ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານນາງ
Susan Rice ໄດ້ບອກກັບປະທານາທິບໍດີອັຟການີສຖານ ທ່ານ
Hamid Karzai ວ່າ ສະຫະລັດຈະຖອນກອງກໍາລັງທັງໝົດຂອງ
ຕົນອອກຈາກປະເທດອັຟການິສຖານ ຫຼັງຈາກ ປີ 2014ຖ້າຫາກ
ທ່ານປະຕິເສດບໍ່ຍອມເຊັນຂໍ້ຕົກລົງດ້ານຄວາມໝັ້ນຄົງກັບສະຫະ
ລັດ.
ໃນລະຫວ່າງການພົບປະກັນ ທີ່ກຸງ Kabul ໃນວັນຈັນວານນີ້
ທ່ານ Karzai ໄດ້ບອກກັບທ່ານ ນາງ Rice ວ່າ ທ່ານຈະບໍ່
ຍອມອ່ອນຂໍ້ໃຫ້ ໃນການປະຕິເສດບໍ່ຍອມເຊັນຂໍ້ຕົກລົງດັ່ງກ່າວ
ແລະ ເລືອກທີ່ຈະເລື່ອນເວລາອອກໄປ ໃຫ້ເປັນພາລະຂອງຜູ້ທີ່
ຈະຂຶ້ນມາກໍາອໍານາດ ຄົນຕໍ່ໄປ.
ແຕ່ແທນທີ່ ທ່ານ Karzai ກັບໄດ້ທຳການຮຽກຮ້ອງໃໝ່ຕ່າງໆ ທີ່ຮວມທັງ ການຄໍ້າປະກັນ
ໃນອານາຄົດ ທີ່ກອງທັບສະຫະລັດຈະບໍ່ບຸກເຂົ້າໄປໃນບ້ານເຮືອນຂອງຊາວອັຟການີສຖານ
ແລະວ່າ ໃຫ້ສະຫະລັດສະແດງຄວາມໝັ້ນໝາຍ ທີ່ຈະຊ່ອຍລິເລີ້ມການເຈລະຈາສັນຕິພາບ
ກັບພວກ ກະບົດຕາລີບັນທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມານັ້ນຄືນໃໝ່. ທ່ານຍັງໄດ້ກ່າວຢໍ້າ
ເຖິງຄວາມຮຽກຮ້ອງຂອງທ່ານ ທີ່ວ່າ ສະຫະລັດຈະຕ້ອງເຂົ້າມາກໍາກັບການເລືອກຕັ້ງຢ່າງ
ເສລີແລະໂປ່ງໃສໃນອັຟການີສຖານ ໃນວັນທີ 5 ເດືອນເມສາ ປີໜ້ານີ້.
ການພົບປະທີ່ວ່ານີ້ ມີຂຶ້ນໃນຂະນະທີ່ທ່ານນາງ Rice ຢ້ຽມຢາມທະຫານສະຫະລັດ ໃນການ
ເດີນທາງໄປຢ້ຽມຢາມຕ່າງປະເທດເທື່ອທຳອິດ ໃນຖານະຫົວໜ້າທີ່ປຶກສາດ້ານຄວາມໝັ້ນຄົງ
ແຫ່ງຊາດຂອງປະທານາທິບໍດີບາຣັກ ໂອບາມາ.
ໃນວັນອາທິດຜ່ານມາ ປະທານາທິບໍດີກາໄຊ ແມ່ນບໍ່ເອົາຫົວຊາຕໍ່ຄຳແນະນຳຂອງສະພາ
Loya Jirga ໃຫ້ລົງນາມໃນທັນທີ ຕໍ່ຂໍ້ຕົກລົງຄວາມໝັ້ນຄົງສອງຝ່າຍສະບັບໃໝ່ກັບສະຫະລັດ.