິດຕໍ່ ເກົາຫຼີເໜືອ ເພື່ອໃຫ້ເຂົາເຈົ້າກັບຄືນມາ
ເຈລະຈາ ກ່ຽວກັບ ໂຄງການລູກສອນໄຟຂອງເຂົາເຈົ້າ. 5 ສິງຫາ, 2017.
ທູດ ຈີນ ປະຈຳອົງການ ສະຫະປະຊາຊາດ ທ່ານ Liu Jieyi ລົງຄະແນນສຽງໃນລະຫວ່າງກອງປະຊຸມສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ສຳນັກງານໃຫຍ່ ສປຊ ກ່ຽວກັບ ຂໍ້ແກ້ໄຂມາດຕະການລົງໂທດໃໝ່ທີ່ຈະຂະຫຍາຍການກົດດັນທາງເສດຖະກິດຕໍ່ ເກົາຫຼີເໜືອ ເພື່ອໃຫ້ເຂົາເຈົ້າກັບຄືນມາ ເຈລະຈາ ກ່ຽວກັບ ໂຄງການລູກສອນໄຟຂອງເຂົາເຈົ້າ. 5 ສິງຫາ, 2017.

ສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດ ໄດ້ລົງຄະແນນສຽງຢ່າງເປັນເອກະສັນ
ໃນວັນເສົາວານນີ້ ເພື່ອອະນຸມັດມະຕິສະບັບໜຶ່ງທີ່ຖືກຜັກດັນໂດຍ ສະຫະລັດ ເຊິ່ງມີເຈ
ຕະນາທີ່ຈະກີດກັ້ນລາຍໄດ້ 1 ພັນລ້ານໂດລາຕໍ່ປີຂອງ ເກົາຫຼີເໜືອ ທີ່ໄດ້ຊ່ວຍໃຊ້ເປັນ
ເຊື້ອໄຟໃຫ້ໂຄງການນິວເຄລຍທີ່ຜິດກົດໝາຍ ແລະ ລູກສອນໄຟຂີປະນາວຸດຂອງພວກ
ເຂົາ.

ການເຄື່ອນໄຫວສຳລັບ ມາດຕະການລົງໂທດເພີ່ມເຕີມແມ່ນການຕອບໂຕ້ ຕໍ່ການຍິງ
ລູກສອນໄຟຂີປະນາວຸດຂ້າມທະວີບຂອງ ພຽງຢາງ ໃນວັນທີ 3 ແລະ 28 ກໍລະກົດທີ່
ຜ່ານມາ, ເຊິ່ງໄດ້ສະແດງໃຫ້ເຫັນວ່າ ປະເທດທີ່ມີອາວຸດທຳລາຍລ້າງສູງນັ້ນ ຕອນນີ້
ອາດມີຄວາມສາມາດທີ່ຈະໂຈມຕີ ສະຫະລັດ ແຜ່ນດິນໃຫຍ່ ແລະ ຫຼາຍພາກສ່ວນຂອງ
ຢູໂຣບ ໄດ້.

ຂໍ້ກຳນົດດັ່ງກ່າວໄດ້ປະຕິເສດ ພຽງຢາງ ຢ່າງມີປະສິດທິຜົນບໍ່ໃຫ້ມີລາຍຮັບ 1 ສ່ວນ 3
ຈາກການສົ່ງອອກປະຈຳປີ ມູນຄ່າ 3 ພັນລ້ານໂດລາຂອງພວກເຂົາ. ການສົ່ງອອກໃນ
ສີ່ພາກສ່ວນ ແມ່ນໄດ້ຖືກແນເປົ້າໃສ່ໃນມະຕິດັ່ງກ່າວ, ເຊິ່ງລວມມີ ຖ່ານຫີນ, ເຫຼັກ ແລະ
ແຮ່ເຫຼັກ, ກົ່ວ ແລະ ແຮ່ກົ່ວ ແລະ ອາຫານທະເລ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ ທ່ານຊາບຊຶ້ງກັບການຮ່ວມມື
ຂອງ ຈີນ ແລະ ຣັດເຊຍ ໃນການໄດ້ຮັບອະນຸມັດມະຕິດັ່ງກ່າວນັ້ນ. ຖະແຫຼງການ ທຳ
ນຽບຂາວ ໄດ້ກ່າວເພີ່ມເຕີມວ່າ ທ່ານ ທຣຳ ຈະສືບຕໍ່ເຮັດວຽກກັບບັນດາພັນທະມິດ ແລະ
ຄູ່ຮ່ວມຕ່າງໆ ເພື່ອຂະຫຍາຍການກົດດັນທາງການທູດ ແລະ ເສດຖະ ກິດຕໍ່ ເກົາຫຼີເໜືອ
ເພື່ອໃຫ້ສິ້ນສຸດການປະພຶດທີ່ຂົ່ມຂູ່ ແລະ ສ້າງຄວາມບໍ່ໝັ້ນຄົງຂອງພວກເຂົາ.

ທູດ ສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ Nikki Haley ກ່າວວ່າ
ສະຫະລັດ ໄດ້ “ເອົາ ແລະ ຈະສືບຕໍ່ ເອົາມາດຕະການປ້ອງກັນທີ່ຮອບຄອບ ເພື່ອປ້ອງ
ກັນພວກເຮົາເອງ ແລະ ພັນທະມິດຂອງພວກເຮົາ”
ຈາກໄພຂົ່ມຂູ່ຂອງ ເກົາຫຼີເໜືອ, ເຊິ່ງ
ທ່ານນາງໄດ້ກ່າວວ່າ ມັນ “ໄດ້ຂະຫຍາຍອັນຕະລາຍອອກຢ່າງວ່ອງໄວ.”

ມະຕິຂອງສະພາສອງສະບັບ ໄດ້ຖືກຮອງຮັບໃນເດືອນມີນາ ແລະ ກັນຍາປີກາຍນີ້, ສະ
ພາໄດ້ກຳນົດໂທດກີດກັ້ນການສົ່ງອອກຖ່ານຫີນ, ເຊິ່ງມັນແມ່ນການສົ່ງອອກທີ່ໃຫຍ່ທີ່
ສຸດອັນດຽວຂອງ ເກົາຫຼີເໜືອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG