ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ພອມພຽວ ເອີ້ນຈີນວ່າ ເປັນ ‘ໄພຂົ່ມຂູ່ທີ່ອັນຕະລາຍສຸດ ຕໍ່ອະນາຄົດຂອງເສລີພາບດ້ານສາສະໜາ' ຢູ່ ຈາກາຕາ


ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ, ຊ້າຍ, ແລະເລຂາທິການໃຫຍ່ ຂອງອົງການ Nahdlatul Ulama ທ່ານ ຢາຢາ ໂຄລີລ ສຕາກຸຟ ຈັດການປຶກສາຫາລື ໃນນະຄອນຫຼວງ ຈາກາຕາ ຂອງອອິນໂດເນເຊຍ ເມື່ອວັນພະຫັດ ທີ 29 ຕຸລາ 2020.
ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ, ຊ້າຍ, ແລະເລຂາທິການໃຫຍ່ ຂອງອົງການ Nahdlatul Ulama ທ່ານ ຢາຢາ ໂຄລີລ ສຕາກຸຟ ຈັດການປຶກສາຫາລື ໃນນະຄອນຫຼວງ ຈາກາຕາ ຂອງອອິນໂດເນເຊຍ ເມື່ອວັນພະຫັດ ທີ 29 ຕຸລາ 2020.

ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ ໃນວັນພະຫັດວານນີ້ ໄດ້ບັນຍາຍເຖິງຈີນ ທີ່ປົກຄອງໂດຍຄອມມິວນິສນັ້ນ ເປັນ “ໄພຂົ່ມຂູ່ທີ່ອັນຕະລາຍສຸດຕໍ່ອະນາຄົດຂອງເສລີພາບດ້ານສາສະໜາ” ໃນລະຫວ່າງການເດີນທາງຢ້ຽມຢາມອິນໂດເນເຊຍ.

ທ່ານລັດຖະມົນຕີ ພອມພຽວ ໄດ້ຍ້ອງຍໍປະເທດທີ່ມີຊາວມຸສລິມເປັນຄົນກຸ່ມໃຫຍ່ໃນການຮັບເອົາປະຊາທິປະໄຕ ແລະການໂຍະຍານໃຫ້ມີສາສະໜາອື່ນໆ ໃນລະ ຫວ່າງການກ່າວຄຳປາໄສຢູ່ໃນນະຄອນຫຼວງ ຈາກາຕາ ຕໍ່ອົງການ ນາດລາຕູລ ອູລາມາ (Nahdlatul Ulama) ຊຶ່ງເປັນກຸ່ມມຸສລິມເສລີນິຍົມ ທີ່ມີບົດບາດໃນການຕໍ່ຕ້ານຂະບວນການອິສລາມຫົວແຂງກະດ້າງ.

ໃນການຮຽກຮ້ອງຕໍ່ບັນດາຜູ້ນຳສາສາໜາທັງຫຼາຍວ່າ “ໃຫ້ເປັນສັກຂີພະຍານຂອງສິນທຳ” ແລະໃຫ້ເປັນປາກສຽງໃນນາມປະຊາຊົນຂອງທຸກສາສະໜາ ຊຶ່ງທ່ານພອມພຽວ ໄດ້ໝາຍເຖິງ ສິ່ງທີ່ທ່ານເອີ້ນວ່າ “ການເຮັດສົງຄາມ” ຕໍ່ຕ້ານຊາວມຸສລິມ ຊາວພຸດ ຊາວຄຣິສຕຽນ ແລະພວກລູກສິດຂອງນິກາຍ ຟາລຸນ ກົງ (Falun Gong).

ນັກການທູດຂັ້ນສູງຂອງສະຫະລັດ ໄດ້ກ່າວໂດຍສະເພາະເຈາະຈົງເຖິງ “ຄວາມໂຫດຮ້າຍທາລຸນ” ຂອງປັກກິ່ງຕໍ່ພວກຊົນເຜົ່າມຸສລິມວີເກີ້ໃນເຂດຊິນຈຽງ ບ່ອນທີ່ພວກເຂົາໄດ້ຖືກປາບປາມ ຢ່າງໂຫດຮ້າຍ ໂດຍພວກເຈົ້າໜ້າທີ່ຂອງພັກຄອມມິວນິສຈີນ ທີ່ປະກອບດ້ວຍ ການຈັບກຸມຄຸມຂັງຂະໜາດໃຫຍ່ ພວກຊາວວິເກີຫຼາຍເຖິງນຶ່ງລ້ານຄົນ ແລະພວກຊາວມຸສລິມກຸ່ມນ້ອຍອື່ນໆ ຢູ່ໃນສູນກັກຂັງແຫ່ງຕ່າງໆ.

ຈີນປະຕິເສດໃນການກະທຳຜິດຕໍ່ພວກຊາວວິເກີ ແລະກ່າວວ່າ ສູນກາງຕ່າງໆນັ້ນ ສະໜອງການຝຶກອົບຮົມດ້ານວິຊາຊີບ ແລະກໍມີຄວາມຈຳເປັນທີ່ຕ້ອງໄດ້ຈັດການກັບລັດທິຫົວຮຸນແຮງ ແລະສົ່ງເສີມການພັດທະນາ.

ທ່ານພອມພຽວກ່າວວ່າ ເຈົ້າໜ້າທີ່ “ນຳໃຊ້ເລື້ອງລາວທີ່ໜ້າເຫຼືອເຊື່ອ ຂອງຊາວ
ວີເກີ້ ໂດຍຢາກຈະປະຖິ້ມເລື້ອງຊົນກຸ່ມນ້ອຍ ສາສະໜາ ແລະວັດທະນທຳຂອງ
ພວກເຂົາເຈົ້າ ເພື່ອຄວາມເປັນ “ສະໄໝໃໝ່.”

ໃນລະຫວ່າງການກ່າວຄຳປາໄສທີ່ນະຄອນຫຼວງຈາກາຕານັ້ນ ລັດຖະມົນຕີພອມ
ພຽວຍັງໄດ້ເວົ້າເຖິງ “ການກົດຂີ່ຢ່າງຮຸນແຮງ” ຕໍ່ພວກຊາວໂຣຮິງຢາ ໂດຍທະ
ຫານມຽນມາ ແລະອຳນາດການປົກຄອງຂອງອີຣ່ານ ປະຫັດປະຫານພວກທີ່ນັບ
ຖືສາສະໜາບາຮາຍ ຄຣິສຕຽນ ຊາວມຸສລິມນິກາຍຊຸນນີ່ແລະພວກຊົນກຸ່ມນ້ອຍ
ອື່ນໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG