ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Tillerson ຈະຫາລື ເລື່ອງການຮຸກຮານ ຂອງຣັດເຊຍ ກັບອົງການເນໂຕ້


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson (ຊ້າຍ) ແລະລັດຖະມົນຕີຕ່າງປະເທດເທີກີ ທ່ານ Mevlut Cavusoglu.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson (ຊ້າຍ) ແລະລັດຖະມົນຕີຕ່າງປະເທດເທີກີ ທ່ານ Mevlut Cavusoglu.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ກ່າວ​ວ່າ ທ່ານ​ຈະ​ຫາລື
ກ່ຽວ​ກັບ “ການ​ຮຸ​ກຮານຂອງຣັດ​ເຊຍ​ໃນ​ຢູ​ເຄຣນ” ​ເວລາ​ທ່ານ​ພົບ​ປະ​ກັບ​ບັນດາ​ພັນ
ທະ​ມິດ​ອົງການ NATO ​ໃນ​ວັນ​ສຸກ​ມື້​ນີ້.

ເວລາ​ເດີນ​ທາງໄປ​ເຖິງ​ນະຄອນ Brussels ນັກ​ການ​ທູດ​ສຸງສຸດ​ຂອງ​ສະຫະລັດ
ກ່າວວ່າ ທ່ານມອງ​ເຫັນຂົງ​ເຂດ​ສຳຄັນ​ສາມ​ຂົງ​ເຂດ​ທີ່​ຈະຫາລື​ກັນ ຄື ຊັບພະຍາ​
ກອນ ສຳລັບການ​ປະຕິບັດ​ງານ ຂອງອົງ​ການ NATO ​ ການ​ຕໍ່ສູ້​ຕ້ານ​ພວກ​ກໍ່​ການ
​ຮ້າຍ​ຂອງ​ອົງການດັ່ງກ່າວ ຮວມທັງກຸ່ມ​ລັດ​ອິສລາມ ​ແລະ​ການວາງ​ກຳລັງ ຂອງ​ອົງ
ການ NATO ໃນ​ຢູ​ໂຣບ “​ໂດຍ​ສະ​ເພາະແລ້ວ ​ແມ່ນ​ໃນຢູ​ໂຣບຕາ​ເວັນ​ອອກ ເພື່ອ
​ຕອບໂຕ້​ຕໍ່​ການ​ຮຸກ​ຮານ​ຂອງຣັດ​ເຊຍ ໃນ​ຢູ​ເຄຣນ ​ແລະ​ແຫ່ງ​ອື່ນໆ.”

ການ​ໃຫ້​ຄວາມ​ເຫັນ ທີ່​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ມົສກູ​ ​ແມ່ນ​ເປັນ​ຄຳ​ເວົ້າ ທີ່
ແຮງ​ສຸດ ​ຂອງ​ລັດ​ຖະ​ບານທ່ານ Trump ​ນັບ​ແຕ່​ເຂົ້າ​ມາ​ກໍ​າອຳນາດ​ໃນ​ເດືອນ​ມັງ
ກອນ.

ການຢ້ຽມຢາມ​ນະຄອນ Brussels ​ຂອງທ່ານ Tillerson ມີ​ຂຶ້ນ​ນຶ່ງ​ມື້ຫລັງ​ຈາກໄດ້
ພົບ​ປະ​ກັບ​ປະທານາທິບໍດີ​ເທີ​ກີ ທີ່​ນະຄອນ Ankara.

US Secretary of State Tillerson Tackles Dilemma in Turkey
please wait

No media source currently available

0:00 0:02:32 0:00

ທ່ານ​ໄດ້ສັນລະ​ເສີນ​ເທີ​ກີ​ວ່າ ​ເປັນ​ພັນ​ທະ​ມິດ​ທີ່​ໜ້າ​ເຊື່ອ​ຖື​ທີ່​ສຸດ ຫລັງ​ຈາກ​ໄດ້​ພົບ
ປະ​ກັບປະທານາທິບໍດີ​ເທີ​ກີ Recep Tayyip Erdogan ​ແລະ​ບັນດາ​ຜູ້ນຳຄົນ​ອື່ນໆ
​ໃນ​ວັນ​ພະຫັດ​ວານ​ນີ້.

ທ່ານ Tillerson ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເທິ​ກີ ​ໃນ​ການ​ສູ້​ລົບ​ຕ້ານ​ກຸ່ມລັດ
​ອິສລາມ.

​ແຕ່​ວ່າ ພັນທະ​ມິດ​ທັງ​ສອງຂອງ​ອົງການ NATO ຍັງ​ບໍ່​ລົງ​ຮອຍ​ກັນ​ກ່ຽວ​ກັບການທີ່
ວໍຊິງ​ຕັນ ໃຫ້ການ​ສະໜັບສະໜູນ​ແກ່​ກຸ່ມຊາວ​ເຄີ​ດ​ໃນ​ຊີ​ເຣຍ​ PYD ​ແລະພວກ​ທະ
ຫານ​ບ້ານ YPG ​ໃນ​ການ​ສູ້​ລົບ ​ກັບ​ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ. Ankara ໄດ້​ກ່າວ​
ຫາ ກຸ່ມ PYD ວ່າ​ ເປັນ​ອົງການ​ກໍ່​ການ​ຮ້າຍ ທີ່​ພົວ​ພັນ​ກັບກຸ່ມ PKK ທີ່ສູ້​ລົບ​ກັບ​ລັດ
ຖະບານ​ເທີ​ກີນັ້ນ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ຢືນກ່ອນໜ້າວາງພວງມະລາທີ່ສຸສານ Mustafa Kemal Ataturk ໃນນະຄອນ Ankara.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ຢືນກ່ອນໜ້າວາງພວງມະລາທີ່ສຸສານ Mustafa Kemal Ataturk ໃນນະຄອນ Ankara.

ທ່ານ Tillerson ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເທີກີ ໃນການສູລົບຕ້ານກຸ່ມລັດ
ອິສລາມ. ແຕ່ວ່າ ພັນທະມິດທັງສອງຂອງອົງການ NATO ຍັງບໍ່ລົງຮອຍກັນກ່ຽວກັບ
ການທີ່ ວໍຊິງຕັນ ໃຫ້ການສະໜັບສະໜູນແກ່ກຸ່ມຊາວເຄີດໃນຊີເຣຍ PYD ແລະພວກ
ທະຫານບ້ານ YPG ໃນການສູ້ລົບກັບພວກຫົວຮຸນຮແຮງລັດອິສລາມ. Ankara ໄດ້
ກ່າວຫາກຸ່ມ PYD ວ່າເປັນອົງການກໍ່ການຮ້າຍ ທີ່ພົວພັນກັບກຸ່ມ PKK ທີ່ສູ້ລົບກັບ
ລັດຖະບານເທີກີນັ້ນ.

ໃນກອງປະຊຸມຖະແຫລງຂ່າວຮ່ວມກັນນັ້ນ ລັດຖະມົນຕີີຕ່າງປະເທດເທີກີ ທ່ານ
Mevlut Cavusoglu ໄດ້ເນັ້ນຢໍ້າເຖິງການຄັດຄ້ານລັດຖະບານທ່ານ Trump ໂດຍ
ກົງ.

ທ່ານ Tillerson ຮັບຮູ້ວ່າບໍ່ໄດ້ມີຄວາມກ້າວໜ້າໃນການແກ້ໄຂບັນຫາຂັດແຍ້ງດັ່ງ
ກ່າວ ໂດຍເວົ້າວ່າຈຳເປັນຕ້ອງໄດ້ມີການຫາລືກັນຕື່ມອີກ "ພວກເຮົາກຳລັງຊອກຫາ
ຫລາຍໆທາງອອກ ແລະທາງເລືອກຕ່າງໆ" ແຕ່ກໍໄດ້ກ່າງຢໍ້າວ່າ ວໍຊິງຕັນ ໃຫ້ການ
ສະໜັບສະໜູນແກ່ Ankara ໃນການຕໍ່ສູຄ້ກັຍ PKK.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US NATO
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG