ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລມຕ ຕ່າງປະເທດ ສະຫະລັດ ຈະພົບປະ ກັບ ຄູ່ຕຳແໜ່ງ ຈາກ ອົງການເນໂຕ້


ທ່ານ Rex Tillerson ລັດຖະມົນຕີ ການຕ່າງປະເທດ ສຫລ ຖະແຫຼງຕໍ່ສື່ມວນຊົນ ຫຼັງພົບປະກັບ ລັດຖະມົນຕີຕ່າງປະເທດ ຊາອຸດີ ອາຣາເບຍ ທ່ານ Adel Al-Jubeir ທີ່ກະຊວງຕ່າງປະເທດ. (23 ມີນາ 2017)
ທ່ານ Rex Tillerson ລັດຖະມົນຕີ ການຕ່າງປະເທດ ສຫລ ຖະແຫຼງຕໍ່ສື່ມວນຊົນ ຫຼັງພົບປະກັບ ລັດຖະມົນຕີຕ່າງປະເທດ ຊາອຸດີ ອາຣາເບຍ ທ່ານ Adel Al-Jubeir ທີ່ກະຊວງຕ່າງປະເທດ. (23 ມີນາ 2017)

ເຈົ້າໜ້າ​ທີ່​ສະຫະລັດ ກ່າວ​ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດ Rex Tillerson ຈະ​ພົບ​
ປະ​ກັບ​ບັນດາ​ສະມາຊິກຂອງ​ກຸ່ມ​ພັນທະ​ມິດ​ເນ​ໂຕ້ ​ໃນ​ອາທິດ​ໜ້າ ຫຼັງຈາກໄດ້​ຖືກຕ້ອງ​
ຕິກ່ຽວ​ກັບ​ການ​ຕັດສິນ​ໃຈ ​ໃນຂັ້ນຕົ້ນຂອງທ່ານ ທີ່​ຈະ​ບໍ່​ໄປ​ຮ່ວມ​ກອງ​ປະຊຸມ​ລັດຖະມົນ
ຕີ​ການຕ່າງປະເທດຂອງ​ອົງການ​ເນ​ໂຕ້.

​ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ ກ່າວ​ວ່າ ທ່ານ Tillerson ຈະ​ພົບ​ປະ​ກັບ​ບັນດາ​
ປະ​ເທດ​ສະມາຊິກຂອງ​ອົງການ​ເນ​ໂຕ້ ​ໃນ​ວັນ​ທີ 31 ມີນາທີ່​ນະຄອນ Brussels. ຕົ້ນ
ຕໍ​ນັ້ນ ບັນດາ​ລັດຖະມົນຕີ​ກະຊວງຕ່າງປະ​ເທດ​ຂອງ​ອົງການ​ເນ​ໂຕ້ ມີ​ກຳນົດ​ທີ່​ຈະ​ປະ
ຊຸມ​ກັນ​ຢູ່​ນະຄອນ Brussels ​ໃນ​ວັນ​ທີ 5 ຫາ 6 ​ເມສາ ​ແຕ່​ໃນ​ເວລາ​ນີ້ ຍັງ​ບໍ່​ທັນ​ເປັນ
​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ການ​ພົບ​ປະ​ໃໝ່​ນີ້ ຈະ​ເປັນ​ການພົບ​ປະ​ແທນ​ເດືອນ​ເມສາ​ຫຼືບໍ່.

ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ Boris Johnson (ຊ້າຍ) ແລະປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ຈັບມືກັນ ກ່ອນການປະຊຸມ ທີ່ນະຄອນອັງກາຣາ ປະເທດເທີກີ.
ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ Boris Johnson (ຊ້າຍ) ແລະປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ຈັບມືກັນ ກ່ອນການປະຊຸມ ທີ່ນະຄອນອັງກາຣາ ປະເທດເທີກີ.

ຍັງ​ບໍ່​ທັນ​ມີ​ການ​ໃຫ້​ຄວາມ​ເຫັນ​ຢ່າງ​ເປັນ​ທາງ​ການ​ໃດໆ​ຈາກ​ອົງການ​ເນ​ໂຕ້​ເທື່ອ.

