ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry
ໄດ້ພົບປະກັບ ນາຍົກລັດຖະມົນຕີອັງກິດ ທ່ານ David
Cameron ແລະ ລັດຖະມົນຕີການຕ່າງປະເທດ William
Hague ໃນວັນຈັນມື້ນີ້ທີ່ Downing Street ຫລື ສໍານັກງານ
ນາຍົກລັດຖະມົນຕີ ໃນກຸງລອນດອນ.
ໃນການເດີນທາງຄັ້ງນີ້ ທ່ານ Kerry ມີນັດໝາຍທີ່ຈະພົບປະ
ກັບບັນດາ ຜູ້ນໍາອຶ່ນໆທີ່ ເຢຍລະມັນ ຝຣັ່ງ ອີຕາລີ ເທີກີ ອີຈິບ
ຊາອຸດີອາເຣເບຍ ສະຫະລັດອາຣັບເອມີເຣັສ ແລະກາຕ້າ ຊຶ່ງ
ເປັນການເດີນທາງເທື່ອທໍາອິດ ນັບຕັ້ງແຕ່ທ່ານໄດ້ເຂົ້າຮັບຕໍາ
ແໜ່ງລັດຖະມົນຕີການຕ່າງປະເທດ ສະຫະລັດ.
ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ຊີເຣຍ ຈະເປັນ
ຫົວຂໍ້ສໍາຄັນຂອງການສົນທະນາ ໃນເວລາທີ່ທ່ານພົບປະກັບບັນດາເຈົ້າໜ້າທີ່ປະເທດ
ຕ່າງໆ ໃນການຢ້ຽມຢາມຄັ້ງນີ້ ຊຶ່ງທ່ານ Kerry ໄດ້ບັນລະຍາຍວ່າ ເປັນ “ການຢ້ຽມຢາມ
ເພື່ອຮັບຟັງ.” ທ່ານຍັງມີແຜນທີ່ຈະພົບປະກັບຜູ້ນໍາຝ່າຍຄ້ານ ແນວໂຮມປະສົມແຫ່ງຊາດ
ຊີເຣຍ ນັ້ນນໍາ.
ໃນຂະນະຢູ່ທີ່ກຸງເບີລິນ ຄາດວ່າ ທ່ານຈະພົບກັບ ຄູ່ຕໍາແໜ່ງຈາກຣັດເຊຍ ທ່ານ Sergei Lavrov ນໍາ. ວໍຊິງຕັນກັບມົສກູ ມີທ່າທີທີ່ແຕກຕ່າງກັນ ກ່ຽວກັບວ່າຈະຮັບມືແນວໃດ
ກັບວິກິດການໃນຊີເຣຍ ແລະສາຍພົວພັນສອງຝ່າຍ ໄດ້ຫ່າງເຫີນໄປ ຍ້ອນແຜນການ
ຂອງສະຫະລັດ ທີ່ຈະຕິດຕັ້ງລະບົບປ້ອງກັນລູກສອນໄຟ ໃນຢູໂຣບ.