ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງ ທີ່ໄດ້ຮັບ ການໜຸນຫຼັງ ຈາກສະຫະລັດ ຍຶດເອົາເກົ້າໝູ່ບ້ານ ໃນຊີເຣຍ


ນັກລົບສະຫະລັດຄົນນຶ່ງ ທີ່ຕໍ່ສູ້ຢ່າງຄຽງບ່າຄຽງໄຫລ່ກັບກຳລັງ ປະຊາທິປະໄຕຊີເຣຍ (SDF) ຖືທຸງຊາດຂອງລາວ.
ນັກລົບສະຫະລັດຄົນນຶ່ງ ທີ່ຕໍ່ສູ້ຢ່າງຄຽງບ່າຄຽງໄຫລ່ກັບກຳລັງ ປະຊາທິປະໄຕຊີເຣຍ (SDF) ຖືທຸງຊາດຂອງລາວ.

ກຳລັງ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະຫະລັດໄດ້​ເຂົ້າຄວບ​ຄຸມ 9 ບ້ານ​ໃກ້ໆ​ຊາຍ​ແດນ​ເທີ​ກີໃນ​ຊີ​ເຣຍ ນັບ​ແຕ່​ມື້ວານ​ນີ້​ເປັນຕົ້ນມາ ​ໃນ​ການ​ບຸກ​ໂຈມຕີ​ໄປ​ສູ່​ເມືອງ Manbij ທີ່​ຄວບ​ຄຸມ​ໂດຍ​ກຸ່ມ​ລັດ​ອິສລາມ.

ນອກ​ນັ້ນ ສະຫະລັດ​ຍັງ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ທີ່​ເມືອງ Manbij ​ໃນ​ໄລຍະ 24 ຊົ່ວໂມງ​ຜ່ານ​ມານີ້ ຊຶ່ງ​ໄດ້​ສັງຫານ​ພົນລະ​ເຮືອນ 15 ຄົນ 3 ຄົນ​ໃນ​ຈຳ ນວນ​ດັ່ງກ່າວ​ເປັນ​ ເດັກນ້ອຍ ອີງ​ຕາມ​ລາຍ​ງານ​ຂອງ​ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ ຊີ​ເຣຍ.

ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍ ຫລື SDF ຊຶ່ງ​ເປັນ​ກຸ່ມ​ພັນທະ​ມິດ​ພາຍ​ໃຕ້​ການ​ນຳພາ​ຂອງ​ ຊາວ​ເຄີ​ດ ທີ່​ເຮັດ​ວຽກ​ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ກຳລັງ​ພິ​ເສດ​ຂອງ​ອາ​ເມ​ຣິກັນ ຫລາຍ​ກວ່າ 200 ຄົນ​ໄດ້​ເຄື່ອນ​ເຂົ້າສູ່​ບໍລິ​ເວນ​ທີ່​ຄວບ​ຄຸມ​ໂດຍພວກ​ລັດ​ອິສລາມ ຫົວ​ຮຸນ​ແຮງຢູ່​ທັງ​ສອງ​ຟາກ ​ຂອງ​ແມ່​ນ້ຳ Euphrates ຊຶ່ງ​ໄດ້​ສ້າງ​ຄວາມ​ຢ້ານ​ກົວ ​ໃຫ້​ແກ່​ພວກ​ຕໍ່ຕ້ານ​ລັດຖະບານ​ທີ່​ ນັບຖື​ສາສະໜາ​ອິສລາມ​ນິກາຍ​ຊຸນ​ນີ່ ​ແລະ​ເທີ​ກີ ທີ່​ມີ​ຄວາມ​ຢ້ານ​ກົວ​ວ່າ ຊາວ​ເຄີ​ດອາດ​ຈະ ​ພະຍາ​ຍາມ​ສ້າງຕັ້ງລັດ​ຂອງ​ຕົນ​ຂຶ້ນຢູ່​ໃນ ບໍລິ​ເວນ​ຊາຍ​ແດນ.

ແຕ່​ເຂດ​ດັ່ງກ່າວ​ນີ້​ໄດ້​ຕົກ​ເປັນ​ເປົ້າໝາຍ​ມາ​ນານ​ແລ້ວ​ສຳລັບ​ວໍ​ຊິງ​ຕັນ​ຊຶ່ງ​ມອງເຫັນ​ວ່າ​ເປັນ​ ຈຸດ​ເຂົ້າອອກ​ທີ່​ສຳຄັນ​ຂອງ​ພວກ​ນັກ​ລົບ​ຕ່າງ​ປະ​ເທດ.

ການ​ບຸກ​ໂຈມ​ຕີ​ໃນ​ຄັ້ງນີ້ ​ແມ່ນ​ເປັນເທື່ອ​ທີ​ສອງ ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ມານີ້ ຫລັງ​ຈາກ​ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍປະສົບ​ຄວາ​ມສຳ​ເລັດ​ໃນ​ເດືອນ​ແລ້ວ ​ໂດຍ​ເຂົ້າຍຶດ ​ເອົ​າຫລາຍ​ສິບ​ບ້ານ​ຢູ່​ທາງ​ເໜືອ​ຂອງ​ເມືອງ Raqqa ຊຶ່ງໃນ​ຄວາມ ​ເປັນ​ຈິງແລ້ວ ​ແມ່ນ ​ເມືອງຫລວງ​ຂອງ​ກຸ່ມ​ລັດ​ອິສລາມ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Thousands of Syrian Civilians Search for Safer Location
please wait

No media source currently available

0:00 0:00:58 0:00

XS
SM
MD
LG