ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ຢ້ຽມ​ຢາມ ກີ​ຢິບ ໂດຍບໍ່​ໄດ້​ປະ​ກາດ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ, ຈາ​ກາ​ຕ້າ, ອິ​ນ​ໂດ​ເນ​ເຊຍ, 16 ພະ​ຈິກ 2023.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ, ຈາ​ກາ​ຕ້າ, ອິ​ນ​ໂດ​ເນ​ເຊຍ, 16 ພະ​ຈິກ 2023.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໄດ້​ເດີນ​ທາງ​ໂດຍບໍ່​ໄດ້​ປະ​ກາດ ​ໄປ​ນະ​ຄອນຫຼວງ ກີ​ຢິບ ໃນ​ວັນ​ຈັນ​ມື້ນີ້ ໃນ​ການ​ສະ​ແດງ ກ່ຽວ​ກັບ ຄວາມ​ສາ​ມັກ​ຄີ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ກ້າ​ຫານ​ເພື່ອ​ຮັບ​ປະ​ກັນ​ຕໍ່​ບັນ​ດາ​ຜູ້​ນຳ ຢູ​ເຄ​ຣນ​ ວ່າ​ ສະ​ຫະ​ລັດ ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ຕໍ່​ສູ້​ຂອງ​ປະ​ເທດ ເຂົາ​ເຈົ້າ ​ຕໍ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ.

ທ່ານ ອອ​ສ​ຕິນ ຖືກ​ຕ້ອນ​ຮັບ​ຢູ່​ສະ​ຖາ​ນີ​ລົດ​ໄຟ​ໃນ​ນະ​ຄອນຫຼວງ ກີ​ຢິບ ໂດຍ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ຢູ​ເຄ​ຣນ, ທ່ານ​ນາງ ບ​ຣິດ​ເຈັດ ບ​ຣິ້ງ, ແລະ ທູດ​ທະ​ຫານ ສະ​ຫະ​ລັດ ພົນ​ຈັດ​ຕະ​ວາ ຄິ​ປ​ລິງ ຄາເລີ, ແລະ ໄດ້​ເຂົ້າ​ຮ່ວມ​ການ​ເດີ​ນ​ທາງ​ໂດຍ​ນາຍ​ພົນ ສະ​ຫະ​ລັດ ທ່ານ ຄ​ຣິ​ສ​ໂຕ​ເຟີ ຄາ​ໂວ​ລີ, ຜູ້​ທີ່​ໄດ້​ຮັບ​ໃຊ້​ໜ້າ​ທີ່​ເປັນ​ຜູ້​ບັນ​ຊາ​ການ​ພັນ​ທະ​ມິດ​ສູງ​ສຸດ ​ຂອງ​ອົງ​ການ NATO ໃນ ຢູ​ໂຣບ ແລະ ຫົວ​ໜ້າ​ກອງ​ບັນ​ຊາ​ການ​ຂອງ ສະ​ຫະ​ລັດ ໃນ ຢູ​ໂຣບ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ໄດ້​ກ່າວ​ວ່າ ​ທ່ານ ອອ​ສ​ຕິນ ໄດ້​ໄປ ກີ​ຢິບ ເພື່ອ​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ ການ​ຕໍ່​ສູ້​ໃນ​ລະ​ດູ​ໜາວ ແລະ ເພື່ອ​ວາງ​ແຜນ​ສຳ​ລັບ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ປອດ​ໄພ ​ໃນ​ອະ​ນາ​ຄົດ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ປ້ອງ​ກັນ​ປະ​ເທດ ​ຜູ້​ທີ່​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໂດຍບໍ່​ປະ​ສົງ​ອອກ​ຊື່​ຍ້ອນ​ບັນ​ຫາ​ຄວາມ​ປອດ​ໄພ​ສຳ​ລັບ​ການ​ເດີນ​ທາງ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ປອດ​ໄພ​ໃນ​ລະ​ດັບ​ທີ່​ປົກ​ກະ​ຕິ, ແລະ ພວກ​ເຮົາ​ກຳ​ລັງ​ວາງ​ແຜນ ​ເພື່ອ​ສາ​ມາດ​ເຮັດ​ແນວ​ນັ້​ນ​ຕະຫຼອດ​ລະ​ດູ​ໜາວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG