ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ເກົາຫຼີເໜືອ ຍ້າຍ ຈະຫຼວດໄລຍະກາງ 2 ລູກ ອອກຈາກ ຖານຍິງ (ສະໄລດ໌/ວີດີໂອ)


ທ່ານນາງ Park ຈັບມືກັບ ທ່ານ Ban Ki-moon ເລຂາທິການ
ໃຫຍ່ຂອງອົງການສະຫະປະຊາຊາດ
ທ່ານນາງ Park ຈັບມືກັບ ທ່ານ Ban Ki-moon ເລຂາທິການ ໃຫຍ່ຂອງອົງການສະຫະປະຊາຊາດ
ບັນດາເຈົ້າໜ້າທີ່ສະຫະລັດ ເຊື່ອວ່າ ເກົາຫຼີເໜືອໄດ້ຍ້າຍ
ຈະຫລວດທີ່ຍິງໄດ້ໃນໄລຍະ ກາງ 2 ລູກ ອອກຈາກຖານ
​ກຽມພ້ອມ​ສໍາລັບຍິງ ໃນອັນ​ທີ່​ເປັນການຜ່ອນເບົາຄວາມ​
ເຄ່ງ​ຕຶງໃນແຫຼມເກົາຫຼີ ລົງ​ຕື່ມນັ້ນ.

ເຈົ້າໜ້າທີ່ຝ່າຍ​ປ້ອງ​ກັນ​ຢູ່ວໍຊິງຕັນຫລາຍ​ທ່ານ​ ທີ່​ຂໍບໍ່​ໃຫ້
ອອກນາມກ່າວໃນແລງວັນຈັນ ວານນີ້ວ່າ Pyongyang
ໄດ້ຖອນຈະຫລວດ Musudan 2 ລູກ ອອກ​ໄປຈາກຖານ
ຍິງ ທີ່ຕັ້ງຢູ່​ແຄມ​ຝັ່ງ​ທະ​ເລກໍ້າຕາເວັນອອກຂອງປະເທດ.
ສື່ມວນ​ຊົນຂອງເກົາຫຼີໃຕ້ ກໍໄດ້ລາຍງານຂ່າວການຍົກ
ຍ້າຍດັ່ງກ່າວ ​ເຊ່ນ​ກັນ.



ທາງວໍຊິງຕັນ ໄດ້ເຕືອນມາເປັນຫຼາຍອາທິດແລ້ວວ່າ ເກົາຫຼີເໜືອອາດຈະທໍາການຍິງ
ຈະຫລວດ Musudan ທີ່​ບໍ່​ເຄີຍທົດສອບມາ​ກ່ອນ​ຈັກ​ເທື່ອ​ນັ້ນ ທີ່ສາມາດຍິງໄກ​ໄດ້ເຖິງ
3,500 ກິໂລເເມັດ ແລະອາດສາມາດຍິງເຖິງເປົ້າໝາຍຫລາຍ​ແຫ່ງໃນສະຫະລັດ​ໄດ້​ນັ້ນ.

ຜູ້ອໍານວຍການອະວຸໂສຝ່າຍ​ກິດຈະການ​ເອ​ເຊຍ ປະ​ຈໍາທໍານຽບຂາວ ທ່ານ Daniel
Russel ກ່າວວ່າ ຈະເປັນການ​ໄວ​ເກີນ​ໄປ ທີ່ຈະສະຫຼອງການຍົກຍ້າຍດັ່ງກ່າວວ່າເປັນ
ຂ່າວດີ ​ແລະເຕືອນວ່າ ເຈົ້າໜ້າທີ່ສະຫະລັດ ຍັງ​ບໍ່​ສາມາດ​ຕັດ​ອອກ​ໄດ້​ເທື່ອ ວ່າ​ເກົາຫລີ​
ເໜືອ ຈະ​ບໍ່​ຍິງ​ລູກ​ສອນ​ໄຟ​ນັ້ນ.

ເກົາຫຼີເໜືອ ໄດ້ຄ່ອຍໆຫລຸດຜ່ອນສໍານວນ​ໂວຫານແບບ​ຮຸກ​ຮານ​ຂອງ​ຕົນ​ລົງ ລຸນ​ຫລັງ
​ທີ່​ໄດ້​ກ່າວ​ຄໍາຂູ່​ມາ​ເປັນ​ເວລາ​ຫລາຍ​ອາທິດ ວ່າ​ຈະການ​ໂຈມ​ຕີ​ດ້ວຍອາວຸດນິວເຄລຍ
ແລະອາວຸດ​ທໍາ​ມະ​ດາ ຕໍ່ສະຫະລັດແລະເກົາຫຼີໃຕ້.

US SOKOR
please wait
Embed

No media source currently available

0:00 0:00:31 0:00

US SOKOR
please wait
Embed

No media source currently available

0:00 0:00:31 0:00

​ການ​ຍ້າຍ​ລູກ​ສອນ​ໄຟ​ອອກ ​ໄດ້ມີຂຶ້ນກ່ອນໜ້າທີ່ ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານນາງ
Park Geun-hye ມີ​ກໍານົດພົບປະກັບປະທານາທິບໍດີ Barack Obama ຢູ່ກຸງວໍຊິງຕັນ
ໃນວັນອັງຄານມື້ນີ້ ​ໃນ​ການໂອ້ລົມສົນທະນາກັນ​ທີ່​ແນ່ນອນ​ວ່າ ຈະ​ເພ່ງ​ເລັງ​ໃສ່ ພຽງຢາງ.

ທ່ານນາງ Park ໄດ້ເລີ່ມການຢ້ຽມຢາມສະຫະລັດ ​ເປັນເວລາ 5 ວັນ ທີ່ອົງການສະຫະ
ປະຊາຊາດ ໃນວັນຈັນວານນີ້ ​ໂດຍ​ການ​ພົບ​ປະ​ກັບທ່ານ Ban Ki-moon ເລຂາທິການ
ໃຫຍ່ຂອງອົງການສະຫະປະຊາຊາດ ທີ່ໄດ້ຍົກຍ້ອງ ປະທານາທິບໍດີເກົາຫຼີໃຕ້ ສໍາລັບ
ອັນທີ່ທ່ານເອີ້ນວ່າ ການ​ຕອບ​ໂຕ້ ທີ່ “ໜັກ​ແໜັ້ນ ແຕ່ຮອບ​ຄອບລະມັດລະວັງ” ຂອງ​ທ່ານ​
ນາງ ປັກ ຕໍ່ການ​ເກາະ​ຜິດຂອງເກົາຫຼີເໜືອນັ້ນ.

ທ່ານນາງ Park ໄດ້ໃຊ້ເວລາໃນຕອນບ່າຍຂອງວັນຈັນວານນີ້ ​ໄປສະ​ແດງ​ຄວາມ​ເຄົາລົບ
​ແລະວາງພວງມາລາ ທີ່​ຂຸມຝັງສົບຂອງ​ທະຫານ​ນີລະນາມ ຢູ່ສຸສານ​ແຫ່ງ​ຊາດ​ຂອງ​ສະຫະລັດ
ທີ່​ເມືອງ​ອາ​ລິງ​ຕັນ ລັດ​ເວີ​ຈີ​ເນຍ ນອກ​ນະຄອນຫລວງ​ວໍ​ຊິງ​ຕັນ ດີ​ຊີ.
XS
SM
MD
LG