​ໃນຕົ້ນອາທິດ​ນີ້ຫ້ອງການ​ຂອງ​ທ່ານ Tillerson ​ແຈ້ງວ່າ ທ່ານ​ຈະ​ບໍ່​ສາມາດ​ໄປ​ຮ່ວມ
​ກອງ​ປະຊຸມຂອງ​ສະມາຊິກອົງການ​ເນ​ໂຕ້ 28 ປະ​ເທດ​ໃນ​ເດືອນ​ເມສາ​ໄດ້ຊຶ່ງ​ພາ​ໃຫ້
​ເກີດ​ມີ​ຄວາມ​ຢ້ານ​ກົວ​ກ່ຽວ​ກັບ​ຄວາມ​ໝັ້ນໝາຍ​ຂອງ​ລັດຖະບານ​ສະຫະລັດ​ທີ່​ມີ​ຕໍ່​ອົງ
ການ​ເນ​ໂຕ້.

ປະທານາທິບໍດີ ດໍ​ໂນ​ລ ທຣຳ ​ໄດ້​ກ່າວ​ຊ້ຳແລ້ວ​ຊ້ຳ​ອີກວ່າ ​ເນ​ໂຕ້​ເປັນ​ອົງການ​ທີ່ “ລ້າ​
ສ​ະ​ໄໝ” ​ເຖິງ​ແມ່ນ​ວ່າ ຮອງ​ປະທານາທິບໍດີ Mike Pence ​ໄດ້​ສະ​ແດງຄວາມ​ເຫັນ
​ໃຫ້ການ​ສະໜັບສະໜຸນ​ ຢ່າງ​ແຂງ​ຂັນ ຕໍ່​ກຸ່ມ​ພັນທະ​ມິດ​ເນ​ໂຕ້ ​ໃນ​ລະຫວ່າງ​ກອງ​ປະ
ຊຸມ​ຖະ​ແຫຼງຂ່າວ​ທີ່​ນະ​ຄອນ Brussels ​ໃນ​ເດືອນ​ແລ້ວແລະທ່ານ Tillerson ກໍ​ໄດ້
​ສະ​ແດງ​ການ​ໃຫ້​ຄວາມ​ສະໜັບສະໜຸນ ​ຕໍ່​ອົງ​ການ​ເນ​ໂຕ້ແລະ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ລັດ
ຖະມົນຕີ ​ກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ James Mattis.

ຫລັງ​ຈາກ​ການ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Mer-
kel ທີ່​ທຳນຽບຂາວ ​ໃນ​ສັບປະດາ​ແລ້ວນີ້ ທ່ານ​ທຣຳ ກ່າວ​ວ່າ ​ເຢຍຣະມັນ ຍັງ​ຕິດ​ໜີ້ ​
ອົງການ​ເນ​ໂຕ້​ແລະ​ສະຫະລັດເປັນເງິນ​ກ້ອນ​ໃຫຍ່ ຊຶ່ງ​ເປັນ​ການສະ​ແດງ​ຄວາມ​ເຫັນ​
ຊ້ຳ​ອີກ ກ່ຽວ​ກັບ​ວ່າ ພັນທະ​ມິດບໍ່​ໄດ້​ຈ່າຍ​ເງິນ​ສະໜັບສະ​ໜຸນແບບ​ຍຸຕິ​ທຳນັ້ນ.

​ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ທ່ານ Tillerson ຈະ​ເດີນ
ທາງ​ໄປ​ນະຄອນ Brussels ຫລັງ​ຈາກ​ການ​ຢ້ຽມຢາມ ​ນະຄອນ​ອັງກາຣາ ປະ​ເທດ
​ເທີ​ກີ. ​ເຈົ້າໜ້າ​ທີ່ເວົ້າວ່າ ລາຍ​ລະອຽດ​ເພີ່ມ​ຕື່ມ​ກ່ຽວ​ກັບ​ໝາຍ​ກຳນົດ​ການ​ເດີນທາງ
​ຂອງ​ທ່ານ ຈະ​ນຳ​ອອກ​ເຜີຍ​ແຜ່​ໃນ​ໄວໆ​ນີ້.

ນອກ​ນັ້ນຍັງ​ເປັນ​ທີ່​ຄາດ​ກັນ​ວ່າທ່ານ Tillerson ຈະ​ໄປ​ຮ່ວມ​ກອງ​ປະຊຸມ​ລະຫວ່າງ
ທ່ານ​ທຣຳ ​ໃນ​ວັນ​ທີ 6 ຫາ 7 ​ເມສາ ກັບ​ປະທານ​ປະ​ເທດ​ຈີນທ່ານ​ສີ ຈິ້ນ​ຜິ​ງ ທີ່ບ້ານ​
ພັກ​ຕາກ​ອາກາດ Mar-a-Lago ​ໃນ​ລັດ​ຟລໍຣິດາ​ຂອງ​ທ່ານ​ທຣຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG