ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມ​ຕ ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຫາ​ລື​ເລື້ອງ​ຄົນ​ເຂົ້າ​ເມືອງ ແລະ ເສ​ດ​ຖະ​ກິດ ໃນ​ການ​ພົບ​ປະ​ກັບ​ ປະ​ທາ​ນາ​ທິ​ບໍ​ດີ​ເມັກ​ຊິ​ໂກ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເມັກ​ຊິ​ໂກ ທ່ານ​ມາ​ເຊ​ໂລ ເອບ​ຣາດ (ຊ້າຍ) ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ທີ່​ສະ​ໜາມ​ບິນ​ສາ​ກົນເບ​ນີ​ໂຕ ຮູ​ອາ​ເຣັ​ສ (Benito Juarez) ໃນ​ນະ​ຄອນ​ເມັກ​ຊິ​ໂກ​ຊີ​ຕີ້ ວັນ​ທີ 12 ກັນ​ຍາ 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເມັກ​ຊິ​ໂກ ທ່ານ​ມາ​ເຊ​ໂລ ເອບ​ຣາດ (ຊ້າຍ) ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ທີ່​ສະ​ໜາມ​ບິນ​ສາ​ກົນເບ​ນີ​ໂຕ ຮູ​ອາ​ເຣັ​ສ (Benito Juarez) ໃນ​ນະ​ຄອນ​ເມັກ​ຊິ​ໂກ​ຊີ​ຕີ້ ວັນ​ທີ 12 ກັນ​ຍາ 2022.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີເມັກ​ຊິ​ໂກ ທ່ານ​ອານ​ເດ​ຣັ​ສ ມາ​ນູ​ແອ​ລ ໂລ​ເປັ​ສ ໂອບ​ຣາ​ດໍ​ ໃນ​ວັນ​ຈັນ​ວານນີ້ ເພື່ອ​ປົວ​ແປງ​ຄວາມ​ສຳ​ພັນ​ ລະ​ຫວ່າງ​ປະ​ເທດ​ເພື່ອນ​ບ້ານ​ທັງ​ສອງ ຍ້ອນ​ບັນ​ຫາ​ເລື້ອງ​ຄົນ​ເຂົ້າ​ເມືອງ ແລະ​ອື່ນໆ​ອີກ.

ທ່ານບ​ລິງ​ເກັນ​ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ “ພວກ​ເຮົາ​ໄດ້​ຫາ​ລື​ກ່ຽວ​ກັບ​ການ​ດຳ​ເນີນ​ຄວາມ​ພະ​ຍາຍ​າມ​ຮ່ວມ​ກັນເພື່ອ​ແກ້​ໄຂ​ບັນ​ຫາ​ຄົນ​ເຂົ້າ​ເມືອງ​ທີ່​ບໍ່​ທຳ​ມະ​ດາ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ ຮວມ​ທັງ​ໂດຍ​ຜ່ານ​ນະ​ໂຍ​ບາຍ​ກາ​ນ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ແບບ​ມີ​ມະ​ນຸດ​ສະ​ທຳ​ໃນ​ເຂດ​ຊາຍ​ແດນ ແລະ​ໂດຍ​ຜ່ານ​ການ​ຂະ​ຫຍາຍເສັ້ນ​ທາງ​ໃນ​ດ້ານ​ກົດ​ໝາຍ.”

ທ່ານບ​ລິງ​ເກັນ ​ທີ່​ຢືນ​ຄຽງ​ຂ້າງ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ເມັກ​ຊິ​ໂກ ກ່າວ​ຕື່ມ​ວ່າ “ພວກ​ເຮົາໄດ້​ເວົ້າ​ເຖິງ​ບັນ​ຫາ​ຮາກ​ເຫງົ້າ​ເລື້ອງ​ຄົນ​ເມືອງ ອັນ​ເປັນ​ເລື້ອງ​ທີ່​ເມັກ​ຊິ​ໂກ​ແລະ​ສະ​ຫະ​ລັດ​ໃຫ້​ການ​ຮ່ວມ​ມື​ກັນ​ໃນ​ຫຼາຍໆ​ດ້ານ ທີ່​ພວກ​ເຮົາ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຂອງ​ສະ​ຫະ​ລັດ ຈີ​ນາ ໄຣ​ມອນ​ໂດ ແລະ​ຮອງ​ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ​ຂອງ​ສະ​ຫະ​ລັດ ເຈ​ມີ ໄວ​ທ໌ ກໍ​ໄດ້​ຕິດ​ຕາມ​ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ສະ​ຫະ​ລັດ ໄປ​ຮ່ວມ​ການ​ເຈ​ລະ​ຈາ​ໃນ​ລະ​ດັບ​ສູງ​ທາງ​ດ້ານ​ເສ​ດ​ຖະ​ກິດ​ທີ່​ນະ​ຄອນ​ເມັກ​ຊິ​ໂກ​ຊີ​ຕີ້.

ເມັກ​ຊິ​ໂກ​ແມ່ນ​ນຶ່ງ​ໃນ​ສາມ​ປະ​ເທດ​ຄູ່​ການ​ຄ້າ​ທີ່​ສຳ​ຄັນ​ສຸດ​ຂອງ​ສະ​ຫະ​ລັດ. ກ່ອນ​ເກີດ​ໂຣກລະ​ບາດ​ໄວ​ຣັ​ສ​ໂຄ​ໂຣ​ນາ, ເມັກ​ຊິ​ໂກ​ແມ່ນ​ຕະ​ຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ 2 ຂອງ​ສະ​ຫະ​ລັດ ໃນ​ປີ 2020.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ກ່າວ​ວ່າ ການ​ຫຼັ່​ງ​ໄຫຼ​ເຂົ້າ​ມາ​ຂອງ​ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ຢູ່​ຕາມ​ຊາຍ​ແດນ​ສະ​ຫະ​ລັດ​ຕິດ​ກັບ​ເມັກ​ຊິ​ໂກ ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ສະ​ຫະ​ລັດ. ໃນ​ໄລ​ຍະ​ສອງ​ສາມ​ເດືອນ​ຜ່ານ​ມານີ້ ລັດ​ເທັກ​ຊັ​ສ​ໄດ້​ສົ່ງ​ຄົນ​ເຂົ້າ​ເມືອງ​ໂດຍ​ທາງ​ລົດ​ໄປ​ຍັງ​ນິວຢອກ​ແລະ​ວໍ​ຊິງ​ຕັນ ໂດຍ​ເວົ້າ​ວ່າ ການ​ເຄື່ອນ​ໄຫວນີ້​ແມ່ນ​ມີ​ຄວາມ​ຈຳ​ເປັນ ເພື່ອ​ຊ່ວຍ​ບັນ​ເທົາ​ປະ​ຊາ​ຄົມ​ຢູ່​ຕາມ​ເຂດ​ຊາຍ​ແດນ​ທີ່​ຮັບ​ມື​ກັບ​ບັນ​ຫານີ້​ບໍ່​ໄຫວ.

ສະ​ຫະ​ລັດ​ແລະ​ເມັກ​ຊິ​ໂກ​ຍັງ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ນະ​ໂຍ​ບາຍ​ພະ​ລັງ​ງານ. ສະ​ຫະ​ລັດ​ໄດ້​ຕັ້ງ​ຄຳ​ຖາມກ່ຽວ​ກັບ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງ​ລັດ​ຖະ​ບານ​ເມັກ​ຊິ​ໂກ ຕໍ່​ບັນ​ດາບ​ລິ​ສັດ​ພະ​ລັງ​ງານ​ທີ່​ຄວບ​ຄຸມ​ໂດຍ​ລັດ​ຖະ​ບານ ໂດຍ​ກ່າວ​ວ່າ ລະ​ເມີດ​ຕໍ່​ຂໍ້​ຕົກ​ລົງ​ການ​ຄ້າ​ແລະ​ຈຳ​ກັດ​ບໍ່​ໃຫ້​ບໍ​ລິ​ສັດ​ຂອງ​ອາ​ເມ​ຣິ​ກາ​ສາ​ມາດ​ເຂົ້າ​ໄປ​ແຂ່ງ​ຂັນ​ໃນ​ເມັກ​ຊິ​ໂກ​ໄດ້.

ໃນ​ວັນ​ຈັນ​ວານນີ້ ທ່ານໂລ​ເປັ​ສ ໂອບ​ຣາ​ດໍ​ ໄດ້​ສະ​ແດງ​ຄວາມ​ຍິນ​ດີ ກັບ “ນ້ຳ​ສຽງ” ຂອງວໍ​ຊິງ​ຕັນ ກ່ຽວ​ກັບ​ບັນ​ຫາ​ຂັດ​ແຍ້ງ​ໃນ​ດ້ານ​ພະ​ລັງ​ງານ​ກັບ​ເມັກ​ຊິ​ໂກ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຕ່າງ​ຫາກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG