ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະເອົາ​ຊື່ ມຽນມາ ແລະ​ອີຣັກ ອອກ​ຈາກ​ບັນຊີ ​ປະ​ເທດທີ່​ເກນ​ເດັກນ້ອຍ ​ເປັນ​ທະຫານ


ທະຫານ ທີ່ພວມເຝິກແອບ ຢູ່ໃນທ່າຢືນກົງ ທີ່ຄ້າຍທະຫານ Pathein ລັດ Irawaddy ປະເທດມຽນມາ.
ທະຫານ ທີ່ພວມເຝິກແອບ ຢູ່ໃນທ່າຢືນກົງ ທີ່ຄ້າຍທະຫານ Pathein ລັດ Irawaddy ປະເທດມຽນມາ.

ຢູ່ໃນ​ຄຳ​ປະກາດ ທີ່ກຳນົດຈະມີຂຶ້ນ ໃນ​ວັນ​ອັງ​ຄານ​ມື້​ນີ້ ອີງຕາມລາຍ​ງານ​ສື່ມວນ​ຊົນ
ແລ້ວ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ຄາດ​ວ່າ​ ຈະ​ເອົາຊື່
​ມຽນມາ​ແລະ​ອີຣັກ ອອກ​ຈາກ​ບັນຊີ ​ຂອງ​ບັນດາ​ປະ​ເທດ ທີ່​ໃຊ້ ຫລືເກນ​ເດັກນ້ອຍໄປ
​ເປັນ​ທະຫານ.

ອົງການ​ຂ່າວຣອຍ​ເຕີ້ ​ລາຍ​ງານ​ໃນ​ອາທິດ​ແລ້ວ​ນີ້​ວ່າ ​ໂດຍ​ການ​ລຶບຊື່​ຂອງ​ປະເທດ
ເຫຼົ່າອອກ ທ່ານ Tillerson ​ແມ່ນໄດ້​ຕັດ​ສິນ ທີ່ຈະບໍ່ປະຕິບັດຕາມ ຄຳສະເໜີແນະ
ຂອງບັນດາ​ຜູ້​ຊ່ຽວຊານ​ ​ແລະ​ບັນດາ​ນັການທູດ​ອະ​ວຸ​ໂສ ຈາກກະຊວງ​ຕ່າງປະ​ເທດ.
ອົງການ​ຂ່າວຣອຍເຕີ້ຍັງ​ອ້າງຄຳເວົ້າຂອງບັນດາ​ເຈົ້າ​ໜ້າ​ທີ່​ ທີ່​ກ່າວ​ວ່າການ​ປະກາດ​
ນີ້​ ຄາດ​ວ່າເປັນ​ພາກ​ສ່ວນຂອງລາຍ​ງານ​ການ​ຄ້າ​ມະນຸດປະຈຳ​ປີ​ຂອງ​ກະຊວງຕ່າງ
ປະເທດ.

ບັນຊີີນີ້ ​ໄດ້​ສ້າງ​ຂຶ້ນ​ຜ່ານ​ກົດໝາຍ​ປ້ອງກັນບໍ່ໃຫ້ໃຊ້​ທະຫານເດັກນ້ອຍ ຊຶ່ງຫ້າມ​ບັນ
ດາ​ປະ​ເທດທີ່ກະ​ທຳ​ຜິດ​ ບໍ່ໃຫ້ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ທາງ​ທະຫານ​ຂອງ​ສະຫະລັດ.

​ໃນ​ການ​ຕອບ​ໂຕ້ ກຸ່ມປົກປ້ອງ​ສິດທິ​ມະນຸດ Human Rights Watch ​ໃນ​ວັນ​ຈັນ
​ວານ​ນີ້ ຮ້ອງ​ໃຫ້ລັດຖະມົນຕີ Tillerson ປະຊື່ມຽນມາ ​ແລະ​ອີຣັກ​ ໄວ້​ຢູ່​ໃນ​ບັນຊີຕໍ່
ໄປ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG