ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງກຳລັງ ທີ່ໜຸນຫຼັງ ໂດຍສະຫະລັດ ຍຶດໄດ້ 9 ໝູ່ບ້ານ ໃນຊີເຣຍ


ກອງກຳລັງຊີເຣຍ ຕຽມທີ່ຈະຍິງປືນຄົກ ໃສ່ກຸ່ມລັດອິສລາມ
ກອງກຳລັງຊີເຣຍ ຕຽມທີ່ຈະຍິງປືນຄົກ ໃສ່ກຸ່ມລັດອິສລາມ

ກຳລັງ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະຫະລັດໄດ້​ເຂົ້າຄວບ​ຄຸມ 9 ບ້ານ ​ໃກ້ໆ​ຊາຍ​ແດນ​ເທີ​ກີໃນ​ຊີ​ເຣຍ ນັບ​ແຕ່​ວັນ​ອັງຄານ​ເປັນຕົ້ນມາ ​ໃນ​ການ​ບຸກ​ຄືບ​ໜ້າ​ໄປ​ສູ່​ເມືອງ Manbij ທີ່​ຄວບ​ຄຸມ​ໂດຍ​ກຸ່ມ​ລັດ​ອິສລາມ.

ພ້ອມ​ກັນນີ້ ສະຫະລັດ​ຍັງ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ທີ່​ເມືອງ Manbij ​ໃນ​ໄລຍະ 24 ຊົ່ວໂມງ​ຜ່ານ​ມານີ້ ຊຶ່ງເຮັດ​ໃຫ້​ພົນລະ​ເຮືອນ 15 ຄົນ​ເສຍ​ຊີວິດ 3 ຄົນ​ໃນ​ຈຳນວນ​ດັ່ງກ່າວ​ເປັນ​ເດັກນ້ອຍ ອີງ​ຕາມ​ລາຍ​ງານ​ຂອງ​ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນຊີ​ເຣຍ.

​ແຫ​ລ່ງຂ່າວ​ທາງ​ທະຫານ​ທີ່​ພົວພັນ​ໃນ​ການ​ປະຕິບັດ​ງານ​ຢູ່​ໃນ​ເຂດ​ເມືອງ Manbij ​ແຈ້ງ​ໃຫ້​ວີ​ໂອ​ເອຊາບ​ວ່າ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມໄດ້​ຍົກຍ້າຍ​ສະມາຊິກ​ໃນ ຄອບຄົວ​ຂອງ​ພວກ​ເຂົາອອກ​ໄປ​ຈາກ​ເມືອງ​ແລ້ວ ​ແຕ່​ໃນ​ຂະນະ​ດຽວ​ກັນ​ກໍບັງຄັບ ​ໃຫ້​ພົນລະ​ເຮືອນຈຸ​ອື່ນໆ ຢູ່​ໃນ​ເມືອງດັ່ງກ່າວ​ຕໍ່​ໄປ ​ເພື່ອ​ເປັນ​ເຄື່ອງ​ກຳ​ບັງ. ກຳລັງ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະຫະລັດ ​ກ່າ​ວວ່າ ຊາວບ້ານ​ຫລາຍ​ສິບ​ຄົນ​ຢູ່​ນອກ ​ເມືອງ Manbij ​ໄດ້​ຮັບ​ການ​ປົດ​ປ່ອຍ​ແລ້ວ ​ໂດຍ​ມີ​ການ​ຕ້ານ​ຢັນ​ຈາກ​ກຸ່ມ​ລັດ​ອິສ ລາມ​ແຕ່​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ.

ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍ ຫລື SDF ຊຶ່ງ​ເປັນ​ກຸ່ມ​ພັນທະ​ມິດ​ພາຍ​ໃຕ້​ການ​ນຳພາ​ຂອງ​ຊາວ​ ເຄີ​ດ ທີ່​ເຮັດ​ວຽກ​ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ກຳລັງ​ພິ​ເສດ​ຂອງ​ອາ​ເມ​ຣິກັນ ຫລາຍ​ກວ່າ 200 ຄົນ​ໄດ້​ເຄື່ອນ​ເຂົ້າສູ່​ບໍລິ​ເວນ​ທີ່​ຄວບ​ຄຸມ​ໂດຍພວກ​ລັດ​ອິສລາມ ຫົວ​ຮຸນ​ແຮງ ຢູ່​ທັງ​ສອງ​ຟາກ​ຂອງ​ແມ່​ນ້ຳ Euphrates ຊຶ່ງ​ໄດ້​ສ້າງ​ຄວາມ​ບໍ່ພໍ​ໃຈ​ໃຫ້ແກ່​ພວກ​ຕໍ່ຕ້ານ​ລັດຖະບານ​ທີ່​ນັບຖື​ສາສະໜາ​ອິສລາມ​ນິກາຍ​ຊຸນ​ນີ່ ​ແລະ​ເທີ​ກີ ທີ່​ມີ​ຄວາມ​ຢ້ານ​ກົວ​ວ່າ ຊາວ​ເຄີ​ດອາດ​ຈະ​ພະຍາ​ຍາມ​ສ້າງ ຕັ້ງລັດ​ຂອງ​ຕົນ​ຂຶ້ນຢູ່​ໃນ ບໍລິ​ເວນ​ຊາຍ​ແດນ.

​ແຕ່​ເຂດ​ດັ່ງກ່າວ​ນີ້​ໄດ້​ຕົກ​ເປັນ​ເປົ້າໝາຍ​ມາ​ນານ​ແລ້ວ​ສຳລັບ​ວໍ​ຊິງ​ຕັນ​ຊຶ່ງ​ມອງເຫັນ​ວ່າ​ເປັນ​ຈຸດ​ເຂົ້າອອກ​ທີ່​ສຳຄັນ​ຂອງ​ພວກ​ນັກ​ລົບ​ຕ່າງ​ປະ​ເທດ.

ການ​ບຸກ​ໂຈມ​ຕີ​ໃນ​ຄັ້ງນີ້ ​ແມ່ນ​ເປັນເທື່ອ​ທີ​ສອງ ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ມານີ້ ຫລັງ​ຈາກ​ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍປະສົບ​ຄວາ​ມສຳ​ເລັດ​ໃນ​ເດືອນ​ແລ້ວ ​ໂດຍ​ເຂົ້າຍຶດ​ເອົ​າ ຫລາຍ ​ສິບ​ບ້ານ​ຢູ່​ທາງ​ເໜືອ​ຂອງ​ເມືອງ Raqqa ຊຶ່ງໃນ​ຄວາມ ​ເປັນ​ຈິງແລ້ວ ​ແມ່ນ​ເມືອງ ຫລວງ​ຂອງ​ກຸ່ມ​ລັດ​ອິສລາມ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ຂະ​ບວນລົດ​ລຳລຽງ​ເຄື່ອງ​ບັນ​ເທົາ​ທຸກມະນຸດສະທຳ​ຈຸ​ທຳ​ອິດ ນັບ​ແຕ່​ປີ 2012 ​ເປັນຕົ້ນມາ​ໄດ້​ແລ່ນ​ເຂົ້າ​ໄປ ​ໃນ​ເມືອງ Daraya ທີ່ຍັງ​ຖືກ​ປິດ​ລ້ອມ ​ຊຶ່ງ​ຕັ້ງຢູ່ໃນ​ເຂດ ຊານ​ເມືອງ​ຂອງ​ນະຄອນຫຼວງດາ​ມັສກັສ ​ໃນ​ວັນ​ພຸດ​ວານ​ນີ້. ການ​ຊ່ອຍ​ເຫຼືອ​ຈຳນວນ​ນຶ່ງ​ຍັງ ​ໄດ້​ຫລັ່ງ​ໄຫລ​ເ​ຂົ້າ​ໄປ​ສູ່​ຄຸ້ມ Mouadhimiyeh ທີ່​ຕັ້ງຢູ່​ໃກ້​ຄຽງ​.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Thousands of Syrian Civilians Search for Safer Location
please wait

No media source currently available

0:00 0:00:58 0:00

XS
SM
MD
LG