ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ຣັດເຊຍ ທຳງານ ເພື່ອເກ້ຍກ່ອມໃຫ້ ທຸກຝ່າຍ ຮັບເອົາ ແຜນຢຸດຍິງ

Syria
please wait
Embed

No media source currently available

0:00 0:01:49 0:00

ເຊີນຊົມ ວີດີໂອ ລາຍງານນີ້

ການຊຸກຍູ້ຄັ້ງຫຼ້າສຸດ ເພື່ອນຳມາຊຶ່ງການຍຸດຕິສູ້ລົບກັນໄວ້
ຢ່າງນ້ອຍ ຊົ່ວຄາວ ຢູ່ໃນຊີເຣຍ ແມ່ນຍັງສືບຕໍ່ໄປ ຈາກວັນ
ຈັນມື້ນີ້ ໂດຍມີສະຫະລັດ ແລະ ຣັດເຊຍ ກຳລັງພະຍາຍາມ
ເກ້ຍກ່ອມໃຫ້ຝ່າຍຄ້ານຕ່າງໆ ຂອງບັນຫາຂັດແຍ້ງ ໃຫ້ຮັບ
ເອົາຂໍ້ສະເໜີ ຢຸດຍິງ.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry
ໄດ້ກ່າວໃນວັນອາທິດວານນີ້ ວ່າ “ຂໍ້ຕົກລົງຊົ່ວຄາວ” ໄດ້
ບັນລຸກັນແລ້ວ ກັບ ຣັດເຊຍ ແລະ ອາດເລີ້ມຕົ້ນຂຶ້ນ ພາຍ
ໃນສອງສາມມື້ນີ້. ທ່ານໄດ້ໂອ້ລົມກັບລັດຖະມົນຕີ ຕ່າງປະ
ເທດ ຣັດເຊຍ ທ່ານ Sergei Lavrov ທາງໂທລະສັບ ຊຶ່ງ
ກະຊວງຂອງທ່ານ ໄດ້ກ່າວວ່າ ມະຫາອຳນາດທັງສອງ ໄດ້ຕົກລົງກັນ ກ່ຽວກັບ ຂອບເຂດ
ຕ່າງໆຂອງການຢຸດຍິງ. ນັກການທູດຂອງທັງສອງປະເທດ ບໍ່ໄດ້ເປີດເຜີຍ ລາຍລະອຽດ
ໃດໆ ຂອງແຜນການດັ່ງກ່າວ.

Kerry: 'Provisional' Deal Made With Moscow for Syria Cease-fire
please wait

No media source currently available

0:00 0:00:38 0:00

ແຕ່ແມ່ນກະທັງທີ່ມີການເຈລະຈາກັນຕື່ມອີກ ທີ່ເພັ່ງເລັງໃສ່ການຍຸດຕິສູ້ລົບກັນ ກໍຕາມ
ຄວາມຮຸນແຮງກໍຍັງມີຢູ່ຕໍ່ມາ ໃນວັນອາທິດວານນີ້ ໂດຍມີການໂຈມຕີດ້ວຍລະເບີດ ຢ່າງ
ໜັກ ທີ່ໄດ້ຖືກອ້າງເອົາໂດຍກຸ່ມລັດອິສລາມ ຢູ່ໃນນະຄອນຫຼວງ Damacus ແລະ ເມືອງ
Homs. ການໂຈມຕີໃນນະຄອນຫຼວງດາມາກັສ ໄດ້ສັງຫານ ຢ່າງໜ້ອຍ 83 ຄົນ ແລະ
ໃນຂະນະດຽວກັນ ກໍມີ 59 ຄົນຕື່ມອີກເສຍຊີວິດ ຢູ່ໃນເມືອງໂຮມສ໌.

ໃນພາບນີ້ ທີ່ໄດ້ຖືກເປີດເຜີຍໂດຍ ອົງການຂ່າວ SANA ຂອງທາງການຊີເຣຍ, ປະຊາຊົນຊີເຣຍ ເຕົ້າໂຮມກັນຢູ່ສະຖານທີ່ເກີດເຫດ ບ່ອນລະເບີດແຕກຂຶ້ນສອງເທື່ອ ຢູ່ໃນຄຸ້ມ Zahraa ທີ່ສະໜັບສະໜູນລັດຖະບານ ໃນແຂວງໂຮມສ໌ ຂອງຊີເຣຍ, ວັນທີ 21 ກຸມພາ 2016.

​ທູດພິເສດສຳລັບຊີເຣຍ ຂອງອົງການສະຫະປະຊາຊາດ ທ່ານ Staffan de Mistura ໄດ້ປະນາມຢ່າງໜັກ ຕໍ່ການໂຈມຕີດ້ວຍລະເບີດດັ່ງກ່າວ. ເມື່ອຕົ້ນເດືອນນີ້ ທ່ານໄດ້ໂຈະ
ການເຈລະຈາສັນຕິພາບ ລະຫວ່າງລັດຖະບານຊີເຣຍ ກັບ ພວກກຸ່ມຝ່າຍຄ້ານ ໂດຍຫວັງ
ວ່າ ຈະເລີ້ມຕົ້ນຄືນໃໝ່ ການເຈລະຈາ ໃນສັບປະດານີ້ ແຕ່ໃນວັນສຸກຜ່ານມາ ທ່ານໄດ້
ກ່າວວ່າ ມັນເປັນໄປບໍ່ໄດ້ ອີກຕໍ່ໄປ.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry (ທີສອງຈາກຊ້າຍ) ໂອ້ລົມກັບ ລັດຖະມົນຕີຕ່າງປະເທດ ຈໍແດນ ທ່ານ Nasser Judeh (ທີສອງຈາກຂວາ) ກ່ອນ ການເຈລະຈາສອງຝ່າຍ ໃນນະຄອນຫຼວງ Amman ຂອງຈໍແດນ, ວັນທີ 21 ກຸມພາ 2016.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry (ທີສອງຈາກຊ້າຍ) ໂອ້ລົມກັບ ລັດຖະມົນຕີຕ່າງປະເທດ ຈໍແດນ ທ່ານ Nasser Judeh (ທີສອງຈາກຂວາ) ກ່ອນ ການເຈລະຈາສອງຝ່າຍ ໃນນະຄອນຫຼວງ Amman ຂອງຈໍແດນ, ວັນທີ 21 ກຸມພາ 2016.

ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ກ່າວວ່າ ລັດຖະບານຂອງທ່ານ ແມ່ນ
ພ້ອມທີ່ຈະຢຸດຍິງ ແຕ່ຖ້າຫາກພວກ “ກໍ່ການຮ້າຍ” ບໍ່ໃຊ້ມັນເພື່ອເສີມຂະຫຍາຍ ທີ່ໝັ້ນ
ຂອງພວກເຂົາເຈົ້າ. ທ່ານໄດ້ອ້າງຢູ່ສະເໝີມາວ່າ ພວກນັກລົບຝ່າຍຄ້ານໃດໆ ແມ່ນເປັນ
ພວກກໍ່ການຮ້າຍ ຕະຫຼອດການຂັດແຍ້ງ ທີ່ໄດ້ເລີ້ມຕົ້ນຂຶ້ນ ໃນເດືອນມີນາ ປີ 2011 ເປັນ
ຕົ້ນມາ.

ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ໂອ້ລົມກັບນັກຂ່າວ ຂອງໜັງສືພິມ El Pais ຢູ່ໃນນະຄອນຫຼວງດາມັສກັສ, ວັນທີ 20 ກຸມພາ 2016.
ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ໂອ້ລົມກັບນັກຂ່າວ ຂອງໜັງສືພິມ El Pais ຢູ່ໃນນະຄອນຫຼວງດາມັສກັສ, ວັນທີ 20 ກຸມພາ 2016.

XS
SM
MD
LG