ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. Pierson ຖືກແຕ່ງຕັ້ງ ເປັນຫົວໜ້າ ອົງການ Secret Service ສຫລ (ວີດິໂອ)


Obama Secret Service
Obama Secret Service
ທ່ານນາງ Julia Pierson ໄດ້ສາບານຕົວເຂົ້າຮັບຕໍາແໜ່ງເປັນ
ຫົວໜ້າອົງການ US Secret Service ຊຶ່ງເປັນອົງການທີ່ໃຫ້
ການຄຸ້ມຄອງອາລັກຂາປະທານາ ທິບໍດີແລະຄອບຄົວຂອງທ່ານ.

ພິທີຢ່າງເປັນທາງການໄດ້ຈັດຂຶ້ນໃນວັນພຸດວານນີ້ ຢູ່ທີ່ທໍານຽບ
ຂາວ ໂດຍມີປະທານາທິບໍດີບາຣັກໂອບາມາ ແລະຮອງປະທານາ
ທິບໍດີ Joe Biden ເຂົ້າຮ່ວມ ເປັນສັກຂີພິຍານ.

ປະທານາທິບໍດີໂອບາມາເວົ້າວ່າ ທ່ານນາງ Pierson ໄດ້ທໍາ
ໜ້າທີ່ວຽກງານ ດີເດັ່ນເປັນແບບຢ່າງຢູ່ໃນອົງການດັ່ງກ່າວມາ
ເປັນເວລາ 30 ປີ ແລະມີຄຸນນະວຸດທິສູງ ສໍາລັບຈະເຮັດວຽກ
ງານໃນຕໍາແໜ່ງດັ່ງກ່າວ.

ນອກຈາກໃຫ້ການຄຸ້ມຄອງອາລັກຂາແກ່ປະທານາທິບໍດີແລ້ວໜ້າທີ່ຂອງອົງການ Secret
Service ຍັງຮວມທັງທໍາການສືບສວນ ກ່ຽວກັບການປອມແປງຮຽນແບບ, ການສໍ້ໂກງ
ບັດສິນເຊື່ອ, ແລະການກໍ່ອາດຊະຍາກໍາດ້ານການເງິນອື່ນໆ ອີກດ້ວຍ.

ທ່ານນາງ Pierson ໄດ້ເປັນຫົວໜ້າຫ້ອງການຂອງຜູ້ອຳນວຍການອົງການ Secret
Service ທີ່ກຸງວໍຊິງຕັນຕັ້ງແຕ່ປີ 2008 ເປັນຕົ້ນມາ ຊຶ່ງຂົງເຂດ ທີ່ທ່ານນາງຮັບຜິດຊອບ
ສ່ວນໃຫຍ່ແມ່ນໃນດ້ານເທັກໂນໂລຈີ ແລະການເຮັດໃຫ້ ຫ້ອງການທັນສະໄໝ. ຕະຫລອດ
ສາມທົດສະວັດທີ່ຜ່ານມາ ໂດຍໄດ້ເລີ້ມຕົ້ນເປັນນັກສືບ ທີ່ນະຄອນ Miami ທ່ານນາງໄດ້
ຖືກມອບໝາຍໃຫ້ເຮັດວຽກງານໃນຂົງເຂດໃຫ້ການອາລັກຂາແລະສືບສວນຫລາຍໆຢ່າງ
ແຕກຕ່າງກັນແລະເຄີຍ ໄດ້ຮັບຕໍາແໜ່ງເປັນຮອງຜູ້ຊ່ວຍຫົວໜ້າໃນຫ້ອງການໃຫ້ການອາ
ລັກຫລື Office of Protective Operations.

ກົມການບໍລິການສືບລັບຂອງສະຫະລັດ ມີນັກສືບປະມານ 3 ພັນ 500 ຄົນ.

ເບິ່ງວີດິໂອກ່ຽວຂ້ອງຂ່າວນີ້:

XS
SM
MD
LG