ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ. ກະຊວງການຄ້າ ສຫລ ຢ້ຽມຢາມ ລາວ ເພື່ອຂະຫຍາຍ ສາຍພົວພັນ ດ້ານເສດຖະກິດ


ລັດຖະມົນຕີກະຊວງການຄ້າ ສະຫະລັດ ທ່ານ Wilbur Ross ພົບປະກັບ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ວັນທີ 29 ກັນຍາ 2017 ທີ່ນະຄອນຫຼວງວຽງຈັນ.
ລັດຖະມົນຕີກະຊວງການຄ້າ ສະຫະລັດ ທ່ານ Wilbur Ross ພົບປະກັບ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ວັນທີ 29 ກັນຍາ 2017 ທີ່ນະຄອນຫຼວງວຽງຈັນ.

ລັດຖະມົນຕີກະຊວງການຄ້າ ສະຫະລັດ ທ່ານ Wilbur Ross, ນຶ່ງໃນຄະນະ
ຜູ້ບໍລິຫານຂັ້ນສູງຂອງ ປະທານາທິບໍດີີທຣໍາ ໄດ້ມາຢ້ຽມຢາມ ສປປ ລາວ
ເປັນຄັ້ງທຳອິດ ​ເມື່ອ​ວັນ​ທີ 29 ກັນຍາ​ຜ່ານ​ມາ.

ໃນຊ່ວງການມາຢ້ຽມຢາມຄັ້ງປະຫວັດສາດນີ້, ທ່ານລັດຖະມົນຕີ Ross ໄດ້ຮັບ
ການຕ້ອນຮັບຢ່າງອົບອຸ່ນ ໂດຍ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ
ກະຊວງການຄ້າ ແລະ ອຸດສະຫະກຳ. ລັດຖະມົນຕີ Ross ຍັງໄດ້ມີໂອກາດພົບ
ປະກັບ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ
ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ເພື່ອປຶກສາ
ຫາລື ວຽກງານດ້ານການຄ້າ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ.

ໃນໄລຍະການພົບປະກັບບັນດາເຈົ້າຫນ້າທີ່ຝ່າຍລາວ, ເຈົ້າຫນ້າທີ່ດ້ານເສດຖະກິດ ແລະບັນດາຜູ້ຕາງຫນ້າຈາກພາກເອກກະຊົນ, ທ່ານລັດຖະມົນຕີໄດ້ເນັ້ນໃຫ້ເຫັນ
ເຖິງຄວາມໝາຍໝັ້ນຂອງສະຫະລັດ ຕໍ່ກັບຂົງເຂດ​ເອ​ເຊຍຕາເວັນອອກ ສຽງໃຕ້
ແລະ ມີຄວາມຍິນດີທີ່ຈະຂະຫຍາຍວຽກງານດ້ານການຄ້າ ແລະ ການລົງທຶນ
ກັບບັນດາປະເທດ ທີ່ມີເປົ້າໝາຍຮ່ວມກັນ ກັບສະຫະລັດ ໃນດ້ານການແຂ່ງຂັນ
ທີ່ເປັນທຳ, ການປະຕິບັດທີ່ດີຕໍ່ກັນແລະກັນ, ການຄຸ້ມຄອງທາງດ້ານເສດຖະກິດທີ່ດີ.

ທ່ານ Wilbur Ross ຂຶ້ນກ່າວຕໍ່ບັນດາເຈົ້າໜ້າທີ່ນະໂຍບາຍທາງດ້ານເສດຖະກິດ ແລະບັນຜູ້ນຳ ທາງດ້ານນະໂຍບາຍເສດຖະກິດ ແລະການຄ້າສະຫະລັດ ທີ່ມີຕໍ່ ຂົງເຂດເອເຊຍ ຕາເວັນອອກສຽງໃຕ້ ທີ່ນະຄອນຫຼວງວຽງຈັນ, ວັນທີ 29 ກັນຍາ 2017.
ທ່ານ Wilbur Ross ຂຶ້ນກ່າວຕໍ່ບັນດາເຈົ້າໜ້າທີ່ນະໂຍບາຍທາງດ້ານເສດຖະກິດ ແລະບັນຜູ້ນຳ ທາງດ້ານນະໂຍບາຍເສດຖະກິດ ແລະການຄ້າສະຫະລັດ ທີ່ມີຕໍ່ ຂົງເຂດເອເຊຍ ຕາເວັນອອກສຽງໃຕ້ ທີ່ນະຄອນຫຼວງວຽງຈັນ, ວັນທີ 29 ກັນຍາ 2017.

ດ້ວຍຄວາມພະຍາຍາມ ໃນການຫລຸດຜ່ອນຄວາມຂາດດຸນທາງດ້ານການຄ້າຂອງ
ສະຫະລັດ ແລະ ເສດຖະກິດໃນຂົງເຂດອາຊີຕາເວັນອອກສຽງໃຕ້ ໂດຍຜ່ານການ
ສົ່ງເສີມການສົ່ງອອກສິນຄ້າ ແລະ ການບໍລິການທີ່ມີມູນຄ່າສູງຂອງສະຫະລັດ,
ທ່ານລັດຖະມົນຕີ Ross ໄດ້ເປັນສັກຂີພະຍານໃນພິທີເຊັນບົດບັນທຶກຄວາມ
ເຂົ້າໃຈທາງດ້ານການຄ້າໃນຂົງເຂດພະລັງງານ ພ້ອມທັງໄດ້ປະ ກອບສ່ວນໃນ
ການເປີດໂຕງານຈັບຄູ່ທາງດ້ານທຸລະກິດ "Gold Key Services" ເພື່ອດຶງດູດ
ເອົາລູກຄ້າ ແລະ ນັກລົງທຶນຊາວລາວຜູ້ທີ່ມີຄວາມສົນໃຈ ຈັດຊື້ຈັດຈ້າງ ການບໍລິການດ້ານການພັດທະນາ ແລະ ການກໍ່ສ້າງພື້ນຖານໂຄງລ່າງ ຈາກ
ສະຫະລັດ. ທ່ານລັດຖະມົນຕີ Ross ຍັງໄດ້ຮ່ວມມອບລົດກະບະ ທີ່ຜະລິດຈາກ ສະຫະລັດອາເມລິກາທີ່ສູນຈຳ​ໜ່ວຍ​ລົດ​ຟອຣ໌ດ ຫລື Ford Motor Company
Dealership ແລະ ຮ່ວມເປັນສັກຂີພະຍານໃນພິທີເປີດສູນຜູ້ປະກອບການແມ່ຍິງ ເພື່ອຊຸກຍູ້ເຂົ້າໃນການພັດທະນາເສດຖະ ກິດໃນນະຄອນຫລວງວຽງຈັນອີກດ້ວຍ.

ນອກຈາກພົບປະບັນດາເຈົ້າຫນ້າທີ່ ແລະບັນດາກິດຈະກຳສົ່ງເສີມວຽກງານດ້ານ
ການຄ້າ​ແລ້ວ ທ່ານລັດຖະມົນຕີ Ross ຍັງໄດ້ຢ້ຽມຄຳນັບພະທາດຫຼວງ ເຊິ່ງຖື
ເປັນສະຖານທີ່ອັນສຳຄັນທີ່ສຸດແຫ່ງໜຶ່ງຂອງ ສປປ ລາວ.

XS
SM
MD
LG