ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕຳຫຼວດ Secret Service ອີກ 3 ຄົນ ຂໍລາອອກ (ເບິ່ງວີດີໂອ)


Participants of the Conference of European Rabbis carry candles as they commemorate the 75th anniversary of Kristallnacht in front of Brandenburg Gate in Berlin, Germany. The 'Kristallnacht'  or 'crystal night' - also referred to as 'night of broken glass' -  when Nazis conducted a wave of violent anti-Jewish pograms on the streets of Berlin and other cities in 1938.
Participants of the Conference of European Rabbis carry candles as they commemorate the 75th anniversary of Kristallnacht in front of Brandenburg Gate in Berlin, Germany. The 'Kristallnacht'  or 'crystal night' - also referred to as 'night of broken glass' -  when Nazis conducted a wave of violent anti-Jewish pograms on the streets of Berlin and other cities in 1938.

ກຳລັງ​ຕຳຫຼວດລັບ ​ທີ່​ມີໜ້າ​ທີ່​ອາລັກຂາປະທານາທິບໍດີ​ຫຼື Secret Service ຂອງ​ສະຫະ
ລັດ​ກ່າວ​ວ່າ ພະນັກງານ​ຂອງຕົນ​ອີກ 3 ຄົນ​ໄດ້​ລາ​ອອກ ກ່ຽວ​ກັບ​ຂ່າວ​ນອງ​ນັນ​ຢູ່ໂຄ​ລອມ
ເບຍ​ທີ່​ພົວພັນ​ກັບ​ໂສ​ເພນີ ​ແລະ​ເວົ້າວ່າໄດ້​ມີ​ການ​ລາຍ​ງານເລື່ອງ​ນີ້ໃຫ້​ປະທານາທິບໍດີ​ບາຣັກ ​
ໂອ​ບາ​ມາ​ຊາບ​ແລ້ວ​ໂດຍ​ຜູ້ອຳນວຍ​ການ​ຂອງພະ​ແນ​ກການ​ດັ່ງກ່າວ.

ໜ່ວຍ​ອາລັກຂາ Secret Service ກ່າວໃນ​ມື້ວັນ​ສຸກ​ວານ​ນີ້ວ່າ ຮວມກັບ​ຈຳນວນ​ພວກ​
ທີ່​ລາ​ອອກ​ໃໝ່​ນີ້ ​ເຮັດ​ໃຫ້​ຈຳນວນ​ເຈົ້າໜ້າ​ທີ່ທັງ​ໝົດ​ ທີ່​ເສຍ​ວຽກ​ການ ​ຍ້ອນ​ຂ່າວ​ນອງ​ນັນ​
ດັ່ງກ່າວເພີ່ມ​ຂຶ້ນ​ເປັນ 6 ຄົນ. ພວກ​ເຂົາ​ເຈົ້າຍັງ​ເວົ້າວ່າ ​ເຈົ້າໜ້າ​ທີ່​ຄົນທີ 12 ຂອງ​ກຳລັງ​
ດັ່ງກ່າວກໍ​ມີ​ສ່ວນ​ພົວພັນ​ນຳ​ເລື່ອງ​ນີ້.

ເຈົ້າໜ້າທີ່​ສະຫະລັດ​ ເວົ້າວ່າ ຜູ້ອຳນວຍການ​ຂອງ​ໜ່ວຍ​ອາລັກຂາ Secret Service
ທ່ານ Mark Sullivan ​ໄດ້​ໄປ​ທຳນຽບຂາວ​ໃນ​ມື້ວານ​ນີ້ ​ເພື່ອ​ລາຍງານ​ເປັນ​ການ​ສ່ວນ
ໂຕ​ໃຫ້​ປະທານາທິບໍດີ​ໂອ​ບາ​ມາ​ຊາບ.

ໄດ້​ມີ​ການ​ສົ່ງ​ໜ່ວຍ​ອາລັກຂາ Secret Services ​ໄປ​ຍັງ​ໂຄ​ລອມ​ເບຍ​ລ່ວງ​ໜ້າການ​ເດີນ
ທາງ​ໄປ​ເຖິງ​ ຂອງ​ປະທານາທິບໍ​ດີ​ໂອ​ບາ​ມາ​ ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ 6
ຂອງ​ບັນດາ​ປະ​ເທດ​ໃນ​ທະວີບອາ​ເມຣິກາ. ​ເຈົ້າໜ້າ​ທີ່​ທຳນຽບຫ້າ​ແຈ​ກ່າວ​ວ່າ ມີ​ພວກ​ທະ
ຫານຢ່າງ​ນ້ອຍ 10 ຄົນ​ກໍ​ອາດ​ມີ​ສ່ວນ​ພົວພັນ​ກັບ​ຂໍ້​ຫາການ​ປະຕິບັດ​ຜິດ​ໜ້າ​ທີ່.

ທ່ານ​ນາງ Susan Collins ສະມາ​ຊາ​ຊິກ​ຄົນ​ສຳຄັນ ​ຂອງ​ພັກຣີພັບ​ບລີ​ກັນ​ ໃນ​ຄະນະ​ກຳ
ມາ​ທິການ​ຄວາມ​ປອດ​ໄພ​ພາຍ​ໃນ ​ແລະ​ກິດຈະການ​ລັດຖະບານ​ ຂອງ​ສະພາ​ສູງ​ສະຫະລັດ
ກ່າວ​ວ່າ ມີ​ແມ່ຍິງ​ຊາວ​ຕ່າງປະ​ເທດ​ຢ່າງ​ນ້ອຍ 20 ຄົນ ​ໄດ້ຖືກ​ນຳ​ໂຕໄປ​ທີ່​ໂຮງ​ແຮມ​ໃນ​ໂຄ
ລອມ​ເບຍ ບ່ອນ​ທີ່​ມີ​ການ​ກ່າວ​ຫາ​ວ່າ ການ​ກະທຳ​ຜິດ​ໄດ້​ເກີດ​ຂຶ້ນ ທີ່​ພົວພັນ​ກັບ​ສະມາຊິກ
ຂອງ​ໜ່ວຍ​ອາລັກຂາ Secret Service ​ເຈົ້າໜ້າ​ທີ່​ທະ​ຫານ ແລະ​ພວກ​ໂສ​ເພນີ ກ່ອນ​ທີ່​
ປະທາ​ນາ​ທິບໍດີ​ເດີນທາງໄປ​ຮອດ.

ເບິ່ງວີດີໂອກ່ຽວກັບພາລະກິດ ຂອງພະແນກອາລັກຂາປະທານາທິບໍດີສະຫະລັດ
ທີ່ກ່າວກັນວ່າ ໄດ້ຊ່ວຍຊີວິດປະທານາທິບໍດີ Ronald Reagan ໄວ້:

XS
SM
MD
LG