ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດມີກໍານົດໄປຢ້ຽມ ຢາມປະເທດເທີກີ ແລະອີສຣາແອລໃນອາທິດໜ້ານີ້ ພຽງບໍ່ເທົ່າໃດມື້ຫຼັງຈາກປະທານາທິບໍດີ ບາຣັກ ໂອບາມາ ໄດ້ດຳເນີນຄວາມພະຍາຍາມເພື່ອປັບປຸງຄວາມສໍາພັນ ລະຫວ່າງສອງປະເທດດັ່ງກ່າວ.
ທ່ານນາງ Victoria Nuland ໂຄສົກກະຊວງຕ່າງປະເທດສະຫະລັດເວົ້າ ວ່າ ທ່ານ ແຄຣີຈະໄປຢ້ຽມຢາມນະຄອນ Istanbul ເມືອງຫຼວງຂອງເທີກີ ໃນວັນອາທິດ ຈາກນັ້ນ ທ່ານກໍຈະແວ່ຢ້ຽມຢາມ ນະຄອນ Jerusalem ເມືອງຫຼວງຂອງອີສຣາແອລ ແລະເຂດ ຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນຫຼື West Bank ທີ່ປົກຄອງໂດຍປາແລັສໄຕນັ້ນ. ຕໍ່ຈາກນັ້ນທ່ານແຄຣີ ຈະສືບຕໍ່ການຢ້ຽມຢາມຂອງທ່ານ ທີ່ໄດ້ກໍານົດໄວ້ລ່ວງໜ້າແລ້ວນັ້ນ ຄືໄປຢ້ຽມ ຢາມກຸງລອນດອນ ແລະຂົງເຂດເອເຊຍ.
ທ່ານ Ahmet Davutoglu ລັດຖະມົນຕີຕ່າງປະເທດຂອງເທີກີເວົ້າວ່າ ທ່ານເອງ ແລະ ທ່ານ John Kerry ຈະປຶກສາຫາລືກັນກ່ຽວກັບບັນຫາຄວາມເປັນຫ່ວງຕ່າງໆລະດັບຂົງເຂດ ໂຮມທັງສະຖານະການຊີເຣຍ ແລະຂັ້ນຕອນການສ້າງສັນຕິພາບລະຫວ່າງອີສຣາແອລແລະປາແລັສໄຕນັ້ນນໍາ.
ຄວາມສໍາພັນລະຫວ່າງເທີກີ ແລະອີສຣາແອລ ແມ່ນເຄັ່ງຕຶງຢ່າງຮຸນແຮງ ໃນປີ 2010 ຫຼັງຈາກອີສຣາແອລໄດ້ບຸກຂຶ້ນໄປກວດຄົ້ນຂະບວນເຮືອຂອງເທີກີທີ່ມຸ້ງໜ້າໄປຍັງເຂດກາຊາ ຊຶ່ງເປັນເຫດໃຫ້ຊາວເທີກີແປດຄົນ ແລະຊາວອະເມຣິກັນເຊື້ອສາຍເທີກີນຶ່ງຄົນເສຍຊີວິດໃນເຫດການຄັ້ງນັ້ນ.
ໃນໄລຍະບໍ່ເຖິງສອງອາທິດຜ່ານມານີ້ ທ່ານໂອບາມາ ໄດ້ຊ່ວຍຈັດແຈງໃຫ້ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ ໂທ ໄປຫາທ່ານ Recep Tayyip Erdogan ນາຍົກລັດຖະມົນຕີເທີກີຊຶ່ງໃນການໂອ້ລົມກັນນັ້ນ ທ່ານ Natanyahu ໄດ້ກ່າວຂໍຂະມາໂທດຕໍ່ເທີກີ ໃນການບຸກຂຶ້ນໄປກວດຄົ້ນຂະບວນເຮືອຂອງເທີກີໂດຍອິສຣາແອລນັ້ນ.
ເທີກີ ໄດ້ທວງໃຫ້ອີສຣາແອລຂໍຂະມາໂທດ ເປັນເງື່ອນໄຂລ່ວງໜ້າກ່ອນ ຈະຟື້ນຟູຄວາມສໍາພັນຄືນໃໝ່ກັບອີສຣາແອລ